ຄວາມ​ໝາຍ​ຂອງ ວັດ​ທະ​ນະ​ຖາ​ວອນ ແລະ ວັດ​ທະ​ນາ​ຖາ​ວອນ ຄື​ຫຍັງ​ແທ້?

SA Game

DooDiDo

ອະ​ທິ​ບາຍ​ຂອງ​ຄຳ​ວ່າ: ວັດທະນະຖາວອນ ແລະ ວັດທະນາຖາວອນ.

ຄຳ​ນີ້​ເຮົາ​ຈະ​ໄດ້​ເຫັນ​ກັນ​ເກືອບ​ຕະ​ຫລອດ​ເປັນ​ຕົ້ນ​ແມ່ນ​ໃນ​ເອ​ກະ​ສານ​ທາງ​ການ​ຕ່າງໆ​ຂອງ​ ສ​ປ​ປ ລາວ, ແລະ ມີຫຼາຍຄົນທີ່ພະຍາຍາມອະທິບາຍຄວາມໝາຍຂອງຄຳນີ້ ແຕ່ກໍຍັງບໍ່ມັນເຂົ້າໃຈຢ່າງເລິກເຊິ່ງເທື່ອ, ຄວາມຈິງຄຳວ່າ “ວັດທະນະຖາວອນ” ເປັນຄຳທີ່ມີ 5 ພະຍາງ ເພາະເປັນປະສົມໃນພາສາປາລີ ເອີ້ນວ່າ #ຄຳສະໝາດ, ຕາມຫຼັກການຂອງຄຳສະໝາດ ແມ່ນເອົາຄຳເຄົ້າປະສົມກັນ ໂດຍບໍ່ມີການຕັດ, ການແປງອັກຂະຫຼະໃດໆເລີຍ.

ວັດທະນະຖາວອນ = ວັດທະນະ+ຖາວອນ

ຄຳວ່າ #ຖາວອນ ມາຈາກຄຳວ່າ “ຖາວະຣະ” ຕົກໃນກໍລະນີການແປງສະຫຼະ ×ະ ເປັນ ອໍ ໄດ້ເປັນ ວໍຣະ ແລ້ວແປງ “ຣະ” ເປັນຕົວສະກົດ ນ ຈະໄດ້ຮູບສົມບູນເປັນ “ວອນ”.

ຄຳວ່າ “ວັດທະນະ” ເປັນຄຳນາມ ແປວ່າ ຄວາມຈະເລີນຮຸ່ງເຮືອງ, ຄວາມກ້າວໜ້າ.

SA Game
DooDiDo

ຄຳວ່າ “ວັດທະນະ” ຍັງກົງກັບຄຳວ່າ “ພັດທະ ຫຼື ພັດທະນາ” ອີກດ້ວຍ. ໃນພາສາປາລີ-ສັນສະກິດ ມີຫຼາຍຄຳສັບທີ່ຕົວ ວ ແລະ ຕົວ ພ ຄືກັນເຊັ່ນ:
ວິຈາລະນະ = ພິຈາລະນະ
ວິນິດໄສ = ພິນິດໄສ
ວົງສາ = ພົງສາ
ວັດຈະນະ = ພົດຈະນະ
ເວສາລີ = ໄພສາລີ
ວຣະ = ພຣະ
ວັດສະດຸ ຫຼື ວັດຖຸ = ພັດສະດຸ

ຄຳວ່າ “ວັດທະນະ” ຖ້າບໍ່ມີຄຳຕໍ່ທ້າຍຈະລົງດ້ວຍ “ອາ” ຄື “ວັດທະນາ” ຖ້າມີຄຳຕໍ່ທ້າຍເປັນສະໝາດຈະລົງທ້າຍດ້ວຍ ອະ ຄື “ວັດທະນະ” ເຊັ່ນ ວັດທະນະທຳ, ວັດທະນະຖາວອນ…

ເວົ້າ​ລາວ​ກັນ

ວັດທະນາຖາວອນ

ຖ້າເປັນຄຳສົນທິຈະເປັນ ×າ ເຊັ່ນ

“ວັດທະນະ + ອະຖາວອນ = ວັດທະນາຖາວອນ”
ໂດຍການ ເອົາ “ນະ + ອະ = ນາ”

ຄຳວ່າ “ຖາວອນ” ໝາຍເຖິງຄວາມໝັ້ນຄົງ, ຍືນຍົງ, ທ່ຽງແທ້

ເມື່ອເປັນຄຳສະໝາດ “ວັດທະນະຖາວອນ” ຈຶ່ງໝາຍເຖິງ ຄວາມໝັ້ນຄົງທີ່ເກີດຈາກການພັດທະນາ, ຄວາມຄວາມໝັ້ນຄົງທີ່ເກີດຈາກຄວາມຈະເລີນ, ຄວາມໝັ້ນຄົງທີ່ເກີດຄວາມຮຸ່ງເຮືອງ.

ຫຼື ຖ້າແປແບບລາວໆເຮົາ ກໍຈະປະມານວ່າ “ຄວາມຈະເລີນຮຸ່ງເຮືອງທີ່ແທ້ຈິງ, ຄວາມຈະເລີນທີ່ໝັ້ນຄົງ.

ອ່ານມາຮອດນີ້ຄົງຫາຍສົງໄສແລ້ວວ່າ ເປັນຫຍັງ ລັດຖະທຳມະນູນຈຶ່ງມີການປ່ຽນແປງ ວັດທະນາຖາວອນ ມາເປັນ ວັດທະນະຖາວອນ ເພາະຖ້າບໍ່ແປງກໍຈະມີນັກພາສາສາດ ທີ່ເຂົ້າໃຈຫຼັກໄວຍາກອນເລື່ອງການສົນທິ ອາດເຂົ້າໃຈວ່າເປັນຄຳສົນທິ ແລ້ວແປຄວາມໝາຍໄປແນວອື່ນນັ້ນເອງ.

ຖ້າຢາກໃຫ້ມີຄຳວ່າ “ວັດທະນາ” ແອັດມິນມີວິທີທາງອອກໃຫ້ ຄືຕ້ອງຍະຫວ່າງ “ວັດທະນາ” ກັບ “ຖາວອນ” ຈະໄດ້ “ວັດທະນາ ຖາວອນ”, ພ້ອມດຽວກັນນີ້ “ຖາວອນ” ຍັງຈະໄປຂະຫຍາຍກວ້າງອອກໄປອີກ ຄືຈະຂະຫຍາຍນັບຕັ້ງແຕ່ “ສັນຕິພາບ” ຈົນເຖິງ “ວັດທະນາ” ກໍຖືວ່າ ດີອີກແບບໜຶ່ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ:  ປ່ອງຢ້ຽມພາສາລາວ