ມາຮູ້ຈັກກັບຄໍາວ່າ “ຫຼົບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍເນື້ອ​ໃນ​ຂອງຄໍາວ່າ “ຫຼົບ” ມີຄວາມໝາຍແນວໃດ?

ການ​ເອົາ​ຕົວ​ຫລອດ​ຈາກ​ໄພ​ອັນ​ຕະ​ລາຍ​ຕ່າງໆ ບໍ່​ວ່າ​ຈະ​ເປັນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ເຮັດ​ວຽກ​ເຮັດ​ງານ, ການ​ຕໍ່​ສູ້​ຢູ່​ໃນ​ສະ​ໜາມ​ຮົບ ແລະ ອື່ນໆ ໃນ​ຄວາມ​ໝາຍ​ເຫລົ່າ​ນີ້ ກໍ​ເປັນ​ການ​ເອົາ​ຕົວ ຫຼົບ ໜີ​ຈາກ​ໄພ​ອັນ​ຕະ​ລາຍ​ທັງ​ປວງ​ບາງ​ຕົວ​ຢ່າງ​ເຊັ່ນວ່າ​: ໄດ້​ມີ​ອຸ​ປະ​ຕິ​ເຫດ​ເກີດ​ຂື້ນ​ຂະ​ນະ​ທີ່​ຂ້ອຍ​ກ່ຳ​ລັງ​ຢາງ​ຢູ່​ແຄມ​ທາງ​ລົດ​ເຈີດ​ມາ​ທາງ​ຂ້ອຍ​ຢາງ, ຂ້ອຍ​ຕ້ອງ​ໄດ້ ຫຼົບ ອອກນອກ​ທາງ​ເພື່ອ​ບໍ່​ໃຫ້​ລົດ​ມາ​ຕຳ​ໃສ່​ຕົວ​ເອງ.

ໃນບົດນີ້ເຮົາຂໍຍົກເອົາບາງຄໍາສັບຂຶ້ນມາ ເພື່ອອະທິບາຍວິທີການນໍາໃຊ້ ແລະ ແປຄວາມໝາຍຂອງມັນ, ເຊິ່ງເຮົາຈະເວົ້າກ່ຽວກັບຄໍາວ່າ ຫຼົບ ຄໍາສັບນີ້​ສ່ວນຫຼາຍ​ແລ້ວ​ກໍ​ຈະ​ນຳ​ໃຊ້​ໃນ​ການ​ເອົາ​ຕົວ​ອອກ​ຈາກ​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ມີ​ອັນ​ຕະ​ລາຍ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດ, ໂດຍອີງຕາມຂໍ້ມູນຂອງວັດຈະນະນຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ. ທອງຄໍາ ອ່ອນມະນີ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວ ໄດ້ດັ່ງນີ້:

SA Game
DooDiDo

ຄຳວ່າ ຫຼົບ.

ຫຼົບ ສາມາດໃຊ້ເປັນທັງຄໍາກໍາມະ ແລະ ຄໍານາມໄດ້ ເຊັ່ນ:

– ຄໍາກໍາມະ. ໝາຍເຖິງ ເວັ້ນ ບໍ່ໃຫ້ຖືກຕົວ (ກໍລະນີມີວັດຖຸໃດໜຶ່ງຟົ້ງມາຫາເຮົາແລ້ວເຮົາເອົາຕົວເອງຫຍັບອອກເອີ້ນວ່າຫຼົບ)

– ຄໍານາມ. ໝາຍເຖິງ ປົກໄວ້ເທິງຫຼັງຄາ ຫຼົບເຮືອນ.

ຕົວຢ່າງ:

ຂ້ອຍກໍາລັງນັ່ງຊົມການແຂ່ງຂັນບານເຕະ, ທັນທີທັນໃດໝາກບານກໍ່ກະເດັນມາຫາຂ້ອຍ ແລະ ຂ້ອຍກໍ່ສາມາດຫຼົບໄດ້ທັນ.

ຝົນຕົກລົງມາໃນຂະນະທີ່ຂ້ອຍກໍາລັງຍ່າງອອກກໍາລັງກາຍ ຂ້ອຍເລີຍຊອກຫາບ່ອນຫົ່ມເພື່ອຫຼົບຝົນ.

ສະຫຼຸບ.

ຄໍາວ່າ ຫຼົບ ​ຄວາມ​ໝາຍ​ແມ່ນສາມາດໃຊ້ເປັນທັງຄໍາກໍາມະ ແລະ ຄໍານາມໄດ້ ເຊັ່ນ: ຄໍາກໍາມະ. ໝາຍເຖິງ ເວັ້ນ ບໍ່ໃຫ້ຖືກຕົວ (ກໍລະນີມີວັດຖຸໃດໜຶ່ງຟົ້ງມາຫາເຮົາແລ້ວເຮົາເອົາຕົວເອງຫຍັບອອກເອີ້ນວ່າຫຼົບ) ແລະ ຄວາມ​ໝາຍ​ໃນຄໍານາມ​ມີ​ຄວາມໝາຍເປັນ ປົກໄວ້ເທິງຫຼັງຄາ ຫຼົບເຮືອນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo