ຄໍາວ່າ “ທ້ອງ” ຄວາມໝາຍ ແລະ ການນໍາໃຊ້ໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ທ້ອງ” ມີຄວາມໝາຍແນວໃດ?

ຄໍາວ່າ “ທ້ອງ” ໝາຍເຖິງສ່ວນນຶ່ງຂອງຮ່າງກາຍ ຢູ່ສ່ວນລໍາຕົວ ມີໃສ້ມີພຸງຢູ່ໃນ ທ້ອງບາງຄົນລຽບ, ບາງ ຄົນມີກ້າມຊີ້ນ ເອີ້ນຊິກແພກ, ບາງຄົນມີໄຂມັນສວດອອກມາເອີ້ນ ຂີ້ໂພ່ນ ຫຼື ພຸງ. ໃນເວລາຜູ້ຍິງຖືພາ ເດັກນ້ອຍແມ່ນຢູ່ໃນສ່ວນທ້ອງເຊັ່ນກັນ. “ທ້ອງ” ຍັງມີທ້ອງນ້ອຍ ໝາຍເຖິງສ່ວນທ້ອງແຕ່ສາຍບືລົງໄປຫາ ໂມມ. ສິ່ງທີ່ກ່ຽວກັບທ້ອງຍັງມີ ທ້ອງຂີ້ຮາກ ໝາຍເຖິງໂລກອະຫິວາ ຫຼື ເປັນພະຍາດເຈັບທ້ອງທັງຂີ້ທັງ ຮາກເປັນພະຍາດອັນຕະລາຍ ເຮັດໃຫ້ສາມາດເສຍຊີວິດໄດ້ຍ້ອນສະພາວະຂາດນໍ້າ ແລະ ເມື່ອຍ. ທ້ອງ ດ້ອຍ ແມ່ນພະຍາດເປັນໃນທ້ອງພາໃຫ້ຂີ້ສະເໝີ. ທ້ອງບິດ ແມ່ນພະຍາດທ້ອງເປັນໂລກບິດ. ທ້ອງແລ້ງ ແມ່ນພະເຈັບທ້ອງແນວນຶ່ງມີອາການເຈັບສຽບ ແລະ ຮາກລົມອອກ ແຕ່ບໍ່ຂີ້ ພ້ອມຍັງ ເປັນຊື່ຕົ້ນໄມ້ແນວ ນຶ່ງຕົ້ນນ້ອຍໜ່ວຍມົນ ແລະ ເປັນຜົ້ວ.

ນອກຈາກນັ້ນ, ທ້ອງຍັງໝາຍເຖິງພື້ນເຮືອ ຫຼື ສິ່ງເປັນເຫຼັ້ມ ຢູ່ສ່ວນກາງທັງສອງຂ້າງໃນ ແລະ ຂ້າງນອກ ເຊັ່ນ ທ້ອງເຮືອ, ທ້ອງກໍ່າປັ່ນ, ທ້ອງລົດ, ທ້ອງເຮືອບິນ, ທ້ອງອ່າງ. “ທ້ອງ” ຍັງເວລານໍາໄປບວກກັບຄໍາ ອື່ນຍັງໃຫ້ຄວາມໝາຍແຕກຕ່າງກັນໄປ ເປັນຕົ້ນ ທ້ອງທະເລ ໝາຍເຖິງທະເລອັນກວ້າງໃຫຍ່ໄພສານ. ທ້ອງນະພາ ໝາຍເຖິງທ້ອງຟ້າ, ທ້ອງທີ່ໝາຍເຖິງເຂດແດນທີ່ຢູ່ບ່ອນນຶ່ງໆ ຫຼື ເຂດແຂວງ ຫຼື ທ້ອງຖີ່ນ ໃດນຶ່ງ. ທ້ອງຊ້າງ ແມ່ນນາຫຼົ້ງທີ່ມີນໍ້າຂັງຢູ່ດີໝາຍເຖິງເຂດສ່ວນຢູ່ກາງ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າທ້ອງ”.

“ທ້ອງ” (1. ຄໍານາມ) ສ່ວນນຶ່ງຂອງຮ່າງກາຍທີ່ມີໃສ້ພຸງຢູ່ທາງໃນ. ພື້ນເຮືອ ຫຼື ຂອງເປັນເຫຼັ້ມ ຢູ່ສ່ວນ ກາງທັງສອງຂ້າງໃນ ແລະ ຂ້າງນອກ.

ຕົວ­ຢ່າງ: 

  • ຕອນເປັນບ່າວລາວຮ່າງກາຍຜອມບາງທ້ອງກະບໍ່ໂຊນ, ພໍແຕ່ອາຍຸຫຼາຍຂຶ້ນຫົວກະລ້ານທ້ອງກະ ໃຫຍ່ ເບີ່ງແຕກຕ່າງເປັນຄົນລະຄົນ.
  • ໂອຍເຈັບທ້ອງອີກແລ້ວ! ຕອນເຊົ້ານີ້ ກິນຕໍາສົ້ມໝາກຕ້ອງຫຼາຍໂພດ ທຽວເຂົ້າຫ້ອງນໍ້າຈົນນັບ ຖ້ຽວບໍ່ໄດ້. ຖ້າຮູ້ທ້ອງບໍ່ດີແນວນີ້ລືມບໍ່ຕ້ອງກິນ.
  • ທ້ອງນະພາອັນກວ້າງໃຫຍ່ ແລເຫັນໝູ່ດາວຄຽງຈັນທຣາ ແສງດາຣາ ເລື່ອນລອຍ ເຫັນແລ້ວແສນສຸກອຸຣາ.
  • ທ້ອງເຮືອຂົນສົ່ງແມ່ນເຮັດດ້ວຍເຫຼັກກ້າ. ໃນທ້ອງເຮືອປະກອບດ້ວຍຈັກ ແລະ ອາໄລ່ເຮືອ ສ່ວນ ໃບພັດແມ່ນຢູ່ທ້າຍເຮືອ.

ສະຫຼຸບ.

ຄໍາວ່າ “ທ້ອງ” ໝາຍເຖິງສ່ວນນຶ່ງຂອງລໍາໂຕຂອງຄົນ ແລະ ສັດ ມີໃສ້ມີພຸງ ຫຼື ໂພ່ນຢູ່ໃນ ທ້ອງຜູ້ຍິງຍັງ ມີໄວ້ສໍາລັບເດັກຢູ່ຕອນມານ, ຖ້າແມ່ນສັດໂຕອາດຈະແມ່ນລູກ ຫຼື ບາງເທື່ອກໍແມ່ນໄຂ່. ນອກຈາກນີ້, “ທ້ອງ” ຍັງໝາຍເຖິງພື້ນເຊັ່ນ: ທ້ອງເຮືອ, ທ້ອງກໍ່າປັ່ນ, ທ້ອງຍົນ, ທ້ອງອ່າງ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo