ຄຳວ່າ “ກ່ານ” ແລະ “ກ້ານ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມໝາຍ​ຂອງ​ຄຳ​ວ່າ “ກ່ານ” ແລະ ກ້ານ”.

ຄໍາວ່າ “ກ່ານ” ແລະ ​“ກ້ານ” ສອງຄໍານີ້ແມ່ນມີຄວາມໝາຍແຕກຕ່າງກັນ, ແຕ່ການອອກສຽງໃກ້ຄຽງກັນ ໂດຍສະເພາະແມ່ນຊາວຕ່າງ ຊາດທີ່ເວົ້າພາສາລາວ ອາດເຮັດໃຫ້ຜູ້ຮັບຟັງຄໍາເວົ້າ ຫຼື ປະໂຫຍກນັ້ນບໍ່ແຈ້ງ ອາດເຮັດໃຫ້ມີຄວາມສັບສົນ ເພາະວ່າຄວາມແຕກຕ່າງຂອງການອອກສຽງແມ່ນຕ່າງແຕ່ສຽງສູງກັບສຽງຕໍ່າເທົ່ານັ້ນ.

ຄໍາວ່າ ​“ກ່ານ” ໝາຍເຖິງການຂັ້ນກັນດ້ວຍສີຕ່າງໆ ເປັນຕົ້ນ: ງູກ່ານປ້ອງ ໝາຍເຖິງງູພິດທີ່ມີສີກ່ານຂັ້ນກັນຫຼາຍເທື່ອແຕ່ຫົວເຖິງຫາງ, ນົກຄໍກ່ານ, ໝາຫ່າງກ່ານ, ລີ້ນກ່ານ, ທາງມ້າລາຍກ່ານດ້ວຍສີຂາວ ແລະ ດໍາ ແລະ ອື່ນໆ.

ຄໍາວ່າ ​“ກ້ານ” ໝາຍເຖິງຂວັ້ນ ຫຼື ແກນກາງຂອງໃບໄມ້ ເຊັ່ນ: ກ້ານຕອງ, ກ້ານກ້ວຍ, ກ້ານພ້າວ, ກ້ານໃບພູ, ກ້ານບົວ. ໝາຍເຖິງສິ່ງຂອງທີ່ກົມມົນຍາວ ຫຼື ຄ້າຍທໍ່ ຫຼື ສີ່ງທີ່ຕໍຫົວ ແລະ ບ່າຂອງຄົນ ແລະ ສັດເຂົ້າກັນ ເຊັ່ນ: ກ້ານບິກ, ກ້ານສໍ, ກ້ານຄໍ. ນອກຈາກນີ້, ຍັງໝາຍເຖິງການໃຕ້ ຫຼື ເຍືອງ ດ້ວຍໄຟ ເພື່ອຊອກຫາສັດ ໃນເວລາກາງຄືນເຊັ່ນ: ກ້ານກົບ, ກ້ານຂຽດ, ກ້ານປາ, ກ້ານແມງແຄງ, ກ້ານແມງໄມ້, ກ້ານນົກ, ກ້ານສັດປ່າ ເປັນຕົ້ນ.

SA Game
DooDiDo

ເພື່ອ​ທໍາຄວາມເຂົ້າໃຈການນຳ​ໃຊ້​ໃຫ້​ດີຂຶ້ນກວ່າເກົ່າ ​ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳ​ວ່າ “ກ່ານ”.

“ກ່ານ” (1. ຄຳກໍາມະ) ເອົາສີຕ່າງໆ ກັ້ນກັນໄວ້ (2. ຄຳກໍາມະວິເສດ) ມີສີຕ່າງໆສັບກັນໄປມາ ກ່ານປ້ອງ ງູທໍາທານ (ງູກ່ານປ້ອງ).

ຕົວ​ຢ່າງ:

  • ງູກ່ານປ້ອງມີຫຼາຍປະເພດ ບາງປະເພດມີສີດໍາກ່ານດ້ວຍສີຂາວແຕ່ຫົວຈົນຮອດຫາງ, ບາງປະເພດມີສີດໍາ ແລະ ສີເຫຼືອງກ່ານກັນໄປ ແຕ່ທັງໝົດນັ້ນລ້ວນແຕ່ເປັນງູພິດຕອດເຖິງຂັ້ນຕາຍເຊັ່ນກັນ.
  • ໝາຫາງກ່ານເປັນຕາຮັກ ຖ້າໄດ້ລູກຂໍໄປເຮັດແນວຈັກໂຕແດ່ເດີ.
  • ສີ້ນມີຫຼາຍປະເພດ ທີ່ມີເອກະລັກສະເພາະຕົວແຕກຕ່າງກັນໄປ ແຕ່ສ່ວນໃຫຍ່ຈະມີສີກ່ານຂັ້ນກັນໄປ ແລະ ມີລວດລາຍດອກຕ່າງໆ.

ຄວາມໝາຍຄຳ​ວ່າ “ກ້ານ”.

“ກ້ານ” ຂວັ້ນໃບໄມ້ທີ່ຍາວໆ, ແກນກາງຂອງໃບໄມ້. ສິ່ງຂອງເປັນທໍ່ກົມຍາວ, ສີ່ງທີ່ຕໍ່ຫົວ ແລະ ບ່າໃສ່ກັນຂອງຄົນ ຫຼື ສັດ. (2. ຄໍາກໍາມະ) ໄຕ້ໄຟຊອກຫາສັດປ່າ ໃນເວລາກາງຄືນ.

ຕົວ​ຢ່າງ:

  • ເວລາຊິເອົາຕອງກ້ວາຍ ເພື່ອຄວາມສະບາຍໃຫ້ຕັດກ້ານມັນລົງມາແລ້ວ ຈິ່ງມາລິເອົາແຕ່ໃບຕອງ.
  • ຄວາຍຜູ້ງ່ານ ມີກ້ານຄໍທີ່ມີກ້າມເປັນໝັດໃຫຍ່ ເວລາຊົນກັນແມ່ນອາໃສກ້ານຄໍ ແລະ ເຂົາເປັນຫຼັກ.
  • ບິກກ້ານນີ້ຈັ່ງແມ່ນງາມ ກ້ານມີສີສົດໃສ ແລະ ມີລວດລາຍດີ ຂຽນກໍ່ມ່ວນມືເຮັດໃຫ້ບໍ່ຢາກເຊົາ.
  • ວານນີ້ໄປກ້ານຂຽດ ໄດ້ເຕັມຂ້ອງນຶ່ງ ປະມານເຄີ່ງກິໂລ ເອົາມາເຮັດຂຽດຢ້າງ, ເອາະ ກິນ ແຊບຄັກແຊບແນ່.

ສະ​ຫຼຸບ.

ຄຳ​ວ່າ “ກ່ານ” ໝາຍເຖິງການຂັ້ນກັນດ້ວຍສີຕ່າງກັນ. ສ່ວນຄຳ​ວ່າ “ກ້ານ” ໝາຍເຖິງກ້ານໃບໄມ້, ກ້ານຄໍ, ກ້ານບິກ ແລະ ອື່ນໆ. ນອກຈາກນີ້ຍັງໝາຍເຖິງການໄຕ້ໄຟ ເພື່ອໄປຊອກຫາກິນຫາຢູ່ ເປັນຕົ້ນແມ່ນສັດປ່າຕ່າງໆໃນເວລາກາງຄືນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo