ມາຮູ້ຈັກກັບຄໍາວ່າ “ສະເດີດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍເນື້ອ​ໃນ​ຂອງຄໍາວ່າ “ສະເດີດ” ມີຄວາມໝາຍແນວໃດ?

ອາ​ການ​ຕົກ​ໃຈ​ຂອງ​ຄົນໃນ​ເວ​ລາ​ທີ່​ກ່ຳ​ລັງ​ນອນ​ລັບ​ຂອງ​ຄົນ​ເຮົາ​ທີ່​ສະ​ແດງ​ອອກ​ມາ​, ເຊິ່ງ​ແຕ​່​ລະ​ຄົນ​ກໍ​ມີ​ລັກ​ສະ​ນະ​ສະ​ເພາະ​ຕົວ​ຂອງ​ຕົວ​ເອງ​ແຕກ​ຕ່າງ​ກັນ​ອອກ​ໄປ​ບາງ​ຄົນ​ຈະ​ສົ່ງ​ສຽງ​ຮ້ອງ​ດັງໆ, ບາງ​ຄົນ​ກໍ​ຈະ​ລຸກຂື້ນ​ມາ​ຈາກ​ບ່ອນນອນ​ ແລະ ອື່ນໆ ເຊິ່ງ​ສິ່ງ​ທີ່​ສະ​ແດງ​ອອ​ກ​ມາ​ເຫລົ່າ​ນີ້​ເປັນ​ອາ​ການ​ຕື່ນ​ຕົກ​ໃຈ​ດັ່ງ​ທີ່​ຫລາຍໆ​ຄົນ​ລາວ​ອາດ​ຈະ​ເຂົ້າ​ໃຈ​ດີ​ກັບ​ຄຳ​ສັບ​ນີ້ ແລ​ະ ຫລາຍໆ​ປະ​ເທດ​ກໍ​ຄື​ກັນ.

ໃນບົດນີ້ເຮົາຈະຍົກເອົາຄໍາວ່າ ສະເດີດ ມາອະທິບາຍເຖິງວິທີການນໍາໃຊ້ ແລະ ຄວາມມາຍຂອງມັນ, ດັ່ງ​ທີ່​ເຮົາ​ໄດ້​ເກີ່ນ​ມາ​ນ້ອຍ​ໜຶ່ງ​ຂ້າງ​ຕົ້ນ​ນັ້ນ ອາ​ການ​ຕົກ​ໃຈ​ຢ່າງ​ຮຸນ​ແຮງ​ແບບ​ນີ້​, ໃນ​ພາ​ສາ​ລາວ​ເອີ້ນ​ວ່າ ສະເດີດ, ເຊິ່ງ​ສາ​ມາດ​ນຳ​ໃຊ້​ໄດ້​ໃນ​ທຸກ​ເຫດ​ການ​ທີ່​ມີ​ການ​ຕື່ນ​ຕົກ​ໃຈ, ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ເຮົາຂໍນໍາເອົາຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ມາປະກອບໃສ່ໃນການອະທິບາຍຄວາມໝາຍດັ່ງກ່າວ:

SA Game
DooDiDo

ຄຳວ່າ ສະເດີດ.

ສະເດີດ ໃຊ້ເປັນຄໍາກໍາມະ ມີຄວາມໝາຍວ່າ ດິ້້ນດຶບຂຶ້ນ, ເໜັງຕົວຂຶ້ນທັນທີດ້ວຍຄວາມຕົກໃຈ, ຊວດຮູ້ເມື່ອຄີງ.

ຕົວຢ່າງ:

ມື້ຄືນນອນຫຼັບຢູ່ດີໆ ເມື່ອຝັນເຫັນໂຕໝາໄລ່ກັດກໍສະເດີດຂຶ້ນທັນທີ.

ໝູ່​ຂ້ອຍ​ສະ​ເດີດ​ລຸກ​ຂື້ນ​ເຕັ້ນ​ຍ້ອນ​ດີ​ເຈ​ຂອງ​ຮ້ານ​ປີ້ງ​ເປັດ​ເປີດ​ຖືກ​ເພງ​ທີ່​ລາວ​ມັກ.

ເມຍ​ຂ້ອຍ​ຝັນ​ຮ້າຍ​ສະ​ເດີດ​ລຸກ​ມາ​ນັງ​ໄຫ້​ຢູ່​ຄົນ​ດຽວ.

ສະຫຼຸບ.

ຄໍາວ່າ ສະເດີດ ໝາຍເຖິງເໜັງຕົວຂຶ້ນທັນທີດ້ວຍຄວາມຕົກໃຈ ຫຼື ຊວດຮູ້ເມື່ອຄີງທັນທີ ແລະ ການ​ຕົກ​ໃຈ​ໃນ​ບາງ​ສິ່ງ​ບາງ​ຢ່າງ​ແລ້ວ​ມີ​ການ​ເຄືອນ​ໄຫວ​ໄປ​ອີກ​ບ່ອນ​ໜຶ່ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo