ຄຳວ່າ “ກວດ” ແລະ “ກວາດ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມໝາຍ​ຂອງ​ຄຳ​ວ່າ “ກວດ” ແລະ ກວາດ”.

ຄໍາວ່າ ​“ກວດ” ແລະ ຄໍາວ່າ ​“ກວາດ” ມີການອອກສຽງໃກ້ຄຽງກັນ ຕ່າງພຽງການອອກສຽງຄວບທີ່ມີພະ ຍັນຊະນະ ​“ວ” ແຕ່ມີຄວາມໝາຍຕ່າງກັນ.

ຄໍາວ່າ ​“ກວດ” ໝາຍເຖິງກ້ອງແກ້ວ ຫຼື ຂວດ ເພື່ອໃສ່ຂອງແຫຼວ ເຊັ່ນ: ນໍ້າ, ເຫຼົ້າ, ນໍ້າສົ້ມ ຫຼື ຂອງ ແຫຼວຢ່າງອື່ນ. ​“ກວດ” ຍັງໝາຍເຖິງການເບີ່ງໃຫ້ລະອຽດຖີ່ຖ້ວນ ຫຼື ເບີ່ງໃຫ້ຖືກຕ້ອງ ເຊັ່ນ: ກວດກາ, ກວດ ກາພິສູດ, ກວດຄົ້ນ, ກວດຄັດ, ກວດສອບ, ກວດສຸຂະພາບ, ກວດບັດ, ກວດຜ່ານ, ກວດແກ້ ເປັນຕົ້ນ. ​“ກວດ” ຍັງໝາຍເຖິງ ຂອດ, ກວດເກົ້າ ຫຼື ຂອດຜົມ.

ຄໍາວ່າ ​“ກວາດ” ໝາຍເຖິງ ປັດໃຫ້ກ້ຽງ, ກວາດລ້າງ ຫຼື ເອົາໄປໃຫ້ໝົດ, ກວາດຕ້ອນ.

ເພື່ອ​ໃຫ້ເຂົ້າໃຈຄວາມໝາຍຂອງການນນຳ​ໃຊ້​ໃຫ້​ດີຂຶ້ນກວ່າເກົ່າ ​ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

SA Game
DooDiDo

ຄວາມໝາຍຄຳ​ວ່າ “ກວດ”:

“ກວດ” (1. ຄຳນາມ) ກ້ອງແກ້ວ, ຂວດ. (2. ຄຳກິລິຍາ) ເບີ່ງຖີ່ຖ້ວນ, ພິຈາລະນາ, ເບີ່ງໃຫ້ຖືກຕ້ອງ. (3. ຄຳກິລິຍາ) ຂອດ ກວດເກົ້າ, ຂອດຜົມ.

ຕົວ​ຢ່າງ:

  • ການຜະລິດກວດແກ້ວ ແມ່ນໃຊ້ຂີ້ຊາຍເປັນວັດຖຸດິບ ເພື່ອມາຫຼອມໃນອຸຫະພຸມສູງໃຫ້ກາຍເປັນທາດ ແຫຼວ ແລ້ວມາແປຮູບຕາມຕ້ອງການ.
  • ການກວດສອບຂອງລັດຖະບານ ເຮັດໃຫ້ຮູ້ວ່າມີການສໍ້ໂກງໃນແຕ່ລະປີ ແລະ ຕົກເປັນມູນຄ່າຫຼາຍ ລ້ານໂດລາສະຫະລັດ.
  • ການກວດເກົ້າຜົມຂອງແມ່ຍິງແມ່ນມີຫຼາຍແບບ ວັດຖຸປະສົງແມ່ນເພື່ອໃຫ້ເປັນລະບຽບ ພ້ອມທັງເຮັດ ໃຫ້ເບີ່ງສວຍງາມ.

ຄວາມໝາຍຄຳ​ວ່າ “ກວາດ”:

“ກວາດ” (1. ຄໍາກິລິຍາ) ປັດ, ທໍາໃຫ້ແປນ, ທໍາໃຫ້ກ້ຽງ, ເອົາໄປໝົດສ້ຽງ.

ຕົວ​ຢ່າງ:

  • ການປັດກວາດເຮືອນຊານ ແມ່ນເພື່ອໃຫ້ສະອາດງາມຕາ ແລະ ບໍ່ໃຫ້ມີມົດແມງ ດີຕໍ່ສຸຂະພາບ.
  • ໃນສະໄໝກ່ອນມັກເກີດສົງຄາມ ແລະ ມັກມີການກວາດຕ້ອນຜູ້ຄົນ ລວມທັງຂ້າເສີກຈໍານວນຫຼາຍ ເພື່ອໄປເປັນຂ້າທາດ ແລະ ຄົນຮັບໃຊ້.
  • ລາວກວາດຊື້ສິນຄ້າຈົນໝົດ ຈັ່ງແມ່ນລາວມີເງິນຫຼາຍ.

ສະ​ຫຼຸບ.

ຄຳ​ວ່າ “ກວດ” ແລະ ​“ກວາດ” ມີການອອກສຽງແຕກຕ່າງກັນພຽງເລັກນ້ອຍການອອກສຽງຄວບທີ່ມີພະ

ແຕ່ມີຄວາມໝາຍຕ່າງກັນ. ຄໍາວ່າ ​“ກວດ” ໝາຍເຖິງກ້ອງແກ້ວ ຫຼື ຂວດ, ໝາຍເຖິງການກວດກາ, ກວດເບີ່ງໃຫ້ລະອຽດຖີ່ຖ້ວນ, ໝາຍເຖິງກວດເກົ້າ ຫຼື ຂອດຜົມ. ສ່ວນຄໍາວ່າ ​“ກວາດ” ໝາຍເຖິງ ປັດ ກວາດ, ກວາດຕ້ອນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo