ມາຮູ້ຈັກກັບຄໍາວ່າ “ຈືດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍເນື້ອ​ໃນ​ຂອງຄໍາວ່າ “ຈືດ” ມີຄວາມໝາຍແນວໃດ?

ຖ້າ​ຈະ​ເວົ້າ​ເຖິງ​ລົດ​ຊາດ​ຂອງ​ອາ​ຫານ, ລົດ​ຊາດ​ຂອງ​ຊິ​ວິດ ແລະ ອື່ນໆ ທີ່​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ສືກ​ເຊັ່ນ: ລົດ​ຊາດຫວານ, ລົດ​ຊາດເຄັມ, ລົດ​ຊາດນົວ, ລົດ​ຊາດສົ້ມ ຕ່າງໆ, ໃນ​ນັ້ນ​ອີກ​ຄຳ​ໜຶ່ງ​ທີ່​ຈະ​ບົງ​ບອກ​ໃຫ້​ຮູ້​ວ່າ​ການ​ທີ່​ຂາດ​ໄປ​ຂອງ​ລົດ​ຊາດ​ດັ່ງ​ກ່າວ ຫລື ຄວາມ​ບໍ່​ພໍ​ດີ, ຄວາມ​ບໍ່​ພຽງ​ພໍ​ຂອງ​ລົດ​ຊາດ ນັ້ນໆ ໃນ​ພາ​ສາ​ລາວ​ຈະ​ເອີ້ນ​ວ່າ ຈືດ.

ນອກ​ຈາກ​ນີ້, ຄຳ​ວ່າ​ ຈືດ ຍັງ​ສາ​ມາດ​ນຳ​ໃຊ້​ກັບ​ຄວາມ​ຮູ້​ສືກ​ຂອງ​ຄົນ​ເຮົາ​ໃນ​ການ​ກະ​ທຳ​ຕ່າງໆ ທີ່​ເຮັດ​ໃຫ້​ຮູ້​ສືກວ່າ​ບໍ່​ພຽງ​ພໍ, ຫາກ​ວ່າ​ເປັນ​ໄວ​ໜູ່ມ​ສາວ​​ຕອນ​ຮັກ​ແພງ​ກັນ​ດີ ກໍ​ຈະ​ມັກ​ເວົ້າ​ກັນ​ວ່າ ຄວາມ​ຮັກ​ນັ້ນ ຍັງ​ຫວານ​ປານ​ນ້ຳ​ເຜິ້ງ​ຢູ່, ແຕ່​ຫາກ​ຢູ່​ຕໍ່​ມາ​ຄວາມ​ຮູ້​ສືກ​ດັ່ງ​ກ່າວ​ໄດ້​ຫ່າງ​ຫາຍ​ໄປ​ເທືອ​ລະ​ເລັກ​ລະ​ນ້ອຍ​ຕາມ​ການ​ເວ​ລາ, ກໍ​ຈະ​ເຮັດ​ໃຫ້​ຄວາມ​ຮູ້​ສືກ​ນີ້​ເປັນ​ຄວາມ​ຮັກ​ທີ່​ຈືດ​ຈາງ ນີ້​ກໍ​ຄື​ອີກ​ກໍ​ລະ​ນີ​ທີ່​ໃຊ້​ໄດ້.

SA Game
DooDiDo

ສະນັ້ນ, ໃນບົດຄວາມນີ້ເຮົາຈະມາເວົ້າເຖິງ ຄວາມໝາຍຂອງ ຄໍາວ່າ ຈືດ ໂດຍອີງຈາກຂໍ້ມູນບາງສ່ວນໃນວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເພື່ອມາອະທິບາຍຄວາມໝາຍຄໍາສັບດັ່ງກ່າວ ດັ່ງນີ້:

ຄຳວ່າ ຈືດ.

ຈືດ ເປັນທັງຄໍາຄຸນນາມ ແລະ ຄໍາກໍາມະ ມີຄວາມໝາຍແຕກຕ່າງກັນອອກໄປເຊັ່ນ:

ຈືດ (ຄໍາຄຸນນາມ) ໝາຍເຖິງ ໝົດລົດຊາດ, ບໍ່ມີລົດຊາດ, ບໍ່ປຸກ, ບໍ່ອຸດົມ

ຕົວຢ່າງ:

ແກງທີ່ໝົດລົດຊາດເອີ້ນວ່າ ແກງຈືດ;

ຢາສູບທີ່ບໍ່ປຸກ ເອີ້ນວ່າຢາຈືດ;

ດິນທີ່ປູກຝັງບໍ່ງາມ ເອີ້ນວ່າ ດິນຈືດ;

ບິດຜ້າໃຫ້ໝົດນໍ້າ ເອີ້ນວ່າ ບິດຜ້າຈືດ;

ນອກນີ້ຍັງໃຊ້ອາຍທິບາຍສີໜ້າຂອງຄົນໄດ້ ເຊັ່ນວ່າ: ຄົນບໍ່ສະບາຍ ທຽວຖ່າຍທ້ອງຫຼາຍຈົນໜ້າຈືດ.

ຈືດ ເມື່ອໃຊໃນຮູບແບບຂອງຄໍາກໍາມະຈະປ່ຽນເປັນອີກຄວາມໝາຍໜຶ່ງຄື: ເຫີນຫ່າງ, ຖິ້ມປະ, ບໍ່ອາໄລອາວອນນໍາ.

ຕົວຢ່າງ:

ຄວາມຮັກຫວານຕົ້ນຈືດປາຍ (ໝາຍເຖິງຮັກກັນພໍດົນນານກໍ່ປ່ຽນແປງ);

ແມ່ໃຈຈືດໃຈດໍາເອົາລູກໄປຖິ້ມໄວ້ຖັງຂີ້ເຫຍື້ອ.

ສະຫຼຸບ.

ຄໍາວ່າ ຈືດ ໃຊ້ໃນຮູບແບບຂອງຄໍາຄຸນນາມ ໝາຍເຖິງ ບໍ່ມີລົດຊາດ, ບໍ່ປຸກ, ແຕ່ຖ້າໃຊ້ໃນຮູບແບບຂອງຄໍາກໍາມະແມ່ນໝາຍເຖິງບໍ່ໃສ່ໃຈໃຍດີ, ໝົດຄວາມຫ່ວງຫາອາວອນຕໍ່ກັນ, ສ່ວວນຄໍາວ່າ ຈາງ ໝາຍເຖິງ ບໍ່ເຄັມ ຫຼື ບໍ່ເຂັ້ມ ເອີ້ນວ່າ ຈາງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo