ທ່ານ​ ທອງ​ລຸນ ສີ​ສຸ​ລິດ ຢ້ຽມ​ຢາມ​ພະ​ນັກ​ງານ​ເສຍ​ອົງ​ຄະຢູ່ສູນ 790 ແລະ 489

SA Game

ຂ​ປ​ລ

ປະທານປະເທດ ທ່ານ​ ທອງ​ລຸນ ສີ​ສຸ​ລິດ ຢ້ຽມຢາມອະ​ດີດ​ທະ​ຫານ ພະນັກງານເສຍອົງຄະ ສູນ 790 ແລະ 489.

ຖື​ເປັນ​ໂອ​ກາດ​ດີ​ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ 73 ປີ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ພົບປະ ບັນດາອະດີດນາຍ ແລະ ພົນທະຫານທີ່ ສູນເສຍອົງຄະພິເສດ 790 ແລະ ສູນ 489 ໃນວັນທີ 20 ມັງ ກອນ 2022 ນີ້, ໂດຍມີພະນັກງານການນຳຂອງສູນ, ພະນັກງານອະວຸໂສບຳນານ ອະດີດນາຍ ແລະ ພົນທະຫານ ໃຫ້ການຕ້ອນຮັບ.

ທ່ານ ພັນໂທ ບຸນມີ ອິນທະວົງສາ ເລຂາໜ່ວຍພັກ ຫົວໜ້າການເມືອງສູນເສຍອົງຄະພິເສດ 790 ໄດ້ລາຍງານໂດຍຫຍໍ້ ວ່າ: ສູນເສຍອົງຄະພິເສດ 790 ເປັນບ່ອນເຕົ້າໂຮມເອົາອະດີດນາຍ ແລະ ພົນທະຫານທີ່ເສຍອົງຄະໃນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ ຊຶ່ງຈັດເປັນປະເພດພິເສດເຂົ້າມາເຕົ້າໂຮມກັນຢູ່ສູນແຫ່ງນີ້. ສູນແຫ່ງນີ້ ມີພະນັກງານນັກຮົບທີ່ເຮັດວຽກຄຸ້ມຄອງບໍລິການຮັບໃຊ້ສູນ ປະກອບມີດັ່ງນີ້:

SA Game
ຂ​ປ​ລ

ຫ້ອງການ, ໂຮງໝໍ, ສະໂມສອນ, ພາຫະນະຮັບໃຊ້, ວັດຖຸອຸປະກອນ ແລະ ເຄື່ອງໃຊ້ຕ່າງໆ, ມີເນື້ອທີ່ດິນໃນການຄຸ້ມຄອງເພື່ອຈັດສັນປຸກສ້າງເຮືອນ ໃຫ້ພະນັກງານເສຍອົງຄະ ແລະ ດິນທຳການຜະລິດ ຢູ່ພາຍໃນສູນ.

ປັດຈຸບັນສູນ ມີຈຳນວນພົນ 181 ຄົນ, ມີພະນັກງານເສຍອົງຄະ 44 ຄົນ, ມີພະນັກງານບຳນານ 52 ຄົນ, ພະນັກງານດູແລ 50 ຄົນ, ພະນັກງານປະຈຳການ 30 ຄົນ, ມີແພດ 5 ຄົນ, ມີຄະນະບັນຊາສູນ 4 ຄົນ, ມີ 3 ຂະແໜງການ ແລະ ມີ 1 ໂຮງໝໍ 15 ຕຽງ.

ໃນໂອກາດນີ້ ທ່ານ ປະທານປະເທດ ໄດ້ກ່າວໂອ້ລົມຕໍ່ ຄະນະພັກ, ຄະນະບັນຊາສູນເສຍອົງຄະພິເສດ 790ວ່າ:

ຕະຫລອດໄລຍະເວລາຜ່ານມານັ້ນພັກ-ລັດ ໄດ້ເອົາໃຈໃສ່ເບິ່ງແຍງ ດູແລ ໃກ້ຊິດຕິດ ແທດຕາມຄວາມສາມາດ ແລະ ກໍາລັງທີ່ມີ ດ້ວຍຄວາມເປັນຫ່ວງເປັນໃຍ ຄືກັບຄົນຢູ່ໃນຄອບຄົວດຽວກັນ, ພະຍາ ຍາມຊອກຫາທຸກວິທີທາງເພື່ອຊ່ວຍເຫລືອ ແລະ ອໍານວຍຄວາມສະດວກໃຫ້ແກ່ພະນັກງານຜູ້ເສຍອົງຄະ ບໍ່ວ່າຈະເປັນທາງດ້ານການເງິນ, ງົບປະມານ, ດ້ານວັດຖຸ ແລະ ຈິດໃຈ ໃນການປະຕິບັດນະໂຍບາຍດ້ານຕ່າງໆ ຕໍ່ພະນັກງານເສຍອົງຄະ ຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ, ພະນັກງານບໍານານ ແລະ ພະນັກງານຜູ້ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ຕາມນິຕິກໍາ ແລະ ຄວາມສາມາດຕົວຈິງທີ່ມີ.

ເຖິງແມ່ນວ່າບາງຄັ້ງ ຍັງບໍ່ທັນສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ຕາມການສະເໜີໄດ້ທັນກັບເວລາ ກໍຕາມ ແຕ່ພວກເຮົາກໍໄດ້ພະຍາມ ເພື່ອແກ້ໄຂ ແລະ ສາມາດຕອບ ສະຫນອງໄດ້ໂດຍພື້ນຖານ.

SA Game
ຂ​ປ​ລ

ທ່ານ ຍັງໄດ້ອວຍພອນໃຫ້ ບັນດາທ່ານ ລຸງ, ປ້າ, ອາວ, ອາ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ເອົາໃຈໃສ່ ຮັກສາມູນເຊື້ອອັນດີງາມ, ທາດແທ້ປະຕິວັດ, ຄຸນທາດການເມືອງ ແລະ ຄຸນ ສົມບັດສິນທໍາປະຕິວັດ ເພື່ອເປັນແບບຢ່າງ ໃນການສຶກສາອົບຮົມໃຫ້ ລູກ-ຫລານ ແລະ ຄອບຄົວ ໃຫ້ກາຍເປັນພົນລະເມືອງດີຂອງຊາດ, ຂອງສັງຄົມ ແລະ ກາຍເປັນຄອບຄົວພັດທະນາ ເອົາໃຈໃສ່ ເພີ່ມທະວີການພັດທະນາເສດຖະກິດຄອບຄົວ ແລະ ສັງຄົມ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ.

ຄະນະພັກ, ຄະນະບັນຊາສູນ ຈົ່ງສືບຕໍ່ເອົາໃຈໃສ່ຄຸ້ມຄອງນໍາໃຊ້ວັດຖຸ-ອຸປະກອນທີ່ມີ ເພື່ອຮັບປະກັນການໃຊ້ງານໃຫ້ຍາວນານ, ຂໍໃຫ້ບັນດາ ລຸງ, ປ້າ, ອາວ, ອາ ເອົາໃຈໃສ່ຮັກສາ ແລະ ເບິ່ງແຍງ ສຸຂະພາບຂອງຕົນເອງ ໃຫ້ປາສະຈາກໂລກໄພໄຂ້ເຈັບຕ່າງໆ.

ຈາກນັ້ນ, ທ່ານ ປະທານປະເທດ ຍັງໄດ້ມອບເຄື່ອງນຸ່ງ, ຢາປົວພະຍາດ ແລະ ເງິນສົດຈຳນວນໜຶ່ງ ໃຫ້ສູນ 790.

ໃນເວລາຕໍ່ມາຂອງວັນດຽວກັນ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍຄະນະໄດ້ສືບ ຕໍ່ຢຽ້ມຢາມຖາມຂ່າວ ແລະ ໃຫ້ຄວາມອົບອຸ່ນສູນພັດທະນາເສຍອົງຄະ 489 ຕື່ມອີກ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ.