ໂຄງການກໍ່ສ້າງຊົນລະປະທານຕົວແບບສຳ​ເລັດ ແລະ ມອບ​ຮັບ​ແລ້ວ

SA Game

ປະເທດລາວ Pathedlao

ເມືອງບົວລະພາ ແຂວງຄຳມ່ວນ ມອບ-ຮັບໂຄງການກໍ່ສ້າງຊົນລະປະທານຕົວແບບ ນ້ຳກະຕະ

ໃນວັນທີ 19 ສິງຫາ 2022 ນີ້ ເມືອງບົວລະພາ ແຂວງຄຳມ່ວນໄດ້ ຈັດພິທີມອບ-ຮັບ ໂຄງການກໍ່ສ້າງຊົນລະປະທານຕົວແບບ “ນໍ້າກະຕະ”, ໂດຍໄດ້ຮັບທຶນຊ່ວຍເຫລືອຈາກອົງການພັດທະນາປະເທດຝຣັ່ງ (AFD) ໃນມູນຄ່າ 4,5 ລ້ານໂດລາສະຫະລັດ ໂດຍແມ່ນ ບໍລິສັດ ອິນຊີ ພັດທະນາກໍ່ສ້າງ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ.

ໃນພິທີ, ທ່ານ ແຫລວຄຳ ວົງສາວັນທອງ ຜູ້ອຳນວຍການໃຫຍ່ ບໍລິສັດອິນຊີ ພັດ ທະນາກໍ່ສ້າງ ຈຳກັດ ໄດ້ລາຍງານໂດຍຫຍໍ້ກ່ຽວກັບໂຄງການກໍ່ສ້າງຊົນລະປະທານຕົວແບບ ນໍ້າກະຕະ ນີ້ວ່າ:

ໂຄງການກໍ່ສ້າງຊົນລະປະທານຕົວແບບ “ນໍ້າກະຕະ” ໄດ້ຜ່ານການສໍາຫລວດ-ອອກແບບ ແລະ ຄຸມງານກໍ່ສ້າງໂດຍບໍລິສັດຈາກປະເທດຝຣັ່ງ ໂດຍຜ່ານການປະມູນເປີດກວ້າງ, ມີການກວດສອບຈາກຜູ້ໃຫ້ທຶນ ແລະ ຄະນະກຳມະການຈາກຝຣັ່ງ, ເຊິ່ງບໍລິສັດອີນຊີ ພັດທະນາກໍ່ສ້າງ ຈໍາກັດ ເປັນຜູ້ຊະນະການປະມູນ ໃນວັນທີ 7 ກໍລະກົດ 2020 ແລະ ວັນທີ 11 ພະຈິກ 2020 ໄດ້ມີພິທີເຊັນສັນຍາ ກໍ່ສ້າງໂຄງການດັ່ງກ່າວ.

SA Game
ປະເທດລາວ Pathedlao

ໃນໄລຍະປະຕິບັດໂຄງການນັ້ນ ເຫັນວ່າພົບຄວາມຫຍຸ້ງຍາກພໍສົມຄວນ ເປັນຕົ້ນ ການລະ ບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການເຄື່ອນຍ້າຍແຮງງານ, ກົນຈັກໜັກ, ວັດສະດຸກໍ່ສ້າງ ແລະ ອື່ນໆ

ພ້ອມກັນນັ້ນ ລາຄາວັດສະດຸກໍ່ສ້າງ ແລະ ນໍ້າມັນເຊື້ອໄຟກໍ່ປັບຕົວເພີ່ມຂຶ້ນຫລາຍເທົ່າຕົວ, ແຕ່ທາງບໍລິສັດພວກເຮົາບໍ່ໄດ້ທໍ້ຖອຍຕໍ່ບັນຫາ ແລະ ອຸປະສັກດັ່ງກ່າວ, ບໍລິສັດໄດ້ເພີ່ມທຶນຮອນຈໍານວນຫລາຍ, ກົນຈັກ ແລະ ບຸກຄະລາກອນ ເພື່ອເຮັດໃຫ້ໂຄງການສໍາເລັດຕາມສັນຍາ, ມາຮອດວັນທີ 7 ກໍລະກົດ 2022 ໂຄງການດັ່ງກ່າວໄດ້ສໍາເລັດ 100% ເຊິ່ງສໍາເລັດກ່ອນສັນຍາປະມານ 2 ເດືອນ.

ທ່ານ ແຫລວຄຳ ວົງສາວັນທອງ ໄດ້ໃຫ້ຮູ້ອີກວ່າ:

ໂຄງການກໍ່ສ້າງຊົນລະປະທານຕົວແບບນໍ້າກະຕະ ປະກອບມີ 4 ໜ້າວຽກໃຫຍ່ຄື:

ກໍ່ສ້າງຝາຍນໍ້າລົ້ນ, ກໍ່ສ້າງລະບົບຄອງ ເໝືອງແບບຄົບຊຸດ, ບຸກເບີກເນື້ອທີ່ນາ ແລະ ກໍ່ສ້າງເສັ້ນທາງ, ໂຄງການຊົນລະປະທານນີ້ ແມ່ນມີຄວາມສໍາຄັນຫລາຍ ເພາະຜູ້ໃຫ້ທຶນ ມີຈຸດປະສົງສ້າງໃຫ້ເປັນຕົວແບບດ້ານການພັດ ທະນາ ແລະ ແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນ 4 ບ້ານ ຈໍານວນ 1.700 ຄອບຄົວ ຢູ່ເມືອງບົວລະພາ ແຂວງຄຳມ່ວນ.

ໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນພາຍໃນ ເມືອງບົວລະພາ ໂດຍສະເພາະ ປະຊາຊົນພາຍໃນ 4 ບ້ານດັ່ງກ່າວທີ່ໃດ້ຮັບຜົນປະໂຫຍດ ຈົ່ງຊ່ວຍກັນປົກຮັກສາ, ຄຸ້ມຄອງ-ນໍາໃຊ້ໂຄງການນີ້ ໃຫ້ຍືນຍົງ ແລະ ຍາວນານ.

SA Game
ປະເທດລາວ Pathedlao

ພ້ອມທັງ ສະແດງຄວາມຊົມເຊີຍມາຍັງ ບໍລີລິສັດ ອິນຊີພັດທະນາກໍ່ສ້າງ ຈໍາກັດ ທີ່ໄດ້ປະຕິຕາມບັດສັນຍາດ້ວຍຄວາມຮັບຜິດຊອບສູງ, ສາມາດສະໜອງທຶນ, ກົນຈັກ ແລະ ພະນັກງານ ເຂົ້າໃນໂຄງການໃຫ້ສຳເລັດຕາມສັນຍາດ້ວຍຄຸນນະພາບສູງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.