ພິ​ທີ​ເຊັນ​ສັນ​ຍາ ການຄຸ້ມຄອງຄວາມສ່ຽງປ້ອງກັນອັນຕະລາຍ​ຂອງ​ແຮງ​ງານ

SA Game

ພາບ​: laoedaily.com.

ກົມຄຸ້ມຄອງແຮງງານ ແລະ ເອັສເອັສ ເນຊັນແນວ ເຊັນສັນຍາເພື່ອວຽກງານຄວາມປອດໄພແຮງງານ.

ການ​ພັດ​ທະ​ນາ ແລະ ການ​ເອົາ​ໃຈ​ໃສ່​ໃນ​ບັນ​ຫາ​ຕ່າງໆ​ຂອງ​ແຮງ​ງານ​ພາຍ​ໃນ​ລາວ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຫລາຍກວ່າ​ນີ້ ແລະ ເພື່ອສົ່ງເສີມການມີສ່ວນຮ່ວມນໍາກັນລະຫວ່າງກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມ​ມື ກັບ ບໍລິສັດເອັສເອັສ ອິນເຕີເນຊັນແນວ ເຂົ້າໃນການພັດທະນາວຽກງານ ຄວາມປອດໄພ ແລະ ສຸຂະພາບແຮງງານຢູ່ ສປປ ລາວ.

ໃນວັນທີ 26 ມັງກອນ 2021 ໄດ້ມີພິທີເຊັນສັນຍາ ການຮ່ວມມືດ້ານວິຊາການ ກ່ຽວກັບວຽກງານຄວາມປອດໄພແຮງງານ ລະຫວ່າງບໍລິສັດ ເອັສເອັສ ເນຊັນແນວ ຈຳກັດຜູ້ດຽວ ແລະ ກົມຄຸ້ມຄອງແຮງງານ ທີ່ໂຮງແຮມແລນມາກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງ ຮສສ, ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ, ທ່ານ ວິບູນ ສິດທິມໍລະດາ ຜູ້ອຳນວຍການບໍລິສັດ ເອັສເອັສ ເນຊັນແນວ ຈຳກັດຜູ້ດຽວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

SA Game
ພາບ​: laoedaily.com.

ໃນໂອກາດດັ່ງກ່າວ ທ່ານ ວິບູນ ສິດທິມໍລະດາ ຜູ້ອຳນວຍການບໍລິສັດ ເອັສເອັສ ເນຊັນແນວ ຈຳກັດຜູ້ດຽວ ໄດ້ມີຄຳເຫັນບາງຕອນວ່າ: ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານແມ່ນມີຄວາມສຳຄັນຫຼາຍ ທັງເປັນຄຸນຄ່າ ແລະ ທ່າແຮງຂອງການບໍລິຫານຄວາມປອດໄພ ໃນການຄຸ້ມຄອງຄວາມສ່ຽງປ້ອງກັນອັນຕະລາຍ ບໍໃຫ້ກາຍເປັນອຸບັດຕິເຫດທີ່ອາດຈະສົ່ງຜົນໃຫ້ເກີດມີການບາດເຈັບຈົນໄປເຖິງຂັ້ນເສຍຊີວິດໃນສະຖານທີ່ເຮັດວຽກ.

ທ່ານໄດ້ກ່າວຕື່ມວ່າ: ວິໄສທັດຂອງບໍລິສັດ ເອັສເອັສ ເນຊັນແນວ ຈຳກັດຜູ້ດຽວ ແມ່ນສ້າງໃຫ້ເປັນບໍລິສັດຊັ້ນນຳເພື່ອສົ່ງເສີມ ແລະ ປູກຈິດສຳນຶກຄວາມປອດໄພກ່ຽວກັບການພັດທະນາອຸດສາຫະກຳໃນລາວ. ວຽກງານດັ່ງກ່າວມີຄວາມສຳຄັນ ໃນການປະກອບສ່ວນສ້າງສະພາບແວດລ້ອມໃນໂຮງຈັກໂຮງງານແລະ ສະຖານທີ່ເຮັດວຽກຕ່າງໆ ໃຫ້ປາສະຈາກອຸບັດຕິເຫດ ປາສະຈາກການບາດເຈັບ ຄຽງຄູ່ກັບການຂະຫຍາຍອຸດສາຫະກຳຢູ່ປະເທດເຮົາໃຫ້ໄດ້ຮັບການພັດທະນາແບບຍືນຍົງ.

ໃນໂອກາດດຽວກັນ ທ່່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ໄດ້ມີຄຳເຫັນ ວ່າ: ວຽກງານກ່ຽວກັບຄວາມປອດໄພແຮງງານ ແມ່ນການເຮັດໃຫ້ຄວາມສ່ຽງທີ່ຈະເກີດມີອຸບັດຕິເຫດແຮງງານຈາກການເຮັດວຽກຫນ້ອຍລົງ, ສ່ຽງທີ່ຈະເປັນພະຍາດຈາກການເຮັດວຽກຫນ້ອຍລົງ ໂດຍມີວິທີການປ້ອງກັນທີ່ດີເທົ່າທີ່ຈະດີໄດ້. ເນື່ອງຈາກໃນທົ່ວໂລກມີຜູ້ອອກແຮງງານເສຍຊີວິດຈາກຄວາມບໍ່ເອົາໃຈໃສ່ຕໍ່ວຽກງານ ດັ່ງກ່າວນີ້ຈໍານວນ 2-3 ລ້ານຄົນ, ເຮັດໃຫ້ ຈີດີພີຂອງໂລກ ເສຍຫາຍເຖິງ 4% ແລະ ພາລະທາງສັງຄົມເພີ່ມ ຂື້ນເປັນຈໍານວນຫຼາຍຈາກການເບີ່ງແຍງດູແລຜູ້ພິການ ຫຼື ເສຍອົງຄະ ຈາກອຸບັດຕິເຫດ ແລະ ການເປັນພະຍາດອາຊີບ. ສະນັ້ນທົ່ວໂລກໃຫ້ຄວາມສໍາຄັນ ຖືເປັນວຽກບູລິມະສິດອັນໜຶ່ງຂອງລັດຖະບານທີ່ຈະຕ້ອງເຮັດໃຫ້ທຸກພາກສ່ວນໃນສັງຄົມມີສ່ວນຮ່ວມນໍາກັນເຂົ້າໃນການປ້ອງກັນ ແລະ ແກ້ໄຂບັນຫາ.

ສໍາລັບປະເທດລາວເຮົາ, ຜ່ານມາຫລາຍປີຈົນຮອດປີ 2019 ລະບຽບການສະເພາະກ່ຽວກັບຄວາມປອດໄພ ແລະ ສຸຂະພາບແຮງງານຍັງບໍ່ໄດ້ກໍານົດຂຶ້ນ ມັນເປັນພຽງສ່ວນໜຶ່ງທີ່ກໍານົດ ໄວ້ຢູ່ໃນກົດໝາຍວ່າດ້ວຍແຮງງານ ຊຶ່ງການບັງຄັບໃຊ້ກໍ່ຍັງບໍ່ເຂັ້ມແຂງເທົ່າທີ່ຄວນ.

SA Game
ພາບ​: laoedaily.com.

ທ່ານໄດ້ກ່າວອີກວ່າ: ສປປ ລາວ ກໍາລັງຈະຫຼຸດພົ້ນອອກຈາກສະຖານະພາບຂອງການເປັນປະເທດດ້ອຍພັດທະນາ, ກໍາລັງສູ້ຊົນ ຫຼື ຫັນເປັນປະເທດອຸດສາຫະກໍາທັນສະໄໝ ແລະ ເປົ້າໝາຍອື່ນແຫ່ງສະຫະສະຫວັດ ເປັນຕົ້ນ ແມ່ນການສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທໍາ. ສະນັ້ນ, ໃນປີ 2012 ກະຊວງ ຮສສ ຮ່ວມກັບອົງການສາມຝ່າຍຈຶ່ງໄດ້ ສະເໜີ ແລະ ລັດຖະບານໄດ້ປະກາດໃຊ້ດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍວຽກງານຄວາມປອດໄພ ແລະ ສຸຂະພາບແຮງງນ. ເນື້ອໃນໂດຍລວມຂອງດໍາລັດປະກອບມີ 3 ບັນຫາທີ່ຢາກຈັດສັນ ຫຼື ຈັດລະບຽບກ່ຽວກັບວຽກງານດັ່ງກ່າວ ເຊັ່ນ: (1) ການບໍລິຫານວຽກຄວາມປອດໄພ ແລະ ສຸຂະພາບແຮງງານ, (2) ການບໍລິການວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ (3) ການຄຸ້ມຄອງ, ກວດກາວຽກແຮງງານຄວາມປອດໄພ ແລະ ສຸຂະພາບແຮງງານ.

ພາຍຫຼັງທີ່ດໍາລັດສະບັບນີ້ປະກາດ ແລະ ມີຜົນບັງຄັບໃຊ້ຢ່າງເປັນທາງການ ໂດຍອີງໃສ່ຂໍ້ຈໍາກັດທາງດ້ານວິຊາການ ແລະ ງົບປະມານຂອງລັດຖະບານ ແລະ ຄໍານຶງເຖິງຫລາຍບັນຫາປິ່ນອ້ອມໂດຍສະເພາະກໍແມ່ນ ພາລະຂອງທາງພາກທຸລະກິດທີ່ມີຕໍ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ລວມທັງການຖອດຖອນ ບົດຮຽນຈາກຕ່າງປະເທດ. ເພື່ອຕອບສະໜອງກັບຄວາມຕ້ອງການທີ່ນັບມື້ນັບສູງຂື້ນ ກະຊວງ ຮສສ ຈຶ່ງເຫັນວ່າ ການມີພາກເອກະຊົນເຂົ້າມາມີສ່ວນຮ່ວມລົງທຶນໃນວຽກງານດັ່ງກ່າວກໍ່ອາດຈະເຮັດໃຫ້ວຽກງານນີ້ໄດ້ຮັບການພັດທະນາດີ ແລະ ໄວຂຶ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laoedaily.com.