ຄຳວ່າ “ຄົ້ວ” ແລະ “ຄວ້າ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມໝາຍ​ຂອງ​ຄຳ​ວ່າ “ຄົ້ວ” ແລະ ຄວ້າ”.

ຄໍາວ່າ ​“ຄົ້ວ” ແລະ ​“ຄວ້າ” ເຖິງວ່າການອອກສຽງຈະຕ່າງກັນເລັກນ້ອຍເພາະຄໍານຶ່ງມີໂຕ ​“ວ” ມາຄວບ ແຕ່ຄວາມໝາຍຊໍ້າພັດຄືກັນ. ການອອກສຽງນັ້ນຈະອອກສຽງຄວບ ຫຼື ບໍ່ແມ່ນຂຶ້ນກັບສໍານຽງບາງທ້ອງຖີ່ນ ທາງດ້ານຫຼັກໄວຍະກອນແມ່ນສາມາດໃຊ້ໄດ້ທັງສອງ ແລ້ວແຕ່ຖະນັດ ແລະ ສໍານານ.

ຄໍາວ່າ ​“ຄົ້ວ” ຫຼື ​“ຄວ້າ” ໝາຍເຖິງການຍື່ນແຂນອອກໄປຈັບເອົາແບບໄວໆ ຫຼື ແຍ່ງຊິງເອົາແບບບໍ່ທັນຕັ້ງໂຕ ເປັນຕົ້ນ ຄວ້າໄດ້ຄວ້າເອົາ ໝາຍເຖິງໃຜຈັບໄດ້ຈັບເອົາ, ເອົາມືຄວ້າເອົາ ໝາຍເຖິງເອົາມືຈັບເອົາ, ຄົ້ວມືໄວ້ ໝາຍເຖິງຈັບມືໄວ້,  ໄຂວຄວ້າ ໝາຍເຖິງການໄຝ່ຝັນຫາ, ຄວ້າຝັນ ໝາຍເຖິງເຮັດໃຫ້ຄວາມຝັນເປັນຈິງ ຫຼື ເຮັດໃຫ້ສິ່ງທີ່ຄິດເປັນຈິງ, ຄວ້າລາງວັນ ໝາຍເຖິງໄດ້ຮັບຊະນະເລີດ ແລະ ໄດ້ລາງວັນ ເປັນຕົ້ນ. ນອກຈາກນັ້ນ, ເມື່ອນໍາໄປຄວບກັບຄໍາອື່ນສາມາດເຮັດໃຫ້ຄວາມໝາຍຫຼາກຫຼາຍອອກໄປເຊັ່ນ: ຄົ້ນຄວ້າ ໝາຍເຖິງຊອກຫາສິ່ງໃດນຶ່ງໃຫ້ເຂົ້າໃຈເລິກເຊິ່ງ ຫຼື ວິໃຈສິ່ງໃດນຶ່ງ.

SA Game
DooDiDo

ເພື່ອ​ໃຫ້ເຂົ້າໃຈຄວາມໝາຍຂອງການນນຳ​ໃຊ້​ໃຫ້​ດີຂຶ້ນກວ່າເກົ່າ ​ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳ​ວ່າ “ຄົ້ວ ຫຼື ຄວ້າ”.

“ຄົ້ວ” (1. ຄຳກິລິຍາ) ຈັບ, ຟັບຟ້າວໆ, ທາວມືໄປຈັບເອົາ, ແຍ່ງ, ຊິງ, ຍາດ.

ຕົວ​ຢ່າງ:

  • ສອງແມ່ລູກຂີ່ລົດຈັກໄປຕະຫຼາດ ແມ່ຢ້ານລູກຕົກລົດ ຈິ່ງຄວ້າເອົາມືລູກມາກອດແອວລາວໄວ້ ແລະ ບອກຜູ້ເປັນລູກວ່າກອດແໜ້ນໆ ຫ້າມປ່ອຍເດັດຂາດ.
  • ຍິງຄົນນຶ່ງພາຍກະເປົາເງິນຍ່າງຢູ່ແຄມທາງ ມີໂຈນສອງຄົນຂີ່ລົດມານໍາກັນ ຄົນນຶ່ງດຶງກະເປົາລາວຢ່າງແຮງ ແຕ່ຍິງຄົນນັ້ນຄວ້າກະເປົາໄດ້ຄືນ ແລະ ເກີດການຕໍ່ສູ້ດຶງກະເປົາກັນໄປມາ ລາວທັງຮ້ອງທັງຕົກໃຈ ຊ່ວຍແດ່! ຊ່ວຍແດ່!.
  • ການໄຂວ່ຄວ້າສິ່ງໃດນຶ່ງເປັນສິ່ງທີ່ດີເພາະເຮັດໃຫ້ເຮົາມີແຮງບັນດານໃຈສູ້ ແຕ່ຖ້າຫາກຜິດຫວັງ ຫຼື ບໍ່ໄດ້ກໍຢ່າເສຍໃຈເກີນເຫດ.
  • ໃນທີ່ສຸດລາວກໍສາມາດຄວ້າຝັນຂອງລາວຈົນໄດ້ ກ່ອນຈະໄດ້ດັ່ງຄິດຝັນ ລາວໄດ້ຄົ້ນຄວ້າ ແລະ ວິໃຈ ສິ່ງປະດິດຂອງລາວເປັນເວລາຫຼາຍສິບປີ ແຕ່ກໍຖືວ່າຄຸ້ມຄ່າເພາະມີປະໂຫຍດຕໍ່ມະນຸດສະຍາຊາດ.
  • ປະເທດບຼາຊີວ ສາມາດຄວ້າແຊມເຕະບານໂລກ ຫຼາຍສະໄໝ ແລະ ສາມາດສົ່ງນັກເຕະດີໆ ຫຼາຍຄົນ ເພື່ອໄປຮ່ວມທີມຢູ່ລີກຂອງຢູ່ໂລບ ຊຶ່ງໄດ້ສ້າງຊື່ສຽງແກ່ປະເທດຊາດ ແລະ ເຮັດໃຫ້ຄົນຮູ້ຈັກ ເປັນຢ່າງດີ.

ສະ​ຫຼຸບ.

ຄຳ​ວ່າ “ຄົ້ວ” ແລະ “ຄວ້າ” ແມ່ນຄວາມໝາຍຄືກັນ ຕ່າງແຕ່ການອອກສຽງທີ່ມີໂຕ “ວ” ຄວບຄໍານຶ່ງ ການອອກສຽງແມ່ນຂຶ້ນກັບແຕ່ລະທ້ອງຖີ່ນ ແຕ່ດ້ານຫຼັກໄວຍະກອນແມ່ນສາມາດໃຊ້ໄດ້ທັງສອງຢ່າງ ຂຶ້ນກັບຄວາມຊິນເຄີຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo