ມາ​ຮູ້​ຈັກ ຄໍາວ່າ “ຄໍາ” ຄວາມໝາຍໃນພາສາລາວມີ​ແນວ​ໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ຄໍາ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຄໍາ” ແມ່ນມີຫຼາຍຄວາມໝາຍ ໃນນັ້ນແມ່ນໂລຫະມີຄ່າ ເອີ້ນ “ຄໍາ” ຄໍາແບ່ງອອກເປັນຫຼາຍແນວຄື: ຄໍາຂາວ, ຄໍາຝລັ່ງ, ຄໍາທີ່ມີ ສີຄ້າຍຄືທອງ ເປັນຕົ້ນ. ຄົນນິຍົມກັນນໍາມາເຮັດ ເຄື່ອງປະດັບເຊັ່ນ: ສາຍຄໍຄໍາ, ປະລັກແຂນຄໍາ, ຕ້າງຫູຄໍາ, ແຫວນມືຄໍາ ແລະ ອື່ນໆ. ໃນໂລກແຫ່ງຍຸກເສດຖະກິດ ປະເທດໃດນຶ່ງຕ້ອງໄດ້ມີການຕ້ອງໄດ້ສໍາຮອງຄໍາໄວ້ ເພື່ອເປັນການຄໍ້າປະກັນຄວາມກ່ອນຜະລິດເງິນເຈ້ຍຂອງປະເທດຕົນອອກມາໃຊ້.

ຄໍາເປັນວັດຖຸທີ່ມີຄ່າ ແລະ ມີອິດທິພົນຕໍ່ວັດທະນາທໍາ ແລະ ການດໍາລົງຊີວິດຂອງຄົນ ໂດຍສະເພາະແມ່ນຄົນລາວ ຊຶ່ງສະແດງອອກໃນຜະຫຍາ, ກາບກອນ, ຄໍາເວົ້າຕ່າງໆ ເຊັ່ນ: ມີເງິນມີຄໍາ, ເງິນຄໍາກໍາແກ້ວ, ຄໍາທໍ່ຫົວ, ເຫັນເງິນໜ້າດໍາ ເຫັນຄໍາໜ້າເສົ້າ. ໃຊ້ຕັ້ງເປັນຊື່ ຫຼື ນາມສະກຸນເຊັ່ນ: ນາງ ຫຼື ທ້າວ ຄໍາ, ນາງ ຫຼື ທ້າວ ແສງຄໍາ, ນາງ ຫຼື ທ້າວ ຄໍາເຈນ, ນາງ ຫຼື ທ້າວ ຄໍາອ່ອນ,ນາງ ຫຼື ທ້າວ ວົງຄໍາ ແລະ ອື່ນໆ. ຄໍາວ່າ “ຄໍາ” ຍັງໝາຍເຖິງການເອົາອາຫານເຂົ້າປາກເອີ້ນ ຄໍາເຂົ້າ, ກິນຄໍານຶ່ງ ກິນສອງຄໍາ ແລະ ອື່ນໆ. ນອກຈາກນັ້ນ, ຍັງໝາຍເຖິງການເວົ້າຂໍ້ຄວາມນຶ່ງໆ ເຊັ່ນ:  ຄໍາເວົ້າ, ຄໍາຂັບລໍາ, ຄໍາກ່າວ, ຄໍາກ່າວຫາ, ຄໍາກ່າວໂທດ, ຄໍາຊີ້ແຈງ, ຄໍາກອນ, ຄໍາຂວັນ, ຄໍາຂໍ, ຄໍາສອນ, ຄໍາຍ້ອງຍໍ, ຄໍາສຸພາສິດ, ຄໍາສາບານ, ຄໍາຊີ້ນໍາ, ຄໍາສັ່ງ, ຄໍາສາລະພາບ, ຄໍາສາບານ, ຄໍາສາບ, ຄໍາສັ່ງເສຍ.

SA Game
DooDiDo

ຕາມຫຼັກໄວຍະກອນແມ່ນແບ່ງອອກເປັນຫຼາຍຢ່າງ ເຊັ່ນ:  ຄໍາສັບພະນາມ ຫຼື ແທນນາມ, ຄໍານາມ, ຄໍາກໍາມະ ຫຼື ກິລິຍາ, ຄໍາຄຸນນາມ, ຄໍາອຸທານ, ຄໍາເຊື່ອມ, ຄໍາຕໍ່ ແລະ ອື່ນໆ.  ອີກຄວາມໝາຍນຶ່ງ ແມ່ນໝາຍເຖິງການເອົາມືລູບໄປລູບມາ ຫຼື ລູບໆຄໍາໆ.

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຄໍາ”.

“ຄໍາ” (1. ຄໍານາມ) ທາດແທ້ຢ່າງນຶ່ງ ສີເຫຼືອງບໍ່ເສົ້າ ເນື້ອອ່ອນໜຽວ ໃຊ້ເຮັດເປັນເຄື່ອງເອ້ ແລະ ມີຄ່າແພງ. (2. ຄໍານາມ) ອາຫານທີ່ເອົາເຂົ້າປາກຫຍໍ້າເທື່ອນຶ່ງ, ຂໍ້ຄວາມທີ່ເວົ້າອອກມາຂໍ້ຄວາມນຶ່ງໆ. ອັກ ສອນປະສົມກັນອ່ານອອກໄດ້ຄວາມນຶ່ງໆ; ຄໍາຄຣູ ຄໍາໜັກເປັນຄໍາໃຊ້ໃນເວລາແຕ່ງກາບກອນໄດ້ແກ່ຄໍາຈໍາພວກທີ່ມີສະລະຍາວ ຫຼື ສະລະສັ້ນ ແຕ່ມີຕົວສະກົດ. ຄໍາໂທ ໄດ້ແກ່ຄໍາທີ່ໃສ່ວັນນະຍຸດໂທ. ຄໍາຕາຍ ໄດ້ ແກ່ຄໍາທີ່ມີສະລະສັ້ນ ແລະ ຄໍາທີ່ມີ ກ ດ ບ ສະກົດ. ຄໍາເປັນ ໄດ້ແກ່ຄໍາອື່ນທີ່ນອກຈາກຄໍາຕາຍ. ຄໍາລະຫູ ຄໍາເບົາ ໄດ້ແກ່ຄໍາທີ່ໃຊ້ວັນນະຍຸດເອກ ແລະ ມີຕົວສະກົດ ກ ດ ບ ສະກົດ. (3. ຄໍານາມ) ດິນບ່ອນມີນໍ້າຊຶມ ຫຼື ຊຸ່ມຢູ່ສະເໝີ. (4. ຄໍາກິລິຍາ) ເອົາມືລູບໄປລູບມາ, ເອົາມືວາງແປະລົງຄ່ອຍໆ.

ຕົວ­ຢ່າງ: 

  • ຄໍາ 1 ບາດມີ 4 ສະຫຼຶງ, ຄໍາ 1 ກິໂລ ມີ 60 ບາດ. ສ່ວນລາຄາແມ່ນແຕກຕ່າງກັນອອກໄປຕາມ ແຕ່ລະປະເທດ.
  • ລາວໃສ່ສາຍຄໍຄໍາເສັ້ນເທົ່າປ້ອງອ້ອຍ ແລະ ຂີ່ລົດຫຼູ ແຕ່ງໂຕດີ ເບີ່ງຄືຊິແມ່ນຄົນລວຍ ແລະ ມີຖາ ນະ.
  • ເວລາບໍ່ສະບາຍ ເຮັດໃຫ້ກິນເຂົ້າບໍ່ແຊບ ກິນແຕ່ລະຄໍາແມ່ນຄືວ່າຝຶດແຮງ.
  • ເວລາຫິວເຂົ້າແຮງໆ ໃຫ້ຄ່ອຍໆກິນ ຢ່າກິນຄໍາໃຫຍ່ ກິນຄໍາລະນ້ອຍ ຈັກນ້ອຍຊິແຄ້ນເຂົ້າ.
  • ຍ້ອນລາວເປັນຄົນຊົຍເຜົ່າ ຄໍາເວົ້າລາວອາດຟັງແລ້ວບໍ່ແຈ້ງ ແລະ ເຂົ້າໃຈຍາກ. ສະນັ້ນ ລາວຈິ່ງພະຍາຍາມເວົ້າຊ້າໆໃຫ້ເປັນຖ້ອຍເປັນຄໍາ ແລະ ໃຊ້ມືສື່ສານໄປນໍາ.
  • ຈັ່ງແມ່ນລາວຮັກລົດລາວ ແຕ່ຊື້ມາເຫັນລູບໆຄໍາໆ ລ້າງທຸກມື້ ຮັກຫຼາຍກວ່າລູກອີກ.

ສະຫຼຸບ.

ຄໍາວ່າ “ຄໍາ”​ ໝາຍເຖິງໂລຫະມີຄ່າຄ້າຍຄືທອງເອີ້ນ ຄໍາ. ໝາຍເຖິງການເອົາອາຫານເຂົ້າປາກ ແລ້ວຫຍໍ້າເອີ້ນ ຄໍາເຂົ້າ. ໝາຍເຖິງຄໍາເວົ້າທີ່ເວົ້າອອກຈາກປາກ. ນອກນີ້ ຍັງໝາຍເຖິງການເອົາມືລູບໄປລູບມາ ນັ້ນເອງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo