ຝຶກອົບຮົມສ້າງ ຄວາມເຂັັ້ມແຂງໃຫ້ສະມາຊິກສະພາແຫ່ງຊາດ

ຂປລ.

ອົງການອຸຍນີເຊບ ແລະ ສະພາແຫ່ງຊາດ ຈັດຝຶກອົບຮົມກວດກາງົບປະມານ ເພື່ອພັດທະນາເດັກ-ແມ່ຍິງ

ເພື່ອຮັບປະກັນການວາງງົບປະມານ ແລະ ການລົງທຶນ ຕອບສະໜອງຕໍ່ຄວາມຕ້ອງການຂອງເດັກ ແລະ ແມ່ຍິງ ໃນ ສປປ ລາວ, ທັງການແລກປ່ຽນຂໍ້ມູນຂ່າວສານ, ປະສົບການ ເເລະ ຄວາມຄິດເຫັນກ່ຽວກັບສິ່ງທ້າທາຍທີ່ເດັກ ແລະ ແມ່ຍິງລາວ ພວມຜະເຊີນ, ລວມທັງບັນດາບົດຮຽນໃນການແກ້ໄຂບັນຫາ

ອົງການອຸຍນີເຊບ ແລະ ສະພາແຫ່ງຊາດ ຈັດຝຶກອົບຮົມສ້າງ ຄວາມເຂັັ້ມແຂງໃຫ້ສະມາຊິກສະພາແຫ່ງຊາດ(ສສຊ) ທີ່ເປັນກຳມະການຂອງກຳມາທິການວັດທະນະ ທຳ-ສັງຄົມ ປະຈຳ 18 ເຂດເລືອກຕັ້ງ ກ່ຽວກັບການຕິດຕາມງົບປະມານ ເພື່ອພັດທະນາເດັກ ແລະ ແມ່ ຍິງ.

ທ່ານນາງ ທຸມມາລີ ວົງພະຈັນ ປະທານກຳມາທິການວັດທະນະທຳ-ສັງຄົມ, ປະທານຄະນະສະ ມາຊິກສະພາແຫ່ງຊາດເພດຍິງ ສະພາແຫ່ງຊາດ ໄດ້ກ່າວວ່າ:

ການຝຶກອົບຮົມຄັ້ງນີ້, ແມ່ນກິດຈະກຳຄັ້ງທຳອິດລະຫວ່າງ ອົງການອຸຍນີເຊບ ແລະ ສະພາແຫ່ງຊາດໃນປີ 2023, ເປັນກິດຈະກຳອັນສຳຄັນທີ່ຈະຊ່ວຍຍົກລະດັບຄວາມຮູ້, ຄວາມເຂົ້າໃຈ ແລະ ແລກປ່ຽນບົດຮຽນ, ປະສົບການດ້ານທິດສະດີ ແລະ ພຶດຕິກຳກ່ຽວກັບສະພາບລວມ, ນະໂຍບາຍ, ກົດໝາຍ ແລະ ງົບປະມານ ຕໍ່ກັບການພັດທະນາ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ໃນ ສປປ ລາວ.

SA Game
ຂປລ.

ໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໄດ້ມີຜົນສຳເລັດຫລາຍດ້ານທີ່ເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການສືບຕໍ່ພັດທະນາ. ຄຽງຄູ່ກັນນັ້ນ ຍັງມີສິ່ງທ້າທາຍຫລາຍດ້ານ ໂດຍສະເພາະຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ, ຄວາມຈຳກັດດ້ານງົບປະມານ, ສິ່ງເອື້້ອອຳນວຍຄວາມສະດວກ ແລະ ພື້ນຖານໂຄງລ່າງທີ່ມີຄວາມຫຍຸ້ງຍາກໄດ້ສົງຜົນກະທົບຕໍ່ການຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍ ກໍຄື ບັນດາຄາດໝາຍການພັດ ທະນາເສດຖະກິດ-ສັງຄົມ ແຫ່ງຊາດ

ໂດຍສະເພາະ ແມ່ນ 43 ຄາດໝາຍໃນຂົງເຂດວັດທະນະທຳ-ສັງຄົມ ທີ່ໄດ້ພິຈາລະນາຮັບຮອງເອົາຢູ່ໃນ ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX.

ເນື້ອໃນຕົ້ນຕໍ່ຂອງການຝຶກອົບຮົມຄັ້ງນີ້ປະກອບມີ: ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະ ພາແຫ່ງຊາດ ໃນການເຄື່ອນໄຫວກ່ຽວກັບວຽກງານແມ່ ແລະ ເດັກ; ສະພາບການຂອງເດັກໃນ ສປປ ລາວ; ບົດຮຽນໃນການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ສົນ ທິສັນຍາສາກົນທີ່ກ່ຽວຂ້ອງກັບແມ່ຍິງ ແລະ ເດັກ; ຄວາມຄືບໜ້າໃນການປະຕິບັດເປົ້າໝາຍ ການພັດທະ ນາແບບຍືນຍົງ ທີ່ຕິດພັນກັບວຽກງານແມ່ ແລະ ເດັກ; ການຕິດຕາມກວດການງົບປະມານທີ່ກ່ຽວຂ້ອງກັບຂະແໜງການພັດທະນາ ທີ່ກ່ຽວກັບເດັກໃນຂົງເຂດອາຊຽນ; ສະພາບ ແລະ ສິ່ງທ້າຍທາຍວຽກງານໂພຊະນາການ ແລະ ການສົ່ງເສີມການລ້ຽງລູກດ້ວຍນົມແມ່; ສະພາບງົບປະມານໃນຂະແໜງການໂພ ຊະນາການ; ການຮັກສາສຸຂະພາບແມ່ ແລະ ເດັກ, ການສັກຢາກັນພະຍາດ ລົງເລິກສະພາບ, ສິ່ງທ້າທ້າຍ ແລະ ດ້ານງົບປະມານ; ການສຶກສາຂັ້ນພື້ນຖານ ແລະ ສິ່ງທ້າທາຍ; ການລົງທຶນງົບປະມານຂອງຂະແໜງການສຶກສາ ແລະ ຜົນສະທ້ອນ; ສິ່ງກີດຂວາງທີ່ເຮັດໃຫ້ເດັກບໍ່ສາມາດພັດທະນາໄດ້ເຕັມສ່ວນໃນຮຸ່ນຄົນປີ 2030 ການວິໄຈຄວາມຂາດເຂີນຂອງເດັກທີ່ທັບຊ້ອນໃນຫລາຍດ້ານຢູ່ໃນ ສປປ ລາວ; ການປະເມີນນະໂຍບາຍ ແລະ ກົດໝາຍ.

ທ່ານ ດຣ. ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າ ອົງການອຸຍນີເຊບ ປະຈຳ ສປປ ລາວ ໄດ້ກ່າວ:

ການຄົ້ນຄວ້າລະດັບໂລກ ໄດ້ສະແດງໃຫ້ເຫັນຢ່າງຊັດເຈນວ່າ ການໃຊ້ຈ່າຍ ແລະ ລົງທຶນທີ່ບໍ່ພຽງພໍ, ບໍ່ເທົ່າທຽມ ແລະ ບໍ່ມີປະສິດທິຜົນ ເປັນອຸປະສັກອັນໃຫຍ່ທີ່ກີດກັນເດັກ ເຮັດໃຫ້ພວກເຂົາບໍ່ສາມາດບັນ ລຸສິດທິຂອງພວກເຂົາໄດ້. ອົງການ ອຸຍນີເຊບ ຢືນຢັນທີ່ຈະສືບຕໍ່ຮ່ວມມືກັບ ສະພາແຫ່ງຊາດ ເພື່ອສະໜັບສະໜູນການສ້າງຫລັກຖານຂໍ້ມູນ ເພື່ອເປັນພື້ນຖານໃນການສົ່ງເສີມການລົງທຶນ ໃຫ້ແກ່ບັນດາຂະ ແໜງສັງຄົມທີ່ກ່ຽວຂ້ອງກັບເດັກນ້ອຍ.

SA Game
ຂປລ.

ໂອກາດດຽວກັນ, ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ ສສຊ ທີ່ເປັນກໍາມະການຂອງກໍາມາທິການວັດທະນະທຳ-ສັງຄົມ ສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຕົນ ດ້ວຍການເອົາໃຈໃສ່ຈັດຕັ້ງປະຕິບັດ 3 ພາລະບົດບາດຂອງສະພາແຫ່ງຊາດ ໂດຍສະພາະ ດ້ານນິຕິບັນຍັດ, ຕົກລົງບັນຫາສຳຄັນພື້ນຖານຂອງຊາດ ແລະ ຕິດຕາມກວດກາ ເປັນຕົ້ນ ໃນການຄົ້ນຄວ້າ, ກຳແໜ້ນນະໂຍບາຍ, ແຜນຍຸດທະສາດ, ແຜນພັດທະນາ, ກົດໝາຍ ແລະ ນິຕິກຳ ທີ່ຕິດພັນກັບງົບປະມານການພັດທະນາວຽກງານແມ່ຍິງ ແລະ ເດັກ ໃຫ້ເລິກເຊິ່ງກວ່າເກົ່າ ເພື່ອເປັນເຄື່ອງມື ແລະ ເປັນບ່ອນອີງໃຫ້ແກ່ການເຂົ້າຮ່ວມຄົ້ນຄວ້າ ແລະ ພິຈາລະນາສ້າງ ແລະ ປຸງກົດໝາຍ, ບັນດານິຕິກຳທີ່ກ່ຽວຂ້ອງ ຢູ່ເຂດເລືອກຕັ້ງຂອງຕົນໃນແຕ່ລະໄລຍະ; ເອົາໃຈໃສ່ເກັບກໍາຂໍ້ມູນບັນດາເນື້ອໃນຂອງກອງປະຊຸມຄັ້ງນີ້ ໝູນໃຊ້ ແລະ ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງ ໂດຍສະເພາະເວລາເຂົ້າຮ່ວມສ້າງແຜນແຕ່ຫົວທີ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກໍານົດໃນກົດໝາຍ; ເອົາໃຈໃສ່ຕິດຕາມ ແລະ ຊຸກຍູ້ຂະແໜງການກ່ຽວຂ້ອງ ໃນການຈັດ ຕັ້ງປະຕິບັດແຜນຍຸດທະສາດ, ແຜນພັດທະນາ, ໂຄງການ, ແຜນງານຕ່າງໆທີ່ກ່ຽວຂ້ອງກັບການພັດທະນາເດັກ ແລະ ແມ່ຍິງຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ມີຜົນສຳເລັດແຕ່ລະໄລ ຍະ; ເພີ່ມທະວີການພົວພັນ, ປະສານສົມທົບພາຍໃນ ແລະ ພາຍນອກ, ລະຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອເປັນທ່າແຮງຕໍ່ການຊຸກຍູ້ ແລະ ຕິດຕາມການປະຕິບັດວຽກງານການພັດທະນາແມ່ຍິງ ແລະ ເດັກໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ຊຸກຍູ້ ແລະ ເຂົ້າຮ່ວມເຜີຍແຜ່ວຽກງານ ການພັດທະນາແມ່ຍິງ ແລະ ເດັກ, ປະເມີນຜົນໄດ້ຮັບຈາກປະຕິບັດ ເປົ້າໝາຍສະຫັດສະວັດ ເປົ້າໝາຍການພັດທະນາແບບຍືນຍົງ ແລະ ບັນດາຄາດໝາຍທີ່ຕິດພັນກັບການພັດທະນາວຽກງານດັ່ງກ່າວ ໃຫ້ເລິກເຊິ່ງກວ່າເກົົ່າ ແນໃສ່ພັດທະນາເດັກ ແລະ ແມ່ຍິງໃຫ້ມີຄຸນນະພາບດີຂຶ້ນ; ຜ່ານການຈັດຕັ້ງປະຕິບັດຕົວຈິງ ຄວນມີການສະຫລຸບ, ຖອດຖອນບົດຮຽນ, ລາຍງານ ແລະ ຂໍທິດຊີ້ນຳຈາກຂັ້ນເທິງເປັນປົກກະຕິ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ