ທຳ​ລາຍ​ປ່າ​ໄມ້! ສ​ປ​ປ ລາວ ງົດ​ການ​ສົ່ງ​ອອກ​ຖ່ານ​ດຳໄປ​ຕ່າງ​ປະ​ເທດ

SA Game

target magazine

ສ​ປ​ປ ລາວ ແຈ້ງການຢຸດຕິການ ສົ່ງອອກຖ່ານດຳໄປ​ຕ່າງ​ປະ​ເທດ​ເນື່ອງ​ຈາກ​ທຳ​ລາຍ​ຊັບ​ພະ​ຍາ​ກອນ​ຫລາຍ.

​ຊັບ​ພະ​ຍາ​ກອນ​ໃນ​ລາວ​ເປັນ​ຕົ້ນ​ແມ່ນ​ປ່າ​ໄມ້​ທີ່​ຂຽວ​ງາມ​ກຳ​ລັງ​ຖືກ​ທຳ​ລາຍ​ຢ່າງ​ໜັກ​ເຊິ່ງທຳ​ມະ​ຊາດພູ​ຜາ​ປ່າ​ໄມ້​ເລີມ​ລົດ​ນ້ອຍ​ຖອຍ​ລົງ, ຈາກ​ຂໍ້​ມູນ​ຂອງກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຜ່ານການກວດກາຕົວຈິງ ເຫັນວ່າມີການສວຍໂອກາດ ເກັບຊື້ຖ່ານດໍາ ທີ່ຜະລິດຈາກໄມ້ທຳມະຊາດ, ຈາກເຕົາເຜົາຖ່ານ ທີ່ບໍ່ໄດ້ຮັບອະນຸຍາດສ້າງຕັ້ງ ປະປົນໄປນຳ ເປັນຈຳນວນຫລວງຫລາຍ ເຊິ່ງເປັນການທໍາລາຍປ່າໄມ້ທໍາມະຊາດຢ່າງໜັກໜ່ວງ.

ໃນວັນທີ 17 ມັງກອນ 2022, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການເຖິງບັນດາຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫລວງວຽງຈັນ ກ່ຽວກັບໃຫ້ຢຸດຕິການອອກອະນຸຍາດເຄື່ອນຍ້າຍຖ່ານດໍາ ເພື່ອສົ່ງອອກຕ່າງປະເທດ ເນື່ອງຈາກມີການສວຍໂອກາດ ເກັບຊື້ຖ່ານ ດໍາທີ່ຜະລິດຈາກໄມ້ທຳມະຊາດ ແລະ ຈາກເຕົາເຜົາຖ່ານ ທີ່ບໍ່ໄດ້ຮັບອະນຸຍາດສ້າງຕັ້ງ ປະປົນໄປນຳເປັນຈຳນວນຫລວງຫລາຍ.
SA Game
mahason
ເພື່ອເປັນການແກ້ໄຂປະກົດການຫຍໍ້ທໍ້ດັ່ງກ່າວ, ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງແຈ້ງມາຍັງທ່ານປະຕິບັດດັ່ງນີ້: ໃຫ້ຢຸດຕິການອອກອະນຸຍາດ ເຄື່ອນຍ້າຍຖ່ານດໍາ ເພື່ອສົ່ງອອກໄປຕ່າງປະເທດ ຢ່າງເດັດຂາດ; ໃຫ້ດໍາເນີນການກວດກາ ແລະ ຂຶ້ນບັນຊີ ໂຮງງານຜະລິດຖ່ານ, ເຕົາເຜົາຖ່ານ ໃນຂອບເຂດແຂວງຂອງຕົນ. ຖ້າມີການອະນຸຍາດສ້າງຕັ້ງ ແລະ ດຳເນີນກິດຈະການ ແຕ່ບໍ່ມີແຫລ່ງທີ່ມາຂອງວັດຖຸດິບທີ່ຈະແຈ້ງ ແລະ ຖືກຕ້ອງຕາມລະບຽບກົດໝາຍ ແມ່ນໃຫ້ໂຈະການຜະລິດ. ສໍາລັບໂຮງງານຜະລິດຖ່ານ, ເຕົາເຜົາຖ່ານ ທີ່ບໍ່ໄດ້ຮັບອະນຸຍາດສ້າງຕັ້ງ ແລະ ດໍາເນີນກິດຈະການ ແມ່ນໃຫ້ຍຸບເລີກ ພ້ອມທັງດໍາເນີນຄະດີຕາມກົດໝາຍ;
ສຳລັບຖ່ານຂາວ ທີ່ຜະລິດຈາກໄມ້ຕິ້ວ, ຖ່ານອັດແທ່ງ ຫລື ອັດເມັດຈາກຂີ້ເລື່ອຍ ແມ່ນສາມາດສົ່ງອອກໄດ້ ໂດຍປະຕິບັດໃຫ້ສອດຄ່ອງກັບຂໍ້ຕົກລົງ ສະບັບເລກທີ 0851/ອຄ, ລົງວັນທີ 14 ກັນຍາ 2021 (ມາດຕາ 1 ເອກະສານຊ້ອນທ້າຍ II, ຂໍ້ທີ 2.1 ແລະ 2.2) ບົນພື້ນຖານວັດຖຸດິບ (ໄມ້) ທີ່ນຳມາຜະລິດຖ່ານ ຕ້ອງໄດ້ຮັບອະນຸຍາດຕົວເລກແຜນການຂຸດຄົ້ນຈາກລັດຖະບານ.
SA Game
target magazine

ພ້ອມດຽວກັນນັ້ນ, ຜູ້ປະກອບການ ຫລື ບໍລິສັດທີ່ດຳເນີນທຸລະກິດຜະລິດ ແລະ ສົ່ງອອກຖ່ານຂາວ ຕ້ອງໄດ້ຮັບອະນຸ ຍາດສ້າງຕັ້ງ, ຈົດທະບຽນຖືກຕ້ອງຕາມລະບຽບກົດໝາຍ ແລະ ຕ້ອງມີແຜນຊຸກຍູ້ ແລະ ສົ່ງເສີມການປູກໄມ້ຕິ້ວເພື່ອສະໜອງໃຫ້ແກ່ການຜະລິດຂອງຕົນຢ່າງຕໍ່ເນື່ອງ ລວມທັງມີການຄຸ້ມຄອງແຫລ່ງວັດຖຸດິບ ແລະ ການຄຸ້ມຄອງການສົ່ງອອກ ເພື່ອຫລີກລ້ຽງບໍ່ໃຫ້ມີການສວຍໂອກາດ ດໍາເນີນວຽກງານດັ່ງກ່າວ ທີ່ບໍ່ສອດ ຄ່ອງກັບລະບຽບກົດໝາຍທີ່ໄດ້ກໍານົດໄວ້.

ມອບໃຫ້ກົມກວດກາປ່າໄມ້ ແລະ ກົມປ່າໄມ້ ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ລົງຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດແຈ້ງການສະບັບນີ້ ຢ່າງເຂັ້ມງວດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  ຂປລ.