ຄໍາວ່າ “ຈີ່” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຈີ່” ມີຄວາມໝາຍແນວໃດ?

ຄໍາວ່າ “ຈີ່” ໝາຍເຖິງການເອົາຊີ້ນ, ປາ, ໜັງ ຫຼື ຈໍາພວກອາຫານໃສ່ກອງໄຟໂດຍບໍ່ໃສ່ຫີບ ຫຼື ແຕະຮອງ ເວົ້າແບບໜຶ່ງກະຄ້າຍໆເຜົາ ຫຼື ຈູດ ເພື່ອໃຫ້ສຸກສໍາລັບເອົາໄວ້ກິນ ຫຼື ຮັບປະທານ ເຊັ່ນ: ຈີ່ຊີ້ນແຫ້ງ ແຕ່ ເວລາກິນແມ່ນກິນຊີ້ນຈີ່, ຈີ່ປາແຕ່ເວລາກິນແມ່ນກິນປາຈີ່, ຈີ່ປູ ແຕ່ເວລາກິນແມ່ນກິນປູຈີ່, ຈີ່ໜັງແຕ່ເວລາ ກິນແມ່ນກິນໜັງ, ຈີ່ໜໍ່ແຕ່ເວລາກິນແມ່ນກິນໜໍ່ຈີ່, ຈີ່ເຂົ້າ ໝາຍເຖິງເຂົ້າໜຽວ ແລະ ເວລາກິນແມ່ນກິນເຂົ້າ ຈີ່. ດິນຈີ່ ແມ່ນກ້ອນດິນຈີ່ທີ່ນໍາໄປກໍ່ສ້າງເອີ້ນດິນຈີ່ຍ້ອນປັ້ນດິນເປັນກ້ອນແລ້ວນໍາໄປຈີ່ ຫຼື ເຜົາດ້ວຍອຸນຫະ ພູມທີ່ຮ້ອນ ໃນເວລາທີ່ເມາະສົມ. ຈີ່ເອັນ ແມ່ນການເອົາເອັນ ຫຼື່ ຊີ້ນ ງົວ ຫຼື ຄວາຍ ຫຼື ໄກ່ ມາເອີບ ດ້ວຍເຄື່ອງເທດ ສຽບດ້ວຍໄມ້ແຫຼມຍາວແລ້ວນໍາໄປປິ້ງໃຫ້ສຸກ.

ນອກຈາກນີ້, ຍັງເປັນຄໍານໍາໜ້າສັດບາງທີ່ເປັນໂຕແມງຈໍານວນນຶ່ງ ຊຶ່ງຄົນພື້ນບ້ານ ຫຼື ທ້ອງຖີ່ນຊາວໄຮ່ ຊາວນາ ມັກນໍາມາບໍລິໂພກເປັນອາຫານ ເພາະມັນມີໂປຼຕີນ ມີຄຸນຄ່າທາງໂພຊະນາການ ແລະ ຈໍານວນ ນຶ່ງກໍມີເປັນລະດູການ ເຊັ່ນ: ຈີ່ໂກະ, ຈີ່ຈ້ຽມ, ຈີ່ນຸນ, ຈີ່ນາຍ ຫຼື ຈີ່ໂປມ, ຈີ່ປອມ, ຈີ່ເຂັບ, ຈີ່ຫຼໍ່, ຈີ່ຊອນ, ຈູ່ຈີ່. ນອກຈາກແມງແລ້ວ ຍັງມີຈີ່ແຂ້ ຫຼື ໂຕແຂ້ ທີ່ເປັນສັດເລືອຄານເຄີ່ງບົກເຄີ່ງນໍ້າກິນປາ ຫຼື ຊີ້ນເປັນ ອາຫານ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຈີ່”.

“ຈີ່” (1. ຄໍາກິລິຍາ) ເອົາຂອງຈໍາພວກອາຫານຖິ້ມຄ້າງໄວ້ກັບໄຟໂດຍບໍ່ໃສ່ຫີບ ຫຼື ບໍ່ມີຂອງຮອງ. ເຜົາ. ຈູດ. ເປັນຄໍານໍາໜ້າຂອງຊື່ສັດບາງຈໍາພວກເຊັ່ນ: ຈີ່ໂກະ ຊຶ່ງເປັນສັດເລືອຄານມີ 4 ຕີນ ຫາງຍາວເກັດ ເຫຼື້ອມ ຕົວຂະໜາດໂປ້ມື. ຈີ່ຈ້ຽມ ຊຶ່ງແມ່ນສັດ 4 ຕີນ ຕົວລາຍໆ ຢູ່ຕາມຝາເຮືອນ. ຈີ່ແຂ້ ຫຼື ໂຕແຂ້ ເປັນສັດ 4 ຕີນ ມີຫຼາຍແນວ ກິນຊີ້ນເປັນອາຫານ. ຈີ່ນຸນ ແມ່ນແມງໄມ້ເປືອກແຂງພວກນຶ່ງເຮັດຮູຢູ່ດິນ ແຕ່ມີປີກບິນ ໄດ້ ກິນໃບໄມ້ອ່ອນເປັນອາຫານ ມີຫຼາຍແນວ. ຈີ່ນາຍ ຫຼື ຈີ່ໂປມ ເປັນແມງໄມ້ມີປີກບີນໄດ້ ເໝືອນກັນເຮັດຮູຢູ່ ແລະ ຮ້ອງສຽງດັງມີຂາໃຫຍ່ຄູ່ນຶ່ງ ເພື່ອດິດ ຫຼື ເຕັ້ນໄປທາງໜ້າ. ຈີ່ປອມ ຫຼື ກະປອມ ຫຼື ຂີ້ກະປອມ ແມ່ນສັດ 4 ຕີນ ມີຫາງຍາວ ຜິວໜັງສາມາດປັບສີໄດ້ຢູ່ດິນ, ເທິງຕົ້ນໄມ້ ແລະ ກິນແມງ ໄມ້. ຈີ່ເຂັບເປັນສັດພະຫຸບາດ ຄື ມີຕີນຫຼາຍ ຕົວແພບສີແດງມີພິດຢູ່ແຂ້ວ. ຈີ່ຫຼໍ່ ແມ່ນແມງແນວນຶ່ງຄ້າຍຈີ່ ນາຍແຕ່ຕົວນ້ອຍ ແລະ ປີກສີດໍາ. ຈີ່ຊອນ ແມງແນວນຶ່ງ ໝົ້ນຢູ່ຕາມດິນ ແລະ ມີປີກບິນໄດ້ບ່ອນຂາໜ້າ ມີກ້າມໃຫຍ່ສອງກ້າມສໍາລັບຄວັດ. ຈູ່ຈີ່ ແມ່ນແມງຊະນິດນຶ່ງຄ້າຍແມງຂີ້ຄວາຍ ມີປີກແຂງບິນໄດ້ ແຕ່ມັກ ຄວັດຂີ້ເພື່ອເປັນອາຫານມີກີ່ນເໝັນ.

ຕົວ­ຢ່າງ: 

  • ໜັງຄວາຍຈີ່ແກ້ມເຫຼົ້າ ແມ່ນເຂົ້າກັນໄດ້ດີ ຫຼື ນໍາໄປຈືນກໍໄດ້ ແລ້ວແຕ່ຄວາມສະດວກຂອງຜູ້ເຮັດ ກິນ.
  • ຫອມແທ້! ໃຜຈີ່ຊີ້ນແຫ້ງ ແຮງຫິວເຂົ້າທ້ອງຫ້ອງກ໊ອດໆຢູ່ນີ້.
  • ຢູ່ຊົນນະບົດ ປະຊາຊົນມັກໃຊ້ດອກໄຟສີ ເພື່ອໄຕ້ແມງໄມ້ເຊັ່ນ: ແມງຈີ່ນູນ, ຈີ່ນາຍ, ຈີ່ຫຼໍ່ ເພື່ອນໍາໄປຂົ້ວກິນ.

ສະຫຼຸບ.

ຄໍາວ່າ “ຈີ່” ໝາຍເຖິງການເຜົາ ຫຼື ຈູດ ຊີ້ນ ຫຼື ປາ ຫື ອາຫານດີບເພື່ອໃຫ້ສຸກ ເພື່ອກິນ ເພາະເຮັດໃຫ້ ປອດໄພຈາກພະຍາດດີກວ່າການກິນດິບ. ພ້ອມກັນນີ້, ຍັງເປັນຄໍານໍາໜ້າໂຕແມງຈໍານວນນຶ່ງ ຊຶ່ງມີແມງ ທົ່ວໄປ, ແມງໄມ້ ແລະ ສັດຈໍານວນນຶ່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo