ປະທານປະເທດຂື້ນ​ໄປຢ້ຽມຢາມ ແລະ ເຮັດວຽກທີ່ແຂວງຫຼວງນ້ຳທາ

SA Game

Lao National Radio

ທ່ານ ທອງລຸນ ສີສຸລິດ, ເລຂາ ທິການໃຫຍ່ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມແຂວງຫຼວງນ້ຳທາ

ທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງຫຼວງນຳ້ທາ ພ້ອມຄະນະຕ້ອນ​ຮັບ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ສປປ ລາວ ພ້ອມພັນລະຍາ ແລະ ຄະນະ ໄດ້ເດີນທາງ ໄປເຮັດວຽກຢູ່ແຂວງຫລວງນໍ້າທາ ໃນວັນທີ 7 ກຸມພາ 2022,  ການໄປເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫລວງນໍ້າທາຂອງທ່ານເລຂາທິການໃຫຍ່ ປະທານປະເທດ ຄັ້ງນີ້ ໄດ້ອອກເດີນທາງດ້ວຍຂະບວນລົດໄຟ ລາວ-ຈີນ ຈາກສະຖານີ ນະຄອນຫຼວງ ວຽງຈັນ ຫາສະຖານີປາຍທາງບໍ່ເຕັນ.

ໂອກາດດັ່ງກ່າວ ຍັງໄດ້ຢ້ຽມຊົມການພັດທະນາເຂດເສດຖະກິດພິເສດບໍ່ເຕັນແດນງາມ ແລະ ຮັບຟັງການລາຍງານ ສະພາບຈຸດພິເສດ ຂອງດ່ານບໍ່ເຕັນ; ການຈັດຕັ້ງປະຕິບັດວຽກງານ ຢູ່ດ່ານສາກົນ ບໍ່ເຕັນ. ຈາກນັ້ນ ທາງຄະນະຍັງໄດ້ໄປຢ້ຽມຢາມການຜະລິດກະສິກຳປູກພືດເປັນສິນຄ້າຂອງບໍລິສັດ ເຖິງເຝີຍ ການຄ້າ ແລະ ສົ່ງເສີມກະສິກຳ ປູກຫມາກຖົ່ວເຫຼືອງເປັນສິນຄ້າ ໃນເນື້ອທີ່ 150 ເຮັກຕາ ຊຶ່ງສາມາດສ້າງວຽກເຮັດງານທໍາ ໃຫ້ປະຊາຊົນໃນ 5 ບ້ານ, 186 ຄອບຄົວ

ບໍລິສັດຍັງໄດ້ເຊົ່າດິນປະຊາຊົນ ທໍາການຜະລິດເຮັກຕາ ລະ 5,000,000 ກີບຕໍ່ປີ ອີກຈຳນວນໜຶ່ງ. ປະຈຸບັນບໍລິສັດ ປູກຖົ່ວເຫຼືອງໄດ້ແລ້ວ 70%, ຄາດໝາຍວ່າຈະໃຫ້ສຳເລັດໃນເດືອນ ກຸມພານີ້.

SA Game
Lao National Radio
ໃນວັນທີ 7 ກຸມພາ 2022, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະຄະນະ ໄດ້ອອກເດີນທາງດ້ວຍຂະບວນລົດໄຟ ລາວ-ຈີນ ຈາກສະຖານີ ນະຄອນຫຼວງ ວຽງຈັນ ຫາສະ ຖານີປາຍທາງບໍ່ເຕນ; ລົດໄຟ ລາວ-ຈີນ ຖືກອອກແບບ ໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວ ໂມງ, ສະເພາະໄລຍະເວລາ ການກວດກາເຕັກນິກເຄື່ອນທີ່ນັ້ນ, ລົດໄຟຈະເລີ່ມທົດລອງແລ່ນໃນຄວາມໄວ 80 ກິໂລ ແມັດຕໍ່ຊົ່ວ ໂມງ ແລະ ຄ່ອຍຍົກລະດັບຄວາມໄວຂຶ້ນຕາມການອອກແບບ ຈົນຮອດຄວາມໄວ ສູງສຸດ 176 ກິໂລແມັດຕໍ່ຊົ່ວໂມງ.

ສະເພາະ ລົດໄຟຂະບວນລ້ານຊ້າງ, ມີທັງໝົດ 9 ຕູ້, ເຊິ່ງລວມມີ:

ຕູ້ລົດ ໄຟທີ່ຂັບເຄືື່ອນໄດ້ເອງ 1 ຕູ້, ຕູ້ລົດໂດຍສານຊັ້ນ 1 ແລະ ຕູ້ຫ້ອງອາຫານ 1 ຕູ້, ຕູ້ລົດໂດຍສານຊັ້ນສອງ 6 ຕູ້ ເຊິ່ງບັນຈຸໄດ້ 720 ຄົນ ແລະ ສາມາດ ເຊື່ອມຕໍ່ ສອງຂະ ບວນລົດໄຟໄດ້ ໃນເວລາທີ່ຕ້ອງ ການ; ພາຍໃນຕູ້ໂດຍສານ ມີຕັ້ງນັ່ງ 30 ແຖວໆລະ 05 ບ່ອນນັ່ງ, ມີຫ້ອງນໍ້າປົກກະຕິ ແລະ ຫ້ອງນໍ້າສຳລັບຄົນພິການ ແລະ ສີ່ງອຳ ນວຍຄວາມສະ ດວກຕ່າງໆ ພ້ອມທັງຕົວໜັງສືຊີ້ບອກເປັນພາສາລາວ-ອັງກິດ ແລະ ພາສາຈີນ;

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີສະຖານີລົດໄຟທັງ ໝົດ 33 ສະຖານີ. ໃນນີ້, ມີສະຖານີໂດຍສານ ແລະ ສິນຄ້າລວມຢູ່ນຳກັນ 11 ຈຸດ, ມີຈຸດສະຫລັບລາງ ແລະ ຈຸດຫລີກ ທັງໝົດ 284 ແຫ່ງ. ເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ມີຄວາມຍາວ ປະມານ 422,4 ກິໂລແມັດ ໃຊ້ເວລາເດີນທາງ ປະມານ 3-4 ຊົ່ວໂມງ ຈື່ງເຖີງສະຖານີບໍ່ເຕນ;

ທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງຫຼວງນ້ຳທາ ພ້ອມຄະນະ ໄດ້ໃຫ້ການຕ້ອນຮັບ, ໂອກາດດັ່ງກ່າວ ໄດ້ຢ້ຽມຊົມການພັດທະນາເຂດເສດຖະກິດພິເສດບໍ່ເຕນແດນງາມ ແລະ ຮັບຟັງການລາຍງານ ສະພາບຈຸດພິເສດ ຂອງດ່ານບໍ່ເຕນ ແລະ ການຈັດຕັ້ງປະຕິບັດວຽກງານ ຢູ່ດ່ານສາກົນ ບໍ່ເຕນ.

SA Game
Lao National Radio
ຈາກນັ້ນ ທາງຄະນະໄດ້ໄປຢ້ຳຽມຢາມເບີ່ງການການຜລິດກະສິກຳປູກພືດເປັນສິນຄ້າຂອງບໍລິສັດ ເຖິງເຝີຍ ການຄ້າ ແລະ ສົ່ງເສີມກະສິກຳ ທີ່ໄດ້ມີການມາລົງທຶນ ເຂົ້າໃສ່ການປູກຫມາກຖົ່ວເຫຼືອງເປັນສິນຄ້າ ໃນເນື້ອທີ່ 150 ເຮັກຕາ
ເຊີ່ງສາມາດສ້າງວຽກເຮັດງານທໍາ ໃຫ້ປະຊາຊົນໃນ 5 ບ້ານ, 186 ຄອບຄົວ ແລະ ໃນນີ້ບໍລິສັດຍັງໄດ້ເຊົ່າດິນປະຊາຊົນ ທໍາການຜະລິດ ນື່ງເຮັກຕາ 5.000.000 ກີບ, ມາຮອດປະ ຈຸບັນບໍລິສັດ ສາມາດປູກຫມາກຖົ່ວເຫຼືອງໄດ້ແລ້ວ 70% ຄາດວ່າຈະໃຫ້ສຳເລັດໃນເດືອນ ກຸມພາ ນີ້.

ໃນເວລາຕໍ່ມາ, ຄະນະໄດ້ໄປຢ້ຽມຢາມເບີ່ງການລ້ຽງສັດ ຂອງຄອບຄົວ ເຊີລິວົງ ທີ່ໄດ້ລ້ຽງຫມູ, ສ້າງເຕົາຂ້າສັດຍ່ອຍ ແລະ ລ້ຽງປາ ເປັນອາຊີບ ປະຈຸບັນ ຄອບຄົວດັ່ງກ່າວ ໄດ້ລ້ຽງປາ 28 ຫນອງ ໃນເນື້ອທີ່ 5.6 ເຮັກຕາ, ເຊີ່ງໃນແຕ່ລະປີໄດ້ມີການປ່ອຍປານ້ອຍຈຳນວນ 500.000 ໂຕ/ປີ ແລະ ສະໜອງປາຂາຍສູ່ທ້ອງຕະຫຼາດໄດ້ເຖິງ 120 ໂຕນ/ປີ ເຮັດໃຫ້ມີຄວາມສາມາດຮັບໃຊ້ການບໍລິ ໂພກພາຍໃນເທດສະບານເມືອງ ແລະ ແຂວງໄດ້ຢ່າງພຽງພໍ ແລະ ຈຳນວນນື່ງຍັງສະຫນອງໃຫ້ຕ່າງຕື່ມອີກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Lao National Radio