ພາສາລາວມາຮຽນຮູ້ການນຳໃຊ້ຄຳ “ລ່ຽມ” ບໍ່ແມ່ນ “ຫຼ່ຽມ”

SA Game

​ເວົ້າ​ລາວ​ກັນ

ອະ​ທິ​ບາຍການນຳໃຊ້​ຄຳ​ “ລ່ຽມ” ບໍ່ແມ່ນ​ “ຫຼ່ຽມ”​ ໃນ​ພາ​ສາ​ລາວ.

ໂອ ຈັ່ງ​ແມ່ນ​ມີ​ເລ່​ລ່ຽມຫລາຍ​ນໍ !!!…. ໃນ​ພາ​ສາ​ລາວ ຫລ່​ຽມ ແລະ ລ່ຽມ ຫລາຍ​ຄົນ​ອາດ​ຈະ​ຍັງ​ຄ້າງ​ຄາ​ໃຈ​ຢູ່​ວ່າ​ຈ​ະ​ໃຊ້ ຫລື ຈະ​ຂຽນ​ແບບ​ໃດ​ແທ້​ຈຶ່ງ​ຈະ​ຖືກ​ຕາມ​ເປົ້າ​ໝາຍ​ເວ​ລາ​ນຳ​ມາ​ໃຊ້​ໃນ​ການ​ສະ​ກົດ​ຄຳໃຫ້​ຖືກ​ກັບ​ຄວາມ​ໝາຍ​ດັ່ງ​ກ່າວ, ອີງຕາມວັດຈະນານຸກົມພາສາລາວ​ ທຸກໆສະບັບ​ ແລະອີງໃສ່ປຶ້ມແບບຮຽນປະຖົມ ກ່ຽວກັບນິຍາມຮູບ​ເລຂາຄະນິດ ຄຳວ່າ​ “ລ່ຽມ” ລ້ວນແຕ່ໃຊ້ “ລ” ​ ມີສຽງ​ຕໍ່າ​ ເປັນຕົວແກນ.

ນິຍາມຂອງ​ຄຳ​ນີ້​ຈະ​ຂ​ໍ​ອະ​ທິ​ບາຍດັ່ງນີ້:

ລ່ຽມ​ ເປັນຄຳນາມ​ ແປວ່າ​ ບ່ອນທີ່ເປັນຄົມ,​ ບ່ອນທີ່ເປັນແຈ,​ ເງື່ອນງຳ,​ ວິທີເລິກແລບ.​ ເປັນຄຳຄຸນນາມແປວ່າ ຄົມ,​ ແຄມ,​ ແຫຼມ.

ປາກົດໃຫ້ເຫັນການນຳໃຊ້ຕາມບໍລິບົດຕ່າງໆເຊັ່ນ ຮູບສາມລ່ຽມ,​ ຮູບສີ່ລ່ຽມ,​ ໜ້າ​ລ່ຽມ,​ ໄມ້​ລ່ຽມ,​ ລ່ຽມ​ເສົາ,​ ລ່ຽມຫີນ….​

SA Game
​ເວົ້າ​ລາວ​ກັນ

ນອກຈາກນີ້ຍັງມີຄຳວ່າ ເລ່ລ່ຽມ,​ ລ່ຽມ​ກົນອຸບາຍ,​ ຄົນຫຼາຍລ່ຽມ,​ ພິກລ່ຽມ…​

ບໍ່ປາກົດມີຄຳວ່າ “ຫຼ່ຽມ” ທີ່ອະທິບາຍແບບນີ້
ແຕ່ເປັນຫຍັງສັງຄົມຈຶ່ງນຳຄຳນີ້ໃຊ້​ຜິດເປັນ “ຫຼ່ຽມ” ດັ່ງທີ່ປາກົດໃຫ້ເຫັນຫຼາຍທີ່ສຸດແມ່ນ “ສາມລ່ຽມຄຳ”​ ເປັນ​ “ສາມຫຼ່ຽມຄຳ”​,​ “ສາມລ່ຽມ​ເສດຖະກິດ​” ເປັນ​ “ສາມຫຼ່ຽມເສດຖະກິດ”​.

ຖ້າໃຫ້ສັນນິຖານກໍບໍ່ເວັ້ນການເສບສື່ໄທດັ່ງທີ່ເຄີຍເວົ້າກັນມາເນື່ອງຈາກພາສາໄທ​ໃຊ້​ “หล” ເປັນຕົວແກນ​ “เหลี่ยม” ມີສຽງສູງ ຄຳທີ່ມັກປາກົດ​ໃຫ້ເຫັນເຊັ່ນ เล่ห์เหลี่ยม, สี่เหลี่ยม, บอดี้การ์ดหน้าเหลี่ยม, สามเหลี่ยมทองคำ, สามเหลี่ยมพัฒนา…. ໂດຍ​ “​เหลี่ยม” ມີຄຳອະທິບາຍໄວ້ດັ່ງດຽວກັບ​ “ລ່ຽມ” ໃນພາສາລາວ.

ນອກຈາກນີ້ໃນພາສາໄທຍັງມີຄຳທີ່ໃຊ້ “ລ” ເປັນຕົວແກນ​ໂດຍອະທິບາຍວ່າ “เลี่ยม” ໝາຍເຖິງ​ ທຳຂອບ, ຂຶ້ນຂອບ,​ ຫຸ້ມ​ ເຊັ່ນ​ ລ່ຽມພະ,​ ລ່ຽມຕະພາດ, ລ່ຽມ​ຖ້ວຍ,​ ລ່ຽມປ້ານ….​

ຖ້າຖາມວ່າເປັນຫຍັງຈຶ່ງໃຊ້ຕົວແກນທີ່ມີສຽງ​ຕໍ່າ-ສູງ​ຕ່າງກັນ​?​

ອັນນີ້ຕ້ອງແມ່ນຂຶ້ນກັບຈັງຫວະການອອກສຽງ ແລະການເນັ້ນສຳນຽງໃຫ້ເຂົ້າກັບພາສາ ແລະຂຶ້ນກັບນັກພາສາສາດທີ່ວິເຄາະອອກມາແລ້ວຂຽນຕາມການອອກສຽງ.​

​ນີ້​ເປັນ​ພຽງ​ຄວາມ​ເຫັນ​ບາງ​ສ່ວນ​ທີ່ຢາກຝາກເຖິງຜູ້ທີ່ນຳໃຊ້ຄຳນີ້ໃຫ້ຄິດເຖິງຄວາມຖືກຕ້ອງໃນພາສາລາວ ຫຼື​ ພາກສ່ວນກ່ຽວຂ້ອງຜູ້ມີອຳນາດຈະຊີ້ຊັດເຈນວ່າຄວນໃຊ້ໃຫ້​ຖືກ​ໃນ​ພາ​ສາ​ລາວ ແລະ ແຍກ​ໃຫ້​ຮູ້​ເລີກ​ເຖິງ​ພາ​ສາ​ລາວແມ່ນ​ໃຊ້​ຕົວ​ໃດ ແລະ ພາສາໄທແມ່ນ​ໃຊ້​ຕົວ​ໃດ​, ເພາະ​ມັນ​ຄອນ​ຂ້າງ​ສັບ​ສົນ​ໃນ​ການ​ໃຊ້​ເນື​ອງ​ຈາກ​ຫລາຍໆ​ຄຳ​ໃນ​ພາ​ສາ​ລາວ​ ແລະ ໄທ ຄ້າຍ​ຄື​ກັນ ບາງ​ຄຳ​ກໍ່​ນຳ​ມາ​ໃຊ້​ປົນ​ກັນ​ຈົນ​ອາດ​ຈະ​ເຮັດ​ໃຫ້​ເຮົາ​ງົງ​ກັນ​ໄປ.

ສະ​ຫລຸບ.

ໃນ​ພ​າ​ສາ​ລາວ ຖ້າ​ຈະ​ໃຫ້​ຖືກ​ຕ້ອງ​ໃນ​ການ​ສະ​ກົດ​ຄຳ​ນີ້ ເຮົາ​ຈະ​ນຳ​ໃຊ້ຄຳ​ວ່າ ລ່ຽມ”​ ​ເຊິງເປັນຄຳນາມ​ ແປວ່າ​ ບ່ອນທີ່ເປັນຄົມ,​ ບ່ອນທີ່ເປັນແຈ,​ ເງື່ອນງຳ,​ ວິທີເລິກແລບ.​ ແລະ ເປັນຄຳຄຸນນາມແປວ່າ ຄົມ,​ ແຄມ,​ ແຫຼມ, ສ່ວນ ຫຼ່ຽມ” ຍັງ​ບໍ່​ປະ​ກົດ​ເຫັນ​ໃນ​ຕຳ​ລາ​ພາ​ສາ​ລາວ ອາດເປັນ​ການ​ນຳ​ໃຊ້​ທີ່​ຜິດ​ຜ້ຽນ​ໄປ​ຈາ​ກ​ການ​ອອກ​ສຽງ​ຂອງ​ແຕ່​ລະ​ຂົງ​ເຂດ ຫລື ແຕ່​ລະ​ພາກ​ຂອງ​ລາວ​ເຮົາ​ເອງ.

ອ້າງອີງ: ວັດຈະນານຸກົມສະບັບສະຖາບັນຯ2012:838 ແລະ849

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ປ່ອງຢ້ຽມພາສາລາວ.