ພູມ​ໃຈ! ຈີນ​ລົງ​ທືນ​ຢູ່​ລາວ​ເປັນ​ອັນ​ດັບ1 ມູນ​ຄ່າກວ່າ 15,49 ຕື້ໂດລາ

SA Game

Lao Youth Radio

ຈີນລົງທຶນຢູ່ ສ​ປ​ປ ລາວ 803 ໂຄງການ ເປັນອັນດັບ 1 ຂອງການລົງທຶນຕ່າງປະເທດຢູ່ລາວ

ກອງ​ປະ​ຊຸມແລກປ່ຽນ ແລະ ສະຫຼຸບວຽກງານສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ ໃນວັນທີ 21 ມັງກອນ 2022 ທີ່ກະຊວງການຕ່າງປະເທດ ໂດຍຕາງຫນ້າໃຫ້ລັດຖະບານ ສປປ ລາວ ເຂົ້າຮ່ວມໂດຍ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຝ່າຍ ສປ ຈີນ ໂດຍ ທ່ານ ຈ່ຽງ ຈາຍຕຸ່ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ; ມີຄະນະກົມ, ແຂກຖືກເຊີນພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ.

ໃນກອງປະຊຸມດັ່ງກ່າວ ໄດ້ແຈ້ງໃຫ້ຮູ້ວ່າ: ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຂອງ ສປປ ລາວ ແລະ ສປ ຈີນ ໃນໄລຍະຜ່ານມາ ແມ່ນໄດ້ຮັບການຂະຫຍາຍຕົວຢ່າງວ່ອງໄວ ແລະ ພົ້ນເດັ່ນທີ່ສຸດ, ຊຶ່ງ ສປ ຈີນ ໄດ້ກາຍເປັນຄູ່ຮ່ວມການຄ້າລາຍໃຫຍ່ ອັນດັບ 2 ຂອງລາວ, ມູນຄ່າການຄ້າ ລະຫວ່າງສອງປະເທດ ນັບຕັ້ງແຕ່ປີ 2010 ເປັນຕົ້ນມາ ໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງໃນແຕ່ລະປີ.
SA Game
Lao Youth Radio
ມາຮອດປັດຈຸບັນ ມູນຄ່າການລົງທຶນຂອງຈີນຢູ່ລາວ ບັນລຸເຖິງ 3,55 ຕື້ ໂດລາສະຫະລັດ; ມູນຄ່າການລົງທຶນຂອງວິສາຫະກິດຈີນ ຢູ່ ລາວ ບັນລຸ 15,49 ຕື້ ໂດລາສະຫະລັດ, ລວມມີ 803 ໂຄງການ ແລະ ຖືກຈັດເປັນອັນດັບ 1 ຂອງການລົງທຶນຕ່າງປະເທດຢູ່ລາວ.

ພິເສດ, ສອງປະເທດ ໄດ້ມີຜົນສໍາເລັດອັນຍິ່ງໃຫຍ່ຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແລະ ໂຄງການທາງດ່ວນ ວຽງຈັນ-ວັງວຽງ ທີ່ໄດ້ເປີດນຳໃຊ້ຢ່າງເປັນທາງການແລ້ວ ຊຶ່ງເປັນການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ “ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຂອງ ສປ ຈີນ”,

ຊຶ່ງສອດຄ່ອງກັບນະໂຍບາຍຂອງ ສປປ ລາວ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ, ເປັນການເປີດສັງກາດໃໝ່ແຫ່ງການພົວພັນຮ່ວມມືຄ້າຂາຍ, ການຂົນສົ່ງ, ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ແລະ ປະຊາຊົນບັນດາປະເທດໃກ້ຄຽງ ໃຫ້ໄດ້ຮັບຄວາມສະດວກ ແລະ ຂະຫຍາຍຕົວຂຶ້ນເປັນກ້າວໆ.

SA Game
Lao Youth Radio
ໃນກອງປະຊຸມ ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຂອບໃຈມາຍັງພັກ-ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນການຊ່ວຍເຫຼືອໃນການຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ-19 ເຊັ່ນ: ດ້ານວັດຖຸ, ເຕັກນິກ, ການສົ່ງທີມແພດ ແລະ ວິຊາການ ມາຊ່ວຍເຫຼືອ ສປປ ລາວ ໄດ້ຢ່າງທັນການ ແລະ ມີປະສິດທິຜົນສູງ, ຊຶ່ງມາຮອດປັດຈຸບັນ ການຊ່ວຍເຫຼືອວັກຊີນຕ້ານໂຄວິດ-19 ຂອງລັດຖະບານ ສປ ຈີນ ໃຫ້ແກ່ລັດຖະບານ ສປປ ລາວ ມີຈຳນວນຫຼາຍກວ່າ 7 ລ້ານໂດສ ແລະ ຈະສືບຕໍ່ໃຫ້ການຊ່ວຍເຫຼືອຕື່ມອີກໃນຕໍ່ຫນ້າ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ກະຊວງການຕ່າງປະເທດ