ມາ​ຮູ້​ຈັກຄໍາວ່າ “ຂ້ອຍ” ຄວາມໝາຍໃນພາສາລາວ​ໃຫ້​ກ້​ວາງກວ່າ​ເກົ່າ

SA Game

DooDiDo

ອະທິບາຍຄໍາວ່າ “ຂ້ອຍ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຂ້ອຍ” ແມ່ນຄຳແທນນາມ ບູລຸດທີໜຶ່ງ ຈຳນວນໜ້ອຍ ໝາຍເຖິງຕົນເອງ ຜູ້ເວົ້າ ຜູ້ຂຽນ ຜູ້ສື່ ໝາຍເຖິງເປັນຜູ້ຮັບໃຊ້ ຫຼື ຄົນຮັບໃຊ້, ເປັນຂ້າ ຫຼື ຂີ້ຂ້າ.

ຄໍາທີ່ມີຄວາມໝາຍຄືກັນກັບຂ້ອຍມີຫຼາຍຄໍາ ແຕ່ການນໍາໃຊ້ແມ່ນຂຶ້ນກັບກາລະ ເປັນຕົ້ນ ຂ້າພະເຈົ້າ (ເປັນຄໍາສຸພາບ ແລະ ເປັນທາງການ), ຂ້ານ້ອຍ (ເປັນຄໍາສຸພາບ ແລະ ຖ່ອມຕົນ ເວົ້າກັບຜູ້ໃຫຍ່), ຕູ (ເປັນຄໍາອ່ອນນ້ອມໃຊ້ເວົ້າກັບໝູ່ເພື່ອນ), ກູ (ຖ້າເວົ້າກັບຄົນອາວຸໂສ ຫຼື ຄຸນນະວຸດທິແມ່ນບໍ່ສຸພາບ ແຕ່ເວົ້າກັບໝູ່ເພື່ອນຮັກແພງໄດ້), ເຮົາ ຫຼື ເຮົາເອງ(ເປັນຄໍາອ່ອນນ້ອມໃຊ້ເວົ້າກັບໝູ່ເພື່ອນ ຫຼື ຄົນທົ່ວໄປ).

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າ “ຂ້ອຍ”.

“ຂ້ອຍ” (1. ຄໍາແທນນາມ) ຄົນໃຊ້ທີ່ບໍ່ໄດ້ຮັບຄ່າຈ້າງ, ຄົນທຸກທີ່ຍອມຕົນເປັນຄົນໃຊ້ຜູ້ອື່ນ ເພື່ອອາໃສຢູ່ກິນ. ຂ້າ, ຂ້ອຍຂ້າ, ຂີ້ຂ້າ, ຄົນຮັບໃຊ້, ຜູ້ຮັບໃຊ້. ຂ້າພະເຈົ້າ (ເປັນຄໍາແທນຊື່ຂອງຜູ້ເວົ້າ). ຂ້ານ້ອຍ, ຕູ, ກູ. ເຮົາ, ເຮົາເອງ.

ຕົວ­ຢ່າງ: 

  • ໃນສະໄໝສັກດີນາ ເຈົ້າຊີວິດແມ່ນມີບໍລິວານ, ຂ້ອຍຂ້າມ້າຕ່າງ ແລະ ທາດຮັບໃຊ້ເປັນຈໍານວນຫຼວງຫຼາຍ ໃນການດໍາລົງຊີວິດ ແລະ ບໍລິຫານບ້ານເມືອງ. ຮອງລົງມາແມ່ນບັນດາເສນາອາມາດ ແລະ ຂຸນນາງຊັ້ນຜູ້ໃຫຍ່ ແຕ່ມີຂ້ອຍຮັບໃຊ້ນ້ອຍກວ່າ ແຕກຕ່າງກັນໄປຕາມຖານະສັກຂອງແຕ່ລະຄົນ. ຂ້ອຍຂ້າແມ່ນບໍ່ມີກົດໝາຍຄຸ້ມຄອງທາດໃດໆ ຊຶ່ງສ່ວນໃຫຍ່ແມ່ນສະເລີຍເສີກສົງຄາມ.
  • ຂ້າພະເຈົ້າ (ຂ້ອຍ) ໃນນາມຕາງໜ້າໃຫ້ບໍລິສັດຜະລິດຕະພັນເຄື່ອງສໍາອາງ ຂໍສະແດງຄວາມຮູ້ບຸນຄຸນມາຍັງລູກຄ້າທຸກໆທ່ານ ທີ່ໃຊ້ບໍລິການສິນຄ້າຂອງບໍລິສັດເຮົາ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບຄວາມໄວ້ວາງໃຈ ແລະ ໃຊ້ບໍລິການຜົນຜະລິດຂອງພວກເຮົາຕໍ່ໄປ. ບໍລິສັດເຮົາຈະເຮັດທຸກວິທີທາງເພື່ອຜະລິດສິນຄ້າທີ່ມີຄຸນະພາບໃຫ້ແກ່ບັນດາທ່ານຕໍ່ໄປ.
  • ກູ (ຂ້ອຍ) ເວົ້າແລ້ວ ມຶງບໍ່ຟັງ! ໄປຊື້ເຄື່ອງຜ່ານລະບົບອອນລາຍຖືກສິນຄ້າປອມຈົນໄດ້ ໂທຫາເຂົາກໍປິດສາຍ ເງິນໂຕກະຈ່າຍໄປແລ້ວ ຈັ່ງແມ່ນຄັກ.
  • ຕູ (ຂ້ອຍ) ວ່າຊິໄປທ່ຽວແຂວງຫຼວງພະບາງ ເພາະເປັນແຂວງທີ່ມີຊື່ສຽງໂດ່ງດັງ ແລະ ມີແຫຼ່ງທ່ອງທ່ຽວຫຼາຍ ທັງດ້ານທໍາມະຊາດ ແລະ ດ້ານວັດທະນາທໍາ ມີວິຖີຊີວິດ ເຄົາລົບທໍານຽມ ປະເພນີອັນດີ ງາມ ເປັນແຫຼ່ງກໍາເນີດອະລິຍະທໍາລ້ານຊ້າງ.
  • ຂ້ອຍກັບເຈົ້າ ເຮົາລົມກັນມາດົນ ຂ້ອຍກະຮັກເຈົ້າ ເຈົ້າກະຮັກຂ້ອຍ ເຮົາມາແຕ່ງງານກັນໄດ້ບໍ່ ຂ້ອຍ ກັບເຈົ້າກະຈະໄດ້ເປັນຝັ່ງເປັນຝາ.

ສະຫຼຸບ.

ຄໍາວ່າ “ຂ້ອຍ”​ ແມ່ນໝາຍເຖິງຄົນໃຊ້ທີ່ບໍ່ໄດ້ຮັບຄ່າຈ້າງ ຫຼື ຂ້າທາດ. ພ້ອມກັນນັ້ນ, ຍັງເປັນຄໍາທີ່ໃຊ້ແທນໂຕຕົວເຮົາເອງ ຫຼື ຄໍາແທນຊື່ຂອງຜູ້ເວົ້າ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo