ພາ​ສາ​ລາວ​ການ​ນຳ​ໃຊ້​ຄຳ​ວ່າ ທີ ແລະ ທີ່ ແລະ​ ຄວາມ​ໝາຍ​ຂອງ​ມັນ.

SA Game

DooDiDo

ພາ​ສາ​ລາວ​ອະ​ທິ​ບາຍການ​ນຳ​ໃຊ້​ຄຳ​ວ່າ “ທີ” ແລະ “ທີ່”.

ໃນ​ພາ​ສາ​ລາວການ​ໃຊ້​ວັນ​ນະ​ຍຸດ​ກັບ​ຄຳ​ຕ່າງໆ​ສ່ວນ​ຫລາຍ​ຈະ​ເຮັດ​ໃຫ້​ຄວາມ​ໝາຍ​ຂອງ​ຄຳ​ດັ່ງ​ກ່າວ​ປ່ຽນ​ໄປ ອາດ​ຈະ​ຫລາຍ​ ຫລື​ ນ້ອຍແລ້ວ​ແຕ່​ຄຳ​ສັບ​ນັ້ນໆ​ເຊິງ​ໃນ​ນັ້ນ​ອາດ​ຈະ​ຂື້ນ​ກັບ​ຕົວ​ອັກ​ສອນ​ແດ່​ເພາະ​ອັກ​ສອນ​ບາງ​ຕົວ​ກໍ​ບໍ່​ສາ​ມາດ​ປ່ຽນ​ສຽງ​ໄດ້​ຈາກ​ການ​ໃສ່​ວັນ​ນະ​ຍຸດ​ໃຫ້​ມັນ.

ໃນ​ພາ​ສາ​ລາວບົດ​ນີ້​ຈະ​ຍົກ​ເອົາ​ ການ​ຂຽນ ລວມ​ທັງຄວາມ​ໝາຍ​ຂອງ​ຄຳ​ວ່າ “ທີ” ແລະ “ທີ່”  ​ມີ​ຄວາມໃກ້ຄຽງກັນ, ​ແລະ ມີຄວາມໝາຍ ແລະວິທີການໃຊ້ແຕກຕ່າງກັນ, ແຕ່ບາງຄົນອາດສັບສົນ ແລະ ຫລາຍ​ຄົນ​ໄດ້ມີ​ການ​ນຳໃຊ້​ແບບຜິດໆ​ຖືກໆ, ເພາະ​ບໍ່​ແນ​ໃຈ​ໃນ​ການ​ໃຊ້ ລ​ະ​ຫວ່າງ​ສອງ​ຄຳ​ນີ້ ດ້ວຍ​ຄວາມ​ໝາຍ​ຂອງ​ມັນ​ທີ່​ໃກ້​ຄຽງ​ກັນ​ສະ​ນັ້ນ​ເພື່ອ​ຄວາມ​ເຂົ້າ​ໃຈ​ທີ່​ຖືກ​ຕ້ອງ ແລະ ເປັນ​ເອ​ກະ​ພາບ​ກັນ​ເຮົາ​ຈະຂໍອະທິບາຍໃຫ້​ເຂົ້າ​ໃຈ​ດີ​ຂື້ນ​ຕື່ມດັ່ງນີ້.

SA Game
DooDiDo

ຄຳ​ວ່າ ທີ.

  •  ເປັນຄຳນາມ ໝາຍເຖິງ “ເທື່ອ, ຄັ້ງ, ຊັ້ນ, ຕຳແໜ່ງ, ລຳດັບ” ເຊັ່ນ ທີໜຶ່ງ, ທີສອງ ແລະລຳດັບເລກວັນໃນປະຕິທິນ ເຊັ່ນ ວັນທີ 1 2 3 4 5+
  •  ປຽບ, ກຽດ, ວາດ, ທ່າ ເຊັ່ນ ທ່າທີ, ເສຍທີ, ເຕັມທີ, ລອງທີ…

ຄຳ​ວ່າ ທີ່.

  • ເປັນຄຳນາມ ໝາຍເຖິງສະຖານທີ່, ບ່ອນ, ຈຸດໜຶ່ງ ເຊັ່ນ: ຢູ່ທີ່, ທີ່ຢູ່, ທີ່ບ້ານ, ທີ່ນີ້, ທີ່ນັ້ນ.
  • ຄໍາຕໍ່ ໃຊ້ບອກຈຸດເນັ້ນ ຫຼື ເນັ້ນຈຸດນັ້ນໆເຊັ່ນ: ຜູ້ທີ່ເຈົ້າເວົ້າຫາ, ທີ່ຮັກ, ອັນທີ່ເຮົາຕ້ອງການ, ງ່າຍທີ່ສຸດ, ຄຳທີ່ໜ້າປະທັບໃຈ, ສິ່ງທີ່ຕ້ອງການ…

ການໃຊ້ໃນປະໂຫຍກດຽວກັນ

  1. ວັນທີ 2 ທັນວາ ແມ່ນວັນທີ່ສະຖາປະນາ ສປປ.ລາວ
  2. ເດືອນຕຸລາ ເປັນເດືອນທີ 10 ຂອງປີ ເປັນເດືອນທີ່ມີເຫດການປະຫວັດສາດຫຼາຍວັນເຊັ່ນ ວັນຄູແຫ່ງຊາດ, ວັນຢຶດອຳນາດ..
  3. ຂ້ອຍເສັງໄດ້ທີ 1 ເຊິ່ງເປັນທີທີ່ໜ້າປະທັບໃຈ.
  4. ວັນທີ່ເຈົ້າຈາກຂ້ອຍໄປ ແມ່ນວັນທີ 29 ເດືອນ 2 ຂອງປີກ່ອນ.
  5. ທີ່ນີ້ເປັນບ່ອນທີ່ຂ້ອຍກັບເຈົ້າພົບກັນ.
  6. ເບິ່ງທ່າທີຂອງເຈົ້າຄືຊິບໍ່ເໝາະກັບການເຮັດວຽກຢູ່ທີ່ນີ້.
  7. ເຈົ້າຄືທີ່ຮັກຂອງຂ້ອຍ ທີ່ຂ້ອຍຮັກທີ່ສຸດ.
  8. ວັນທີ 20 ຕຸລາ ເປັນວັນທີ່ຂ້ອຍເສຍທີໃຫ້ກັບຄົນທີ່ຂ້ອຍຮັກ ແລະໄວ້ໃຈທີ່ສຸດ.

ສັງເກດຄຳວ່າ “ວັນທີ” ກັບ “ວັນທີ່”

ວັນທີ ແມ່ນໝາຍເຖິງຕົວເລກຕາມປະຕິທິນພາຍໃນ 1 ເດືອນ. (ຢ່າຫຼົງໃຊ້ຄືໄທເດັດຂາດ ເພາະພາສາໄທໃຊ້ วันที่ ມີວັນນະຍຸດເອກ)

ວັນທີ່ ໝາຍເຖິງ ວັນ ບົ່ງບອກເຖິງການເນັ້ນວັນນັ້ນໆ ເຊັ່ນວັນທີ່ເຈົ້າຈາກໄປ, ວັນທີ່ບໍ່ມີເຈົ້າ, ວັນທີ່ເຮົາພົບກັນ…

ສະຫຼຸບ

ທີ ແລະ ທີ່ ເປັນຄຳນາມທີ:  ໄດ້​ມີ​ຄວາມ​ໝາຍ​ວ່າໝາຍເຖິງ “ເທື່ອ, ຄັ້ງ, ຊັ້ນ, ຕຳແໜ່ງ, ລຳດັບ” , ທີ່: ເປັນ​ຄຳ​ນາມ ແລະ ທັງ​ເປັນຄໍາຕໍ່ໄດ້, ຄວາມ​ໝາຍໝາຍເຖິງສະຖານທີ່, ບ່ອນ, ຈຸດໜຶ່ງ, ​ສະ​ນັ້ນຕໍ່​ຈາກ​ນີ້​ເວ​ລາ​ຈະ​ໃຊ້​ຕ້ອງ​ພະ​ຍາ​ຍາມ​ນຳ​ໄປ​ໃຊ້ໃຫ້ຖືກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo