ການນຳໃຊ້ ໂຕ ແລະ ຕົວ ຄືກັນ ແລະ ຕ່າງກັນແນວໃດ?

SA Game

DooDiDo

ຄໍາວ່າ ໂຕ ແລະ ຕົວ ນຳ​ໃຊ້​ຈັງ​ໃດ​ໃຫ້​ຖືກ​ຕ້ອງໃນ​ພາ​ສາ​ລາວ​?

​ຫລາຍໆ​ຄົນ​ມີ​ການ​ໃຊ້​ຄຳ​ໂຕ ແລະ ຕົວ ເປັນ​ຕົ້ນ​ແມ່ນ​ການ​ນັບ​ຈ່ຳ​ນວນ​ສ່ວນ​ຫລາຍ​ຈະ​ເປັນ​ບັນ​ດາ​ສັດ​ສາ​ວາ​ສິ່ງ​ຕ່າງໆ ຫລື ການ​ໃຊ້​ແທນ​ຄຳ​ນາມ​ທີ່​ເປັນ​ຊື່​ຂອ​ຕົວ​ເອງ ແລະ ບຸກ​ຄົນ​ທີ່​ສອງ ແລະ ເຊືອ​ແນ​ວ່າ​ການ​ສະ​ກົດ​ຄຳ​ສອງ​ຄຳ​ນີ້ ຍັງ​ຄົງ​ເປັນ​ຂໍ້​ສົງ​ໄສ​ກັນ​ຢູ່​ວ່າ​ຄວນ​ໃຊ້​ຄຳ​ໃດ​ແທ້​​ໃນພາ​ສາ​ລາວ​ ​ຈິ່ງ​ຈະ​ເໝາະ​ສົມ ແລະ ຈະ​ສະ​ກົດ​ຄຳ​ແບບ​ໃດ​ໃຫ້​ຖືກ​ຕ້ອງ​ຕາມ​ຫລັກ​ໄວ​ຍາ​ກອນ​ຂອງ​ພາ​ສາ​ລາວ​ນັ້ນ​ເຮົາ​ຈະ​ມາ​ຮູ້​ຈັກ ແລະ ເວົ້າ​ລ​າຍ​ລະ​ອຽດ​ພ້ອມ​ຍົກ​ຕົວ​ຢ່າງ​ໃຫ້​ເຫັນ​ໄປ​ນຳ​ກັນ​ເລີຍ.

ໃນພາສາລາວຄຳ​ວ່າ​ໂຕ ແລະ ຕົວ ມີ​ຄວາມ​ໝາຍ​ຄ້າຍ​ຄື​ກັນ ແລະ ບາງ​ຄວາມ​ໝາຍ​ສາ​ມາດ​ໃຊ້​ແທນ​ກັນ​ໄດ້ເຊິງ​ອິງ​ໃສ່​ບາງສ່ວນຈາກວັດຈະນານຸກົມພາສາລາວສະບັບ ມະຫາສິລາ ວີລະວົງ ແລະ ສະບັບ ດຣ.ທອງຄຳອ່ອນ ມະນີສອນ ມາ​ເປັນ​ບ່ອນ​ອິງ​ໃສ່​ເພື່ອອະທິບາຍ ແລະ ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄໍາສັນ​ນີ້ ໃຫ້​ລະ​ອຽດ​ກວ່າ​ເກົ່າ.

SA Game
DooDiDo

 ຄຳ​ວ່າ​ໂຕ

ມີ 3 ປະເພດຄຳຄື:

  1. ເປັນຄຳນາມ ແປວ່າ ຕົນ,​ ຕົວ,​ ຮູບຮ່າງຂອງຄົນ ແລະ ສັດ.
  2. ເປັນຄຸນນາມ ແປວ່າ ໃຫຍ່,​ ໃຫຍ່ໂຕ.
  3. ຄຳແທນນາມ ໃຊ້ຊື່ຜູ້ທີ່ເຮົາເວົ້ານຳທີ່ຮຸ່ນຮາວດຽວກັນ

ຕົວ​ຢ່າງ.

  • ປ້າ​ຂ້ອຍ​ລ້ຽງ​ງົວ​ໄວ້​ຫລາຍ​ໂຕ ປະ​ມານ 20 ກວ່າ​ໂຕ.
  • ບ້ານ​ຂ້ອຍ​ມີ​ງານ​ລ້ຽງ​ມື້​ນີ້​ຂ້າ​ໝູ 2 ໂຕ
  • ເຮືອນ​ໂຕ​ຫລັງ​ໃດ​ເຮົາ​ຊອກ​ຫາ​ບໍ່​ເຫັນ

ຄຳ​ວ່າ ຕົວ.

ຕົວ ເປັນຄຳນາມ ແປວ່າ ຮູບ,​ ຕົນ, ຕົວ​ຕົນ.

ຕົວ­ຢ່າງ:

  • ທ​​ຸກ​ຄົນ​ຕ້ອງ​ຮັບ​ພິ​ຊອບ​ຕົວ​ເອງ
  • ເສດ​ຖະ​ກິດ​ບ້ານ​ເຮົາ​ປີ​ນີ້​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຫລາຍ
  • ຕົວ​ຢູ່​ນີ້​ໃຈ​ຢູ່​ພຸ້ນ

ສະຫຼຸບ.

ໃນພາສາລາວຄຳ​ວ່າ​ໂຕ ແລະ ຕົວ ມີ​ຄວາມ​ໝາຍ​ຄ້າຍ​ຄື​ກັນ ແລະ ບາງ​ຄວາມ​ໝາຍ​ສາ​ມາດ​ໃຊ້​ແທນ​ກັນ ແຕ່​ຄຳ​ວ່າ​ໂຕ ສາ​ມາດ​ໃຊ້​ແທນ​ຕົວ​ໄດ້​ທ​ຸກ​ຄຳ​ສັບ​ສ່ວນ ຕົວ​ໃຊ້​ແທນ​ໂຕ​ໄດ້​ບາງ​ຄຳ​ສັບ​ແຕ່​ບໍ່​ສາດ​ມາດ​ໃຊ້​ແທນ​ທ​ຸກ​ຄຳ​ສັບ​ໄດ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo