ມາ​ຮູ້​ຈັກຄໍາວ່າ “ພັກ” ຄວາມໝາຍໃນພາສາລາວ​ໝາຍ​ເຖິງ​ຫຍັງ​ແດ່?

SA Game

DooDiDo

ອະທິບາຍຄໍາວ່າ “ພັກ” ມີຄວາມໝາຍແນວໃດ?

​ຄໍາວ່າ “ພັກ” ມີຫຼາຍຄວາມໝາຍ ນຶ່ງໃນນັ້ນແມ່ນ ເປັນຊັ້ນຫຼຸດລົງຕາມລໍາດັບ ເຊັ່ນ: ນາຂັ້ນໃດເປັນພັກໆ ແຕ່ສູງຫາຕໍ່າ, ນໍ້າຕົກຕາດເປັນພັກໆ (ເປັນຊັ້ນ), ໃນຖໍ້າມີຫີນປູນຄືຄັນນາເປັນພັກໆ ເປັນຕົ້ນ. ພ້ອມນັ້ນ ຍັງມີຄວາມໝາຍວ່າ ເປັນ ກຸ່ມກ້ອນ, ເປັນໝູ່, ເປັນພວກ ຫຼື ພັກພວກ ຊຶ່ງບາງປະເທດກໍມີພັກດຽວ ບາງປະເທດກໍມີຫຼາຍພັກເປັນຕົ້ນ: ປະເທດລາວມີ ພັກ ປະຊາຊົນ ປະຕິວັດລາວ ຊຶ່ງມີຕົ້ນກໍາເນີດຈາກພັກຄອມມູຍນິດ ອິນໂດຈີນ.

ປະເທດຈີນ ມີພັກຄອມ​ມູນິດແຫ່ງປະເທດ​ຈີນ. ອາເມລິກາ ມີ 2 ພັກເປັນພັກໃຫຍ່ ທີ່ມັກຊະນະການເລືອກຕັ້ງ ຄື: ພັກຣີພັບບລິກ ແລະ ພັກເດັມໂມແຄຼດຕິກ. ນອກນັ້ນ, ຍັງໝາຍເຖິງການຢຸດເຊົາ, ເຊົາເມື່ອຍ ຫຼື ຢຸດຊົ່ວຄາວ ເປັນຕົ້ນ: ພັກການ, ພັກຮຽນ, ພັກສະໝອງ, ພັກເມື່ອຍ, ພັກຜ່ອນ, ພັກກາຍພັກໃຈ, ພັກຟື້ນ, ພັກເຊົາແຮມຄືນ. ພ້ອມນັ້ນ ຍັງມັກໄດ້ຍີນຄໍາວ່າ ພັກດີ ໝາຍເຖິງຄວາມຊື່ສັດ, ພັກພິງ ໝາຍເຖິງການອາໃສ ແລະ ອື່ນໆ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ພັກ”.

“ພັກ” (1. ຄໍານາມ) ບ່ອນເປັນຊັ້ນຫຼຸດກັນລົງ ດັ່ງລຸ່ມຂັ້ນໃດ. (2. ຄໍານາມ) ພວກ, ໝູ່, (3. ຄໍານາມ) ໜ້າ. ພັກຕາ (ລາຊາສັບໃຊ້ວ່າ ພະພັກ). (4. ຄໍາກິລິຍາ) ເຊົາເມື່ອຍ, ເຊົາຊົ່ວຄາວ, ຢຸດຊົ່ວຄາວ. (5. ຄໍາກິລິຍາ) ຖອຍຄືນ, ຄືດາວພະເຄາະຖອຍຄືນລາສີເກົ່າ ເອີ້ນວ່າ ພັກ.

ຕົວ­ຢ່າງ: 

  • ຕາດກວາງຊີ ຢູ່ແຂວງຫຼວງພະບາງງາມຫຼາຍ ມີນໍ້າຕົກເປັນພັກຫຼາຍພັກ ມີນໍ້າເປັນສິຂຽວ ເຢັນສົດຊື່ນ ໃນແຕ່ລະປີມີນັກທ່ອງທ່ຽວໄປທ່ຽວຫຼາຍພັນຄົນ.
  • ພັກຄອມ​ມູນິດແຫ່ງປະເທດ​ຈີນ ມີສະມາຊິກ ຫຼາຍກວ່າ 80 ລ້ານຄົນ, ສ້າງຕັ້ງຂຶ້ນປີ ຄ.ສ 1921.
  • ມື້ນີ້ແດດກະຮ້ອນ ວຽກກະຫຼາຍໆ ຂໍພັກເອົາແຮງຈັກນ້ອຍ ແລ້ວຄ່ອຍເຮັດຕໍ່ ຖ້າເຮັດຕໍ່ເນື່ອງເລີຍຢ້ານເປັນວິນ.
  • ອີງຕາມກົດໝາຍແຮງງານຂອງລາວ ກໍາມະກອນແມ່ນມີສິດພັກຜ່ອນ 8 ຊົ່ວໂມງຕໍ່ມື້, ເຮັດວຽກ 8 ຊົ່ວໂມງຕໍ່ມື້ ແລະ ຮຽນຮູ້ 8 ຊົ່ວໂມງຕໍ່ມື.

ສະຫຼຸບ.

ຄໍາວ່າ “ພັກ”​ ໝາຍເຖິງຊັ້ນທີ່ມີລະດັບຫຼຸດກັນລົງເປັນລໍາດັບ. ໝາຍເຖິງຄົນທີ່ເປັນພັກພວກ ຫຼື ກຸ່ມກ້ອນ. ນອກຈາກນີ້, ຍັງໝາຍເຖິງການພັກເຊົາ ຫຼື ຢຸດເຊົາ ຫຼື ເຊົາ ເມື່ອຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo