ມາຮູ້ຈັກກັບຄໍາວ່າ “ຫາບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍເນື້ອ​ໃນ​ຂອງຄໍາວ່າ “ຫາບ” ມີຄວາມໝາຍແນວໃດ?

​ປະ​ຈຸ​ບັນ​ນີ້, ການ​ຂົນ​ເຄື່ອງ​ຂອງ​ຕ່າງໆ​ເພື່ອ​ຍົກ​ຍ້າຍ​ຈາກ​ອີກ​ບ່ອນ​ໜຶ່ງ​ໄປ​ຫາ​ອີກ​ບ່ອນ​ໜຶ່ງ ສ່ວນ​ຫລາຍ​ແມ່ນ​ມີ​ອຸ​ປະ​ກອນ​ທີ່​ທັນ​ສະ​ໄໝ​ແລ້ວ​ໃນ​ການ​ຍົກ​ຍໍ​ຂົນ​ເຄື່ອງ​ຕ່າງໆ​, ແຕ່​ຫາກ​ໄປ​ເບິ່ງ​ຢູ່​ທ້ອງ​ຖິ່ນ​ເຂດ​ຫ່າງ​ໄກ​ແລ້ວ​ຍັງ​ຄົງ​ໃຊ້​ເຄື່ອງ​ມື​ແບບ​ປະ​ຖ​ົມ​ປະ​ຖານ ຫລື ປະ​ດິດ​ຂື້ນ​ມາ​ນຳ​ໃຊ້​ເອງ​, ໂດຍ​ຈະ​ມີ​ໄມ້​ຄານ​ທີ່​ຈະ​ໃຊ້​ຂົນ​ເຄື່ອງ​ສິ່ງ​ຂອງ​ຕ່າງ​ໆ​ນັ້ນ ເຊິ່ງ​ຈະ​ເອີ້ນ​ວ່າ​ການ​ຫາບ ນັ້ນ​ເອງ.

ໃນບົດນີ້ເຮົາຂໍຍົກເອົາບາງຄໍາສັບຂຶ້ນມາ ເພື່ອອະທິບາຍວິທີການນໍາໃຊ້ ແລະ ແປຄວາມໝາຍຂອງມັນ, ເຊິ່ງເຮົາຈະເວົ້າກ່ຽວກັບຄໍາວ່າ ຫາບ ຄໍາສັບນີ້ອາດມີການນຳ​ໃຊ້​ ໃນ​ທົ່ວ​ໄປ​ແຕ່​ສ່ວນຫຼາຍ​ແລ້ວ​ຈະ​ເຫັນ ແລະ ໄດ້​ຍິນຢູ່ໃນບາງທ້ອງຖິ່ນ ແລະ ​ບາງ​ຄົນ​ອາດ​ຈະບໍ່ຮູ້ຈັກຄວາມໝາຍຂອງມັນຢ່າງຖອງແທ້​ຫາກວ່າ​ເປັນ​ຊາວ​ຕ່າງ​ຊາດ​ທີ່​ຮ່ຳ​ຮຽນ​ພາ​ສາ​ລາວ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດ, ໂດຍອີງຕາມຂໍ້ມູນຂອງວັດຈະນະນຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ. ທອງຄໍາ ອ່ອນມະນີ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວ ໄດ້ດັ່ງນີ້:

ຄຳວ່າ ຫາບ.

ຄໍາວ່າ ຫາບ ເປັນຄໍາກໍາມະ ມີຄວາມໝາຍວ່າ​ເປັນການເອົາສິ່ງຂອງສອງສິ່ງຫ້ອຍໃສ່ປາຍໄມ້ຄານສອງສົ້ນ ແລ້ວເອົາເຄິ່ງກາງໄມ້ຄານມາໃສ່ບ່າເພື່ອ​ຂົນ​ສິ່ງ​ຂອງ ຫລື ສິ່ງ​ອື່ນໆ​ຍ້າຍ​ຈາກ​ອີກ​ຈຸດ​ໜຶ່ງ​ໄປ​ຫາ​ອີກ​ຈຸດ​ໜຶ່ງ ເອີ້ນວ່າ ຫາບ.

ຕົວຢ່າງ:

ຂ້ອຍລຸກໄປຫາບນໍ້າຢູ່ແມ່ນໍ້າໃຫຍ່ທາງຫົວໝູ່ບ້ານໃນທຸກໆເຊົ້າ ເພື່ອເອົາມານໍາໃຊ້ໃນຄົວເຮືອນ ເພາະວ່າຢູ່ຊົນນະບົດບໍ່ມີນໍ້າປະປາໃຊ້ແບບສະດວກສະບາຍຄືຢູ່ໃນເມືອງ.

ແມ່ປ້າອ່ອນສີ ລາວມັກຫາບຂອງກິນມາເລາະຂາຍຢູ່ໜ້າບ້ານເຮົາທຸກມື້.

ສະຫຼຸບ.

ຄໍາວ່າ ຫາບ ມີຄວາມໝາຍແມ່ນການເອົາສິ່ງຂອງສອງສິ່ງຫ້ອຍໃສ່ປາຍໄມ້ຄານສອງສົ້ນ ແລ້ວເອົາເຄິ່ງກາງໄມ້ຄານມາໃສ່ບ່າເພື່ອ​ຂົນ​ສິ່ງ​ຂອງ ຫລື ສິ່ງ​ອື່ນໆ​ຍ້າຍ​ຈາກ​ອີກ​ຈຸດ​ໜຶ່ງ​ໄປ​ຫາ​ອີກ​ຈຸດ​ໜຶ່ງ ເອີ້ນວ່າ ຫາບ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo