ມາຮູ້ຈັກກັບຄໍາວ່າ “ຫຼີກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍເນື້ອ​ໃນ​ຂອງຄໍາວ່າ “ຫຼີກ” ມີຄວາມໝາຍແນວໃດ?

ໃນ​ສະ​ຖານ​ທີ່​ຕ່າງໆ​ບໍ່​ວ່າ​ຈະ​ເປັນ​ເສັ້ນ​ທາງ​ການ​ສັນ​ຈອນ​ໄປ​ມາ, ຕາມ​ສະ​ຖານ​ທີ່​ແອ​ອັດ, ຕະ​ຫລາດ ຫລື ໃນ​ຮ້າງ​ຮ້ານ ແລະ ສະ​ຖານ​ທີ່​ອື່ນໆ, ການ​ທີ່​ມີສິ່ງ​ກີດ​ກັນ​ຕ່າງໆນັ້ນ ແນນອນ​ເຮົາ​ຕ້ອງ​ໄດ້​ມີ​ການ​ຍ້າຍ, ການ​ເວັ້ນ, ການ​ອອກ​ຫ່າ​ງ​ອອກ​ມາ ຫລື ລົບ​ຫລີກ​ອອກ​ມາ ເພື່ອ​ໃຫ້​ສະ​ດວກ​ໃນ​ການ​ສັນ​ຈອນ ຫລື ການ​ກະ​ທຳ​ໃດໆ​ໃຫ້​ສະ​ດວກ​ສະ​ບາຍ ແລະ ບໍ່​ມີ​ອຸ​ປະ​ສັກ​ຂວາງ​ກັ້ນ​ໄວ້.

ສະ​ນັ້ນ, ໃນ​ບົດ​ນີ້​ຈະ​ຍົກ​ເອົາ​ຄຳ​ວ່າ: ຫຼີກ ມາ​ອະ​ທິ​ບາຍ​ໃຫ້​ເຂົ້າ​ໃຈ​ໃນ​ການ​ທີ່​ຈະ​ນຳ​ໃຊ້​ກັບ​ສະ​ຖາ​ນະ​ການ ຫລື ເຫດ​ການ​ທີ່​ໄດ້​ເອີຍ​ມາ​ຂ້າງ​ເທິງ​ນັ້ນ, ແລະ ຈະ​ເວົ້າ​ໃຫ້​ເຂົ້າ​ໃຈ​ໃນ​ຄວາມໝາຍຂອງ ຄໍາວ່າ ຫຼີກ ນີ້, ໂດຍອີງຈາກຂໍ້ມູນບາງສ່ວນໃນວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເພື່ອມາອະທິບາຍຄວາມໝາຍຄໍາສັບດັ່ງກ່າວ ດັ່ງນີ້:

SA Game
DooDiDo

ຄຳວ່າ ຫຼີກ.

ຫຼີກ ເປັນຄໍາກໍາມະ ໝາຍເຖິງ ເວັ້ນ, ຜິກ, ຫຍັບອອກຈາກທາງ (ກໍລະນີວັດຖຸນັ້ນຢູ່ກັບທີ່ແລ້ວເຮົາບໍ່ຢາກກະທົບໃສ່ມັນ ເຮົາເອົາຕົວຫຍັບອອກ ເອີ້ນວ່າ ຫຼີກ) ຫຼື ຫຼີກລ່ຽງ ກໍວ່າໄດ້.

ຕົວຢ່າງ:

ປະ​ເທດ​ລາວ​ໄດ້​ຮັບ​ການ​ເປັນ​ເຈົ້າ​ພາບ​ຂອງກອງ​ປະ​ຊຸມ​ສາ​ກົນ, ລົດ​ຜູ້​ນຳ​ຂອງ​ປະ​ເທດ​ຕ່າງໆ​ໄດ້​ເຂົ້າ​ມາ ແລະ ມີ​ລົດ​ນຳ​ຂະ​ບວນ​ເພື່ອ​ສະ​ດວກ​ໃນ​ການ​ເດີນ​ທາງ​ໄປ​ປະ​ຊຸມ ແລະ ປະ​ຊາ​ຊົນ​ຜູ້​ທີ່​ສັນ​ຈອນ​ຕາມ​ເສັ້ນ​ທາງ​ຕ້ອງ​ໄດ້ ຫຼີກ ທາງ​ໃຫ້.

ຂ້ອຍຂັບລົດລັອກແລັກໄປມາກໍຍ້ອນຫຼີກຂຸມ, ເພາະວ່າຫົນທາງບ້ານຂ້ອຍມີຂຸມຫຼາຍ.

ຂ້ອຍຫຼີກລ້ຽງການໃຊ້ຖະໜົນສາຍຫຼັກໃນຍາມໂມງການ ເພາະມັນລົດຕິດຫຼາຍ.

ສະຫຼຸບ.

ຄໍາວ່າ ຫຼີກ ແມ່ນມີ​ຄວາມ​ໝາຍ​ວ່າ ເວັ້ນ ຫຼື ຫຍັບອອກຈາກທາງ, ຫຼີກລ່ຽງ ບໍ່ໃຫ້ຕົວໄປຖືກກັບວັດຖຸນັ້ນ..

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo