ຫຼາຍ​ພາກ​ສ່ວນ​ປະ​ກອບ​ສ່ວນ​ໃນ​ກອງ​ປະ​ຊຸມ ຄັ້ງທີ XI ​ເປັນ​ມູນ​ຄ່າ​ຫຼາຍ​ຕື້​ກີບ

SA Game

ພາບ​: laoedaily.com.

ມູນ​ຄ່າປະກອບສ່ວນເພື່ອການພັດທະນາໂອກາດກອງປະຊຸມໃຫຍ່ ຄັ້ງທີ XI ​ເກີອບ15ຕື້ກີບ.

ເພື່ອ​ເປັນ​ການ​ສົ່ງ​ເສີມ ແລະ ສະ​ນັບ​ສະ​ໜູນກອງ​ປະ​ຊຸບ​ໃຫຍ່​ຂອງ​ພັກພັກປະຊາຊົນ ປະຕິວັດລາວ ໄດ້​ມີ​ຫລາຍ​ພາກ​ສ່ວນ​ປະ​ກອບ​ສ່ວນ​ໃນ​ການ​ຊ​ຸກ​ຍູ້​ດ້ວຍ​ວັດຖ​ຸ ແລະ ເງິນ​ເປັນ​ຈ່ຳ​ນວນ​ຫລວງຫຼາຍ​ເພື່ອ​ໃຫ້​ກອງ​ປະ​ຊຸມ​ຄັ້ງ​ນີ້​ບັນ​ລຸ​ຕາມ​ເປົ້າ​ໝາຍ ແລະ ໄດ້​ຜົນ​ສຳ​ເລັດ​ທີ່​ດີ​ງາມ ພ້ອມ​ກັບ​ຄຸນ​ນະ​ພາບ ແລະ ຈາກ​ການ​ຮວບ​ຮວມ​ເງິນ​ທັງ​ໝົດທັງ ນັບແຕ່ວັນທີ 07 – 15 ມັງກອນ 2021 ລວມມີທັງໝົດ 34 ພາກສ່ວນ ລວມມູນຄ່າທັງໝົດ 14,53 ຕື້ກີບ.

ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກກະຊວງການເງິນ, ທັງເປັນຫົວໜ້າອະນຸກໍາມະການງົບປະມານຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ຮູ້ວ່າ:

ພາກສ່ວນຕ່າງໆໄດ້ໃຫ້ຄວາມສຳຄັນຊຸກຍູ້ ເນື່ອງໃນໂອກາດດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ( 2021 – 2025 ) ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍ.

SA Game
ພາບ​: laoedaily.com.

ເປັນຕົ້ນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແລະ ກຸ່ມບໍລິສັດ ດອກງິ້ວຄໍາ ຈໍາກັດ ປະກອບສ່ວນເປັນເງິນສົດ 1,3 ຕື້ກີບ, ບໍລິສັດ ເອັສທີ ກຣຸບ ແລະ ທະນາຄານເອັສທີ 1,2 ຕື້ກີບ, ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ 1,1 ຕື້ກີບ, ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດ ຜູ້ດຽວ 1 ຕື້ກີບ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ 1 ຕື້ກີບ, ກຸ່ມບໍລິສັດ ພົງຊັບທະວີ ຈໍາກັດຜູ້ດຽວ 1 ຕື້ກີບ, ບໍລິສັດ ຫຼວງພະບາງພາວເວີ ຈໍາກັດ 1 ຕື້ກີບ, ກຸ່ມບໍລິສັດ ຄໍາໄພຊະນະ ຈໍາກັດຜູ້ດຽວ 1 ຕື້ກີບ, ກຸ່ມບໍລິສັດ ພົງສະຫວັນ 1 ຕື້ກີບ, ທະນາຄານ ຮ່ວມພັດທະນາ ( JDB ) 800 ລ້ານກີບ, ບໍລິສັດ ເບຍລາວ ຈໍາກັດ 596 ລ້ານກີບ ( ເປັນເງິນສົດ 500 ລ້ານກີບ, ວັດຖຸ 96 ລ້ານກີບ ), ບໍລິສັດ ພະລັງງານໄຟຟ້າຄວາມຮ້ອນເຊກອງ ຈໍາກັດ ” XTPPL ” ບໍລິສັດໃນເຄືອຂອງ ກຸ່ມບໍລິສັດ ພອນສັກ ຈໍາກັດ 500 ລ້ານກີບ, ທະນາຄານແຫ່ງ ສປປ ລາວ 500 ລ້ານກີບ, ທະນາຄານການຄ້າຕ່າງປະເທດລາວ 500 ລ້ານກີບ, ບໍລິສັດ ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ 500 ລ້ານກີບ, ບໍລິສັດ ລັດວິສາຫະກິດຫວຍພັດທະນາ 300 ລ້ານກີບ, ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ 300 ລ້ານກີບ, ອົງຄະນະພັກນະຄອນຫຼວງວຽງຈັນ 150 ລ້ານກີບ, ກຸ່ມບໍລິສັດ ດາວເຮືອງ ມອບເປັນວັດຖຸ ມູນຄ່າ 120 ລ້ານກີບ, ທ່ານ ໄຊສົງຄາມ ວໍລະຈິດ ປະທານບໍລິສັດ ເອັສວີກຣຸບ ຈໍາກັດ 100 ລ້ານກີບ, ບໍລິສັດພັດທະນາສວນວັດທະນະທໍາລ້ານຊ້າງ 100 ລ້ານກີບ, ບໍລິສັດ ເພັດສະໝອນ ກໍ່ສ້າງ ເຄຫາສະຖານ ຂົວທາງ ຊົນລະປະທານ ຈໍາກັດຜູ້ດຽວ 100 ລ້ານກີບ, ກຸ່ມບໍລິສັດ ດີເອັມ ຈໍາກັດຜູ້ດຽວ 50 ລ້ານກີບ, ອົງຄະນະພັກ ແຂວງ ຈໍາປາສັກ 50 ລ້ານກີບ, ອົງຄະນະພັກ ແຂວງສາລະວັນ 30 ລ້ານກີບ, ອົງຄະນະພັກແຂວງອຸດົມໄຊ 30 ລ້ານກີບ, ອົງຄະນະພັກ ແຂວງສະຫວັນນະເຂດ 30 ລ້ານກີບ, ອົງຄະນະພັກ ແຂວງຊຽງຂວາງ 20 ລ້ານກີບ, ອົງຄະນະພັກ ແຂວງຫົວພັນ 20 ລ້ານກີບ, ອົງຄະນະພັກ ແຂວງເຊກອງ 20 ລ້ານກີບ, ອົງຄະນະພັກ ແຂວງໄຊຍະບູລີ 20 ລ້ານກີບ, ອົງຄະນະພັກ ແຂວງບໍ່ແກ້ວ 20 ລ້ານກີບ, ອົງຄະນະພັກ ແຂວງຫຼວງນໍ້າທາ 20 ລ້ານກີບ, ອົງຄະນະພັກ ແຂວງຜົ້ງສາລີ 20 ລ້ານກີບ.

ໂອກາດດັ່ງກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ໃນນາມຕາງໜ້າໃຫ້ອະນຸກໍາມະການເສດຖະກິດ, ອະນຸກໍາມະການງົບປະມານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ໄດ້ຊີ້ແຈງຕື່ມຕໍ່ການສະເໜີຂ່າວຜ່ານມາໃນການໃຊ້ງົບປະມານຂອງລັດເຂົ້າໃນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂັ້ນຮາກຖານພັກ ຢູ່ກຸ່ມບ້ານໃນຂອບເຂດທົ່ວປະເທດ.

ອົງຄະນະພັກບັນດາເມືອງ, ນະຄອນ, ອົງຄະນະພັກບັນດາແຂວງ, ນະຄອນຫຼວງ 3 ອົງການຈັດຕັ້ງມະຫາຊົນຂອງພັກແຕ່ລະຂັ້ນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແມ່ນໄດ້ດຳເນີນໃນຫຼາຍຂັ້ນ, ຫຼາຍລະດັບຂອງອະນຸກຳມະການຕ່າງໆ ກະກຽມກອງປະຊຸມ ໃຫຍ່ແຕ່ລະຂັ້ນດ້ວຍການປະຢັດການໃຊ້ຈ່າຍຢ່າງເຄັ່ງຄັດ, ໂຈະການໃຊ້ຈ່າຍທີ່ບໍ່ຈໍາເປັນໃນການກະກຽມກອງປະຊຸມ, ງານລ້ຽງ – ງານສະຫຼອງຕ່າງໆ.

ຈາກ​ການ​ປະ​ກອບ​ສ່ວນ​ທັງ​ໝົດ ໃນນັ້ນ, ເປັນເງິນສົດ ຈຳນວນ 14,28 ຕື້ກີບ ເປັນວັດຖຸມູນຄ່າ 254 ລ້ານກີບ ຖື​ວ່າເປັນ​ການປະຢັດງົບປະມານຂອງລັດລົງເປັນຈໍານວນຫຼວງຫຼາຍ

ທາງ​ຕົວ​ແທນກອງ​ປະ​ຊຸມຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງພາກສ່ວນຕ່າງໆທີ່ໄດ້ໃຫ້ການປະກອບສ່ວນຊຸກຍູ້ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຮັດໃຫ້ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ປະສົບຜົນສຳເລັດຕາມລະດັບຄາດໝາຍ​ຢ່າງ​ຈົບ​ງາມ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laoedaily.com.