ຂອງ​ຫລິ້ນ​ໃໝ່! ມອບ​ຊຸດ​ອຸ​ປະ​ກອນ ແລະ ພາ​ຫະ​ນະ​ໃຫ້​ກະ​ຊວງ​ປ້ອງ​ກັນ​ປະ​ເທດ

SA Game

ພາບ​: laoedaily.com.

ຣັດເຊຍ​ຊ່ວຍ​ເຫລືອພາຫະນະເຕັກນິກຊ່າງແສງ ແລະ ຊຸດອຸປະກອນ​ແກ່ກອງທັບປະຊາຊົນລາວ.

ຄວາມ​ສຳ​ພັນ​ອັນ​ຍາວ​ນານກັບ​ການ​ຊ່ວຍ​ເຫລືອ​ຂອງ​ປະ​ເທດ ຣັດເຊຍ ແລະ ສ​ປ​ປ ລາວ ທີ່​ມີ​ມາ​ຍາວ​ນານ ແລະ ຈະ​ຍັງ​ຄົງ​ຢູ່​ຕະ​ຫລອດ​ໄປ, ໃນວັນທີ 28 ມັງກອນ 2021 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີມອບ-ຮັບພາຫະນະ ເຕັກນິກຊ່າງແສງ ແລະ ຊຸດອຸປະ ກອນເກັບຮັກສາພາຫະນະເຕັກ ນິກໄລຍະຍາວ ລະຫວ່າງກະຊວງ ປ້ອງກັນປະເທດ ແຫ່ງສະຫະພັນ ຣັດເຊຍ ແລະ ກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ.

ໃນ​ພິ​ທີ​ມອບ​ຮັບ​ດັ່ງ​ກ່າວ ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ ມີ ສະ ຫາຍ ວະລາດີເມຍ ກາລີນິນ ເອກ ອັກຄະລັດຖະທູດວິສາມັນຜູ້ມີອໍາ ນາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະນໍາ ແລະ ຜູ້ຕາງໜ້າຈາກສອງກະຊວງ ປ້ອງກັນປະເທດເຂົ້າຮ່ວມ.

SA Game
ພາບ​: laoedaily.com.

ພິທີມອບ-ຮັບພາຫະນະ ເຕັກນິກຊ່າງແສງ ແລະ ຊຸດອຸປະ ກອນເກັບຮັກສາພາຫະນະເຕັກ ນິກໄລຍະຍາວຄັ້ງນີ້ໂດຍການ ກ່າວມອບຂອງ ສະຫາຍ ວະລາ ດີເມຍ ກາລີນິນ ເອກອັກຄະລັດ ຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ.

ເຊິ່ງສະຫາຍກ່າວວ່າ: ເພື່ອເປັນ ການເສີມຂະຫຍາຍສາຍພົວພັນຮ່ວມມືຂອງສອງປະເທດ ພ້ອມ ທັງຍົກລະດັບຄວາມອາດສາ ມາດດ້ານວຽກງານປ້ອງກັນຊາດ ຂອງ ສປປ ລາວ.

ເຊື່ອໝັ້ນວ່າການ ມອບ-ຮັບພາຫະນະເຕັກນິກຊ່າງ ແສງຄັ້ງນີ້ຈະເປັນການປະກອບ ສ່ວນອັນສໍາຄັນ ເຮັດໃຫ້ຄວາມ ອາດສາມາດດ້ານປ້ອງກັນຊາດ ຂອງກອງທັບປະຊາຊົນລາວ ເຂັ້ມແຂງຂື້ນຕື່ມ, ຊ່ວຍເຮັດໃຫ້ ການປະຕິບັດໜ້າທີ່ປະສົບຜົນ ສໍາເລັດ, ລວມທັງການລາດຕະ ເວນຊາຍແດນ, ການສະກັດກັ້ນ ການເຄື່ອນໄຫວຜິດກົດໝາຍ ຮູບແບບຕ່າງໆ, ລວມທັງການ ຄ້າຂາຍຢາເສບຕິດ.

SA Game
ພາບ​: laoedaily.com.

ພາຫະນະ ເຕັກນິກຊ່າງແສງທີ່ຖືກມອບໃນ ຄັ້ງນີ້ຍັງສາມາດຊ່ວຍຮັບປະກັນ ໃຫ້ແກ່ວຽກງານມະນຸດສະທຳ ແລະ ຮັກສາສັນຕິພາບ. ສາມາດ ນໍາໃຊ້ໃນການເກັບກູ້ລະເບີດ, ການກອບກູ້ໄພພິບັດທາງທໍາມະ ຊາດ ແລະ ການສະໜອງຄວາມ ຊ່ວຍເຫຼືອດ້ານມະນຸດສະທໍາໃຫ້ ແກ່ປະຊາຊົນໃນເຂດປະສົບໄພ, ເຊິ່ງພາຫະນະເຕັກນິກຊ່າງແສງ ແລະ ຊຸດອຸປະກອນເກັບຮັກສາພາ ຫະນະເຕັກນິກ ທີ່ນໍາມາມອບປະ ກອບມີ:

ລົດຂຸດຂຸມຄອງຈໍານວນ 2 ຄັນ, ລົດສ້ອມແປງ (ບໍາລຸງຮັກ ສາ) ຈໍານວນ 2 ຄັນ, ລົດຕູ້ສ້ອມ ແປງ (ເຄື່ອນທີ່) ຈໍານວນ 2 ຄັນ, ລົດຈົກຕີນຢາງ ຈໍານວນ 1 ຄັນ, ເຮືອກາໂນ ຈໍານວນ 10 ລຳ, ລົດ ກວດມິນ ຈໍານວນ 2 ຄັນ, ຈັກໄຟ ຟ້າ ເຄື່ອນທີ່ 2 ເຄື່ອງ ແລະ ລົດ ຂຸດຂຸມຄອງ(M3-2) ຈໍານວນ 2 ຄັນ. ໂອກາດດັ່ງກ່າວ, ສະຫາຍ ພົນ ຕີ ກິລະກອນ ບຸນນະຜົນ ຫົວໜ້າ ກົມໃຫ່ຍເຕັກນິກກອງທັບ ເຊິ່ງ ໄດ້ຕາງໜ້າໃຫ້ຄະນະນໍາກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ ກໍໄດ້ກ່າວຮັບພາຫະນະເຕັກ ນິກຊ່າງແສງ ແລະ ຊຸດອຸປະກອນ ເກັບຮັກສາພາຫະນະເຕັກນິກໄລ ຍະຍາວ ທີ່ກະຊວງປ້ອງກັນປະ ເທດແຫ່ງ ສ ຣັດເຊຍ ໄດ້ໃຫ້ການ ຊ່ວຍເຫຼືອກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ ຄັ້ງນີ້.

SA Game
ພາບ​: laoedaily.com.

ພ້ອມ ນີ້ກໍສະແດງຄວາມຂອບໃຈຢ່າງ ສູງຕໍ່ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ໃນການໃຫ້ການ ຊ່ວຍເຫຼືອອຸປະກອນການທະ ຫານໃຫ້ແກ່ກອງທັບປະຊາຊົນ ລາວໃນຄັ້ງນີ້ສຸດທີ່ມີຄວາມໝາຍ ສໍາຄັນຍິ່ງພໍດີກັບວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 72 ປີ.

ເຊິ່ງເປັນການປະກອບ ສ່ວນສໍາຄັນເຂົ້າໃນການສ້າງ ຄວາມເຂັ້ມແຂງຂອງກອງທັບ ປະຊາຊົນລາວ, ສະແດງເຖິງ ຄວາມສາມັກຄີຮັກແພງ, ການ ຊ່ວຍເຫຼືອເຊິ່ງກັນແລະກັນແບບ ເພື່ອນມິດສະຫາຍ ແລະ ຈະນໍາ ໃຊ້ໃຫ້ເກີດປະໂຫຍດສູງສຸດ ແກ່ ການກໍ່ສ້າງກອງທັບໃຫ້ເຂັ້ມແຂງ ແລະທັນສະໄໝ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laoedaily.com.