ຄຳວ່າ “ເບືອ” ແລະ “ເບື່ອ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມໝາຍ​ຂອງ​ຄຳ​ວ່າ “ເບືອ” ແລະ ເບື່ອ”.

ຄໍາວ່າ ​“ເບືອ” ໝາຍເຖິງເຂົ້າສານທີ່ເອົາມາຂົ້ວແຫ້ມແລ້ວໄປຕໍາດ້ວຍຄົກ, ປັ່ນ ຫຼື ບົດດ້ວຍເຄື່ອງບົດ ໃຫ້ ມຸ່ນໆ ເອີ້ນ ເຂົ້າເບືອ. ໝາຍເຖິງສາກຄົກວ່າ ຊຶ່ງເອີ້ນອີກຢ່າງວ່າ ສາກເຂົ້າເບືອ ທີ່ມາແມ່່ນຄົນສະໄໝກ່ອນມັກເອົາສາກຄົກຕໍາເຂົ້າເບືອ ຊຶ່ງບໍ່ໄດ້ບົດດ້ວຍເຄື່ອງບົດດັ່ງທຸກວັນນີ້.

ຄໍາວ່າ ​“ເບື່ອ” ໝາຍເຖິງການຖຶກພິດເຮັດໃຫ້ເມົາ ຫຼື ເຈັບ ເຊັ່ນ: ເບື່ອເຫັດເກືອບຕາຍ, ເບື່ອໜູດ້ວຍສານໜູ, ທາດເຄມີຫຼາຍຊະນິດເຮັດໃຫ້ທາດເບື່ອເມົາໄດ້. ນອກຈາກນີ້ ເບື່ອຍັງແມ່່ນບໍ່ມັກ, ການອີ່ມການເປີດ, ການໜ່າຍ ຊຶ່ງເຮົາມັກໄດ້ຍີນເປັນຕົ້ນ ເບື່ອໜ່າຍ, ເບື່ອອາຫານ, ເບື່ອໂລກ, ເບື່ອຊີວິດ ແລະ ອື່ນໆ.

SA Game
DooDiDo

ເພື່ອ​ໃຫ້ເຂົ້າໃຈການນນຳ​ໃຊ້​ໃຫ້​ເລິກກວ່າເກົ່າ ​ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳ​ວ່າ “ເບືອ”.

“ເບືອ” (1. ຄຳນາມ) ເຂົ້າສານທີ່ຕໍໃສ່ແກງ ເອີ້ນ ເຂົ້າເບືອ, ສາກຕໍາອາຫານໃນເຮືອນຄົວ ເອີ້ນ ສາກເຂົ້າເບືອ ຫຼື ສາກຄົກ (ຄົກຕໍາດ້ວຍມື). (2. ຄໍາກິລິຍາ) ເອົາຢາພິດໃຫ້ກິນ, ເອົາຂອງໃຫ້ກິນ ໂດຍເຈດຕະນາຮ້າຍ.

ຕົວ​ຢ່າງ:

  • ເຮັດຫໍ່ໜຶ້ງໄກ່ຢາກໃຫ້ແຊບ ແລະ ຫອມ ແມ່ນເອົາເຂົ້າເບືອໃສ່ນໍານ້ອຍນຶ່ງ ລວມທັງຜັກຫອມຊີ ຫອມບົ່ວ ສີໄຄ ຂິງ ແລະ ໝາກເຜັດ.
  • ສາກເຂົ້າເບືອນີ້ ພໍ່ຕູ້ບອກວ່າເຮັດດ້ວຍໄມ້ແກ່ນຫຼ້ອນໄດ້ຫຼາຍປີ ແຕ່ຕອນລາວຍັງເປັນເດັກນ້ອຍ.
  • ແຕ່ກ່ອນ ວັງນໍ້ານີ້ມີປາ, ປາຝາ ແລະ ນາກນໍ້າຫຼາຍ ແຕ່ຍ້ອນຄົນລັກເບືອ ຈິ່ງເຮັດນາກນໍ້າ ແລະ ປາຝາຕາຍໝົດ. ປະຈຸບັນ ໄດ້ເຮັດເປັນວັງສະຫງວນ ແລະ ເຮັດເປັນແຫຼ່ງທ່ອງທ່ຽວແບບອະນຸລັກ.
  • ໂອ້ຍຈັ່ງແມ່ນໜູຫຼາຍ! ເອົາສານໜູມາເບືອມັນໃຫ້ຕາຍໝົດສາ ບໍ່ຊັ້ນມັນມາກິນເຂົ້ານາໝົດແທ້.

ຄວາມໝາຍຄຳ​ວ່າ “ເບື່ອ”.

“ເບື່ອ” (1. ຄໍາກິລິຍາ) ເມົາ, ເມົາຢາພິດ ຫຼື ຂອງມີພິດ, ໜ່າຍ, ເປີດ, ບໍ່ຢາກ, ຊັງ, ບໍ່ມັກ, ບໍ່ຊອບ.

ຕົວ​ຢ່າງ:

  • ສົງຄວາມຫວຽດນາມ ແລະ ສົງຄາມລັບໃນລາວ ຈັກກະພັດອາເມລິກາ ບໍ່ພຽງແຕ່ໃຊ້ລະເບີດ ແລະ ກະສຸນປືນ ເທົ່ານັ້ນ ແຕ່ຍັງໃຊ້ທາດເບື່ອ ຄື ຝົນເຫຼືອງ (dioxin) ໂຮຍລົງແຕ່ເທິງຟ້າຢ່າງ ບ້າຄັ່ງ ເຮັດໃຫ້ປ່າດົງ ດິນດອນຫຍ້າ ສັດນາໆ ຮອດແມງໄມ້ ຕາຍສິ້ນແມ່ນບໍ່ເຫຼືອ ສານພິດດັ່ງ ກ່າວຍັງຕົກຄ້າງ ແລະ ສົ່ງຜົນກະທົບຕໍ່ຄົນ, ສັດ ແລະ ສິ່ງແວດລ້ອມເທົ່າທຸກວັນນີ້ ຊຶ່ງແມ່ນຄວາມເຈັບປວດທີ່ເຮັດໃຫ້ລືມຍາກ.
  • ພໍຮອດຍາມຝົນ ມັກໄດ້ຍິນຂ່າວໄທບ້ານໄປເກັບເຫັດປ່າ ມາເຮັດກິນແລ້ວເບື່ອ ບາງປີມີຄົນເສຍຊີວິດຍ້ອນ.
  • ຈັ່ງແມ່ນເບື່ອໂລກໂຄວິດ-19 ເດ! ເບື່ອຢູ່ເຮືອນຢູ່ຊານ ໄປໃສກະບໍ່ໄດ້ ມີແຕ່ເຝົ້າໂທລະທັດ ແລະ ໂທລະສັບ ແລ້ວບໍ່ແລ້ວ ຍັງເບື່ອກິນແຕ່ອາຫານເດີມໆ ໄປຕະຫຼາດກໍບໍ່ກ້າ.

ສະ​ຫຼຸບ.

ຄຳ​ວ່າ “ເບືອ” ໝາຍເຖິງສາກຄົກທີ່ຕໍາດ້ວຍມື ເຮັດດ້ວຍໄມ້ເປັນທ່ອນຄັດຢ່າງດີ ຍາວປະມານສອກນຶ່ງ, ໝາຍເຖິງການເອົາຢາພິດໃສ່ໃຫ້ກິນ. ສ່ວນຄຳ​ວ່າ “ເບື່ອ” ໝາຍເຖິງ ການເມົາຢາພິດ. ໝາຍເຖິງການໜ່າຍ ຫຼື ບໍ່ມັກ ຫຼື ບໍ່ຊອບ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo