ຄໍາວ່າ “ຕາ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ຕາ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຕາ” ໝາຍເຖິງຄົນເຖົ້າທີ່ເປັນຍາດຕິພີ່ນ້ອງຊັ້ນສູງເຊັ່ນ: ພໍ່ຂອງແມ່  ຫຼື ນ້ອງຂອງແມ່ ຫຼື ນ້າບ່າວ ແລະ ນ້ອງຂອງພໍ່ ຫຼື ອາວ. ນອກຈາກນັ້ນ, ຍັງເອີ້ນພໍ່ຂອງເມຍອີກວ່າ ພໍ່ຕາ ຫຼື ພໍ່ເຖົ້າ (ກໍລະນີແມ່ເຂອງເມຍເອີ້ນແມ່ນາຍ ຫຼື ແມ່ເຖົ້າ).

“ຕາ” ໝາຍເຖິງດວງຕາຂອງຄົນ ຫຼື ສັດ ເພື່ອເອົາໄວ້ເບີ່ງສິ່ງຕ່າງໆ ສ່ວນໃຫຍ່ຈະມີຕາສອງດວງ ຫຼື ຄູ່ນຶ່ງ ພ້ອມນັ້ນເຮົາຍັງມັກເອີ້ນ ຕາຂຸ້ນ, ຕາທຽມ (ຕາປອມ), ຕາບອດ, ຕາບໍ່ເຫັນຮຸ່ງ, ຕາລາຍ, ຕາມົວ, ຕາສະຫວ່າງ, ແຈ້ງຕາ ເປັນຕົ້ນ. ໝາຍເຖິງຕາໄມ້ ເພື່ອໄວ້ແຕກກິ່ງແຕກງ່າ ຊຶ່ງເຮົາມັກໃຊ້ວິທີຕອນງ່າຕົ້ນໄມ້ໄປປູກ ເພື່ອໃຫ້ໄດ້ກິນໄວ. ໝາຍເຖິງເສັ້ນຊື່ຕັດກັນເປັນຫ້ອງເຊັ່ນ: ຕາແຫຼວ (ເຄື່ອງປ້ອງກັນຜີແບບພື້ນບ້ານ), ຕາແຮ່, ຕາມມອງ, ຕາກະໂລ້, ຕາໝາກດ້າມ ຫຼື ໝາກລຸກ ຫຼື ເສືອກິນໝູ ແຕ່ຖ້າຫຼີ້ນໜຶ່ງເກມ ເຮົາເອີ້ນໜຶ່ງຕາ. ໝາຍເຖິງກາຈໍ້າ (ຕຣາ) ເພື່ອຈໍ້າສະແດງເຄື່ອງໝາຍ ຫຼື ໝາຍໄວ້.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍກວ່າເກົ່າ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຕາ”.

“ຕາ” (1. ຄໍານາມ) ພໍ່ຂອງແມ່, ຍາດຕິພີ່ນ້ອງຊັ້ນສູງ, ນ້າບ່າວ ແລະ ອາວຂອງແມ່. (1. ຄໍານາມ) ອະໄວຍະວະສ່ວນນຶ່ງຂອງຄົນ ແລະ ສັດ ສໍາລັບເບິ່ງ. ສ່ວນນຶ່ງຂອງຕົ້ນໄມ້ສໍາລັບໃຫ້ແຕກໜໍ່ ຫຼື ງ່າ, ປ່ອງທີ່ສາມ ຫຼື ຖັກ ດັ່ງຕາແຫ. ທີ່ລະຫວ່າງເສັ້ນຂີດ ຜ່ານກັນເປັນຫ້ອງ ດັ່ງ ຕາໝາກເສືອກິນໝູ, ໝ້ອງ, ສ່ວນ. (1. ຄໍານາມ) ເຄື່ອງໝາຍຮູບຕ່າງໆສໍາລັບຈໍ້າ ຫຼື ຕີລົງ ໃນໜັງສືເປັນສໍາຄັນ (ຕຣາ ຫຼື ກາ ກໍວ່າ). (2. ຄໍາກິລິຍາ) ໝາຍໄວ້ (ສ່ວນຫຼາຍອອກສຽງເປັນກາ).

ຕົວ­ຢ່າງ: 

  • ພໍ່ຕາອາຍຸໄດ້ 75 ປີ ແລ້ວແຕ່ລາວຍັງແຂງແຮງ ແລະ ຍ່າງຫັນດີ ກິດຈະກໍາແຕ່ລະວັນຂອງລາວແມ່ນຍ່າງອອກກໍາລັງກາຍ ແລະ ຫົດສວນດອກໄມ້ ສິ່ງສໍາຄັນລາວມັກກິນປາເປັນຫຼັກ ກິນຜັກກໍຫຼາຍ ຫຼີກການກິນຊີ້ນງົວ ແລະ ຄວາຍ.
  • ຊ້າງໂຕໃຫຍ່ ແຕ່ມີຕານ້ອຍໆ ໄວ້ເບີ່ງ ແລະ ມີງວງຍາວ ໃຊ້ຈັບ, ຫັກ ແທນມື ພ້ອມນັ້ນ ຍັງສາມາດ ໃຊ້ດູດນໍ້າໄດ້ອອກ.
  • ຕາຄົນອາຊີ ແລະ ຢູໂລບ ແມ່ນແຕກຕ່າງກັນ, ຄົນອາຊີມີຕາສີນໍ້າຕານ ເບີ່ງຢ່າງນຶ່ງຄືຕາດໍາ ສ່ວນຄົນຢູໂລບມີຕາສີຟ້າ ຫຼື ສີຂຽວ.
  • ການປູກໝາກມ່ວງຢາກໃຫ້ໄດ້ຄຸນະພາບດີແມ່ນໃຊ້ວິທີຕໍ່ຕາ ເພາະສາມາດເລືອກຕົ້ນທີ່ມີໝາກຫວານ, ໃຫຍ່ ແລະ ທົນທານໄດ້. ອີກປະການນຶ່ງວິທີຕໍ່ຕາແມ່ນເຮັດໃຫ້ອອກໝາກໄວກວ່າວິທີປູກດ້ວຍແກ່ນ.
  • ການສານແຮ່ແມ່ນໃຊ້ເວລາຫຼາຍມື້ ເພາະຕ້ອງໃຊ້ຄວາມພຽນສານເທື່ອລະຕາ ເທື່ອລະປ່ອງໄປ ຫຼັງຈາກນັ້ນ ຍັງໄດ້ໃສ່ຕີນແຮ່ອີກດ້ວຍ.
  • ການເຮັດແປ້ນໝາກດ້າມແມ່ນຂິດເສັ້ນຕັດກັນເປັນຕາ ໂດຍໃຫ້ໄລຍະຫ່າງເທົ່າກັນ ແລະ ເປັນຮູບສີ່ລ່ຽມຈັດ ຕຸລັດ.
  • ກາຈໍ້າ (ຕາ) ຂອງລັດຖະການເປັນຮູບວົງມົນ, ກາຈໍ້າ (ຕາ) ຂອງລັດວິສາຫະກິດເປັນຮູບໃຂ່ ແລະ ກາຈໍ້າ (ຕາ) ຂອງບໍລິສັດແມ່ນ 8 ລ່ຽມ.

ສະຫຼຸບ.

ຄໍາວ່າ “ຕາ”​ ໝາຍເຖິງພີ່ນ້ອງຊັ້ນສູງເຊັ່ນ: ພໍ່ເຖົ້າ, ນ້າບາວ ຫຼື ອາວ. ໝາຍເຖິງດວງຕາ ເພື່ອໄວ້ເບີ່ງຂອງຄົນ ແລະ ສັດ. ໝາຍເຖິງແໜງອຂອງໄມ້ສໍາລັບແຕກງ່າ. ໝາຍເຖິງປ່ອງທີ່ຖັກ ເຊັ່ນ ຕາແຫຼວ, ຕາແຮ່, ຕາມອງ. ໝາຍເຖິງການຂິດເສັ້ນຜ່ານກັນເປັນຫ້ອງ ເຊັ່ນຕາກະໂລ. ນອກຈາກນັ້ນ, ຍັງໝາຍເຖິງເຄື່ອງໝາຍສໍາລັບຈໍ້າ ເພື່ອເປັນໝາຍ ຫຼື ບອກສັນຍາລັກ ບາງເທື່ອກໍເອີ້ນ ກາຈໍ້າ ຫຼື ຕຣາຈໍ້າ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo