ມາຮູ້ຈັກກັບຄໍາວ່າ “ຈາງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍເນື້ອ​ໃນ​ຂອງຄໍາວ່າ “ຈາງ” ມີຄວາມໝາຍແນວໃດ?

ຄິດ​ວ່າ​ມະ​ນຸດ​ຄົນ​ເຮົາ​ທຸກ​ຄົນ​ໜ້າ​ຈະ​ເຂົ້າ​ໃຈ​ດີ​ສຳ​ລັບ​ຄວາມ​ຮູ້​ສືກໃນລົດ​ຊາດ​ຂອງ​ອາ​ຫານທີ່​ເຮົາ​ໄດ້​ຮັບ​ປະ​ທານ​ເຂົ້າ​ໄປ ຫລື​ ລ​ວມ​ທັງລົດ​ຊາດ​ຂອງ​ຊິ​ວິດ ແລະ ອື່ນໆ ທີ່​ສື່ໃຫ້​ເຮົາ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ສືກ​ເຊັ່ນ: ລົດ​ຊາດຫວານ, ລົດ​ຊາດເຄັມ, ລົດ​ຊາດນົວ, ລົດ​ຊາດສົ້ມ ຕ່າງໆ, ໃນ​ນັ້ນ​ອີກ​ຄຳ​ໜຶ່ງ​ທີ່​ຈະ​ບົງ​ບອກ​ໃຫ້​ຮູ້​ວ່າ​ການ​ທີ່​ຂາດ​ໄປ​ຂອງ​ລົດ​ຊາດ​ດັ່ງ​ກ່າວ ຫລື ຄວາມ​ບໍ່​ພໍ​ດີ, ຄວາມ​ບໍ່​ພຽງ​ພໍ​ຂອງ​ລົດ​ຊາດ ນັ້ນໆ ໃນ​ພາ​ສາ​ລາວ​ຈະ​ເອີ້ນ​ວ່າ ຈາງ.

ນອກ​ຈາກ​ນີ້, ຄຳ​ວ່າ​ ​ຈາງ ຍັງ​ສາ​ມາດ​ນຳ​ໃຊ້​ກັບ​ຄວາມ​ຮູ້​ສືກ​ຂອງ​ຄົນ​ເຮົາ​ໃນ​ການ​ກະ​ທຳ​ຕ່າງໆ ທີ່​ເຮັດ​ໃຫ້​ຮູ້​ສືກວ່າ​ບໍ່​ພຽງ​ພໍ, ຫາກ​ວ່າ​ເປັນ​ໄວ​ໜູ່ມ​ສາວ​​ຕອນ​ຮັກ​ແພງ​ກັນ​ດີ ກໍ​ຈະ​ມັກ​ເວົ້າ​ກັນ​ວ່າ ຄວາມ​ຮັກ​ນັ້ນ ຍັງ​ຫວານ​ປານ​ນ້ຳ​ເຜິ້ງ​ຢູ່, ແຕ່​ຫາກ​ຢູ່​ຕໍ່​ມາ​ຄວາມ​ຮູ້​ສືກ​ດັ່ງ​ກ່າວ​ໄດ້​ຫ່າງ​ຫາຍ​ໄປ​ເທືອ​ລະ​ເລັກ​ລະ​ນ້ອຍ​ຕາມ​ການ​ເວ​ລາ, ກໍ​ຈະ​ເຮັດ​ໃຫ້​ຄວາມ​ຮູ້​ສືກ​ນີ້​ເປັນ​ຄວາມ​ຮັກ​ທີ່​ຈືດ​ຈາງ ນີ້​ກໍ​ຄື​ອີກ​ກໍ​ລະ​ນີ​ທີ່​ໃຊ້​ໄດ້.

SA Game
DooDiDo

ສະນັ້ນ, ໃນບົດຄວາມນີ້ເຮົາຈະມາເວົ້າເຖິງ ຄວາມໝາຍຂອງ ຄໍາວ່າ ຈືດ ໂດຍອີງຈາກຂໍ້ມູນບາງສ່ວນໃນວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເພື່ອມາອະທິບາຍຄວາມໝາຍຄໍາສັບດັ່ງກ່າວ ດັ່ງນີ້:

ຄຳວ່າ ຈາງ.

ຈາງ ໃຊ້ເປັນຄໍາຄຸນນາມ ມີຄວາມໝາຍວ່າ ບໍ່ເຄັມ, ບໍ່ເຂັ້ມ…

ຕົວຢ່າງ:

ແມ່ເຮັດແກງປາມື້ນີ້ຄືຈາງເກືອແທ້. (ອາຫານໃສ່ເກືອບໍ່ພໍ ເອີ້ນວ່າ ຈາງເກືອ);

ສີເຮືອນນີ້ມັນຢາກຈາງໂພດ ຂ້ອຍຕ້ອງການໃຫ້ສີເຮືອນຂອງຂ້ອຍໂດດເດັ່ນກວ່ານີ້ (ນາຍຊ່າງປະສົມສີບໍ່ເຂັ້ມ ເອີ້ນສີຈາງ).

ສະຫຼຸບ.

ຄໍາວ່າ ຈືດ ແລະ ຈາງ ສອງຄໍານີ້ ມີຄວາມໝາຍຕ່າງກັນ, ຄໍາວ່າ ຈືດ ໃຊ້ໃນຮູບແບບຂອງຄໍາຄຸນນາມ ໝາຍເຖິງ ບໍ່ມີລົດຊາດ, ບໍ່ປຸກ, ແຕ່ຖ້າໃຊ້ໃນຮູບແບບຂອງຄໍາກໍາມະແມ່ນໝາຍເຖິງບໍ່ໃສ່ໃຈໃຍດີ, ໝົດຄວາມຫ່ວງຫາອາວອນຕໍ່ກັນ, ສ່ວວນຄໍາວ່າ ຈາງ ໝາຍເຖິງ ບໍ່ເຄັມ ຫຼື ບໍ່ເຂັ້ມ ເອີ້ນວ່າ ຈາງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo