ຄໍາວ່າ “ໂຕນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໂຕນ” ມີຄວາມໝາຍແນວໃດ?

ທຸກໆ​ການ​ເຄືອນ​ທີ​ທີ່​ມີ​ການ​ເຄືອນ​ຈາກ​ບໍ່​ສູງ​ລ​ົງ​ຫາ​ບ່ອນ​ຕ່ຳ​ເຊັ່ນ​ຕາມ​ບ່ອນ​ທີ່​ເປັນ​ຂຸ່ມ​ເປັນ​ຫລຸມ, ບ່ອນ​ທີ່​ສູງ​ຫາ​ບ່ອນ​ຕ່ຳ​ເຊັ່ນ​: ຕຽງ, ໂຕະ, ຕັ່ງ, ຫລັງ​ຄາ​ເຮືອນ ແລະ ອື່ນໆ ແລ້ວ​ລົງ​ມາ​ຫາ​ພື້ນ​ດິນ ຫລື ບ່ອນ​ຕ່ຳ​ກວ່າ​ຢ່າງ​ໄວ​ວາ​ດ້ວຍ​ຄວາມ​ທີ່​ຕັ້ງ​ໃຈ ຫລື ບໍ່​ຕັ້ງ​ໃຈ​ກໍ​ຕາມ, ສ່ວນ​ຫລາຍ​ລັກ​ສ​ະ​ນັກ​ເຫດ​ການ​ແບບ​ນີ້​ຄຳ​ເວົ້າ​ໃນ​ພາ​ສາ​ລາວ​ຈະ​ເອີ້ນ​ວ່າ: ໂຕນ, ​ແລະ ຄຳ​ວ່າ ໂຕນ ນີ້​ຍັງ​ສາ​ມາດ​ເປັນ​ໄດ້​ຫລາຍ​ຄວາມ​ໝາຍອີກ​ດ້ວຍ.

ນອກ​ຈາກ​ນີ້​ແລ້ວ, ອີກ​ຄວາມ​ໝາຍ​ໜຶ່ງ​ຂອງ​ຄຳ​ວ່າ​ ໂຕນ ແມ່ນ ເປັນ​ຫົວ​ໜ່ວຍ​ວັດ​ແທກ​ຂອງ​ນ້ຳ​ໜັກ​ຂອງວັດ​ຖຸ​ສິ່ງ​ຂອງ ຫລື ສິນ​ຄ້າ​ຕ່າງໆ, ໂດຍ​ຄຳ​ວ່າ ໂຕນ ນີ້ ຈະ​ມີ​ຄວາມ​ໝາຍ​ເຖິງ ນໍ້າໜັກ ເທົ່າກັນ 1000 ກິໂລ ຈຶ່ງ​ສາ​ມາດເອີ້ນວ່າ ໂຕນໜຶ່ງ, ແລະ ອີກ​ຄວາມ​ໝາຍ​ໜຶ່ງ​ຂອງ ຄ​ຳ​ວ່າ ໂຕນ ນີ້ ກໍ​ຄື​ການ​ໄປ​ປະ​ໂດຍ​ບໍ່​ໄດ້​ບອກ​ກ່າວ​, ການ​ໜີ​ຈາກ​ບ່ອນ​ໃດ​ບ່ອນ​ໜຶ່ງ​ຢ່າງ​ໄວ​ວາ ແລະ ບໍ່​ໃຫ້​ບຸກ​ຄົນ​ໃດ​ໄດ້​ຮູ້.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ ໂຕນ:

ເປັນໄດ້ທັງຄໍານາມ, ຄໍາກໍາມະ ເຊິ່ງມີຄວາມໝາຍທີ່ແຕກຕ່າງກັນອອກໄປເຊັ່ນ:

  • ໂຕນ (ຄໍານາມ) ໝາຍເຖິງ ນໍ້າໜັກ ເທົ່າກັນ 1000 ກິໂລ ເອີ້ນໜຶ່ງໂຕນ.
  • ໂຕນ (ຄໍາກໍາມະ1) ໝາຍເຖິງ ເຮັດໃຫ້ຕົນເອງຕົກລົງຈາກບ່ອນສູງລົງໄປບ່ອນຕໍ່າ
  • ໂຕນ (ຄໍາກໍາມະ2)ລັກໜນີຢ່າງຟ້າວຟັ່ງ ເອີ້ນວ່າ ໂຕນ

ຕົວຢ່າງ:

ນາຍຊ່າງຕ້ອງການໃຊ້ປູນຈໍານວນ 4 ໂຕນ ເພື່ອໃຊ້ໃນການກໍ່ສ້າງກໍາແພງ

ຊາຍຄົນໜຶ່ງໂດດລົງໄປຊ່ວຍເດັກນ້ອຍທີ່ກໍາລັງຈະຈົມນໍ້າ

ນາຍບ້ານປະກາດຢູ່ໂທລະໂຄ່ງບ້ານວ່າມີໂຈນໂຕນຄຸກ ຈໍານວນ 2 ຄົນ, ໃຫ້ປະຊາຊົນມີສະຕິລະວັງຕົວ

ສະຫຼຸບ.

ຄໍາວ່າ ໂຕນ ມີຫຼາຍຄວາມໝາຍແຕກຕ່າງກັນໄປຕາມແຕ່ລະຮູບແບບປະໂຫຍກ ເຊັ່ນ ຖ້າໃຊ້ເປັນຄໍານາມກໍໝາຍເຖິງນໍ້າໜັກ 1000 ກິໂລ ເປັນໜຶ່ງໂຕນ, ຖ້າໃຊ້ເປັນຄໍາກໍາມະກໍໝາຍເຖິງການເຮັດໃຫ້ຕົວເອງຕົກລົງໄປບ່ອນຕໍ່າ ຫຼືອີກຄວາມໝາຍໜຶ່ງກໍ່ແມ່ນການໜີຄວາມຜິດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo