ກອງປະຊຸມສາມັນ ຄັ້ງທີ 3 ສະໄໝທີ XIV ຂ​ອງ​ສະ​ຫະ​ພັນ​ແມ່​ຍິງ ສ​ນ​ຊ

SA Game

ຂປລ.

ສະຫະພັນແມ່ຍິງ ສນຊ ​ຈັດກອງປະຊຸມສາມັນ ທິດທາງແຜນການເຄິ່ງສະໄໝໃນຕໍ່ໜ້າ

ໃນວັນທີ 15 ມີນາ 2023 ໄດ້​ມີ​ການ​ຈັດກອງປະຊຸມສາມັນ ຄັ້ງທີ 3 ສະໄໝທີ XIV ຂອງສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ(ສນຊ), ໂດຍການເປັນປະທານຂອງທ່ານ ນາງ ແພງພັນ ບຸບຜາພອນ ປະທານສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ, ມີ ທ່ານ ຄໍາໄຫລ ສີປະເສີດ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີພາກສ່ວນກ່ຽວຂ້ອງ ແລະ ສະມາຊິກແມ່ຍິງ ຂອງສູນກາງແນວລາວສ້າງຊາດ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານ ຜົນງານໃນການເຄື່ອນໄຫວວຽກງານຮອບດ້ານ ຂອງສະ ຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ ໃນໄລຍະເຄິ່ງສະໄໝຜ່ານມາ ແລະ ທິດທາງແຜນການເຄິ່ງສະໄໝໃນຕໍ່ໜ້າ ໂດຍສະຫະພັນແມ່ຍິງ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນບັນຫາສໍາຄັນ, ໄດ້ນໍາພາ ແລະ ຊຸກຍູ້ ໃຫ້ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມເຊື່ອມຊຶມເອກະສານສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງຄະນະພັກ

SA Game
ຂປລ.

ເຮັດໃຫ້ສະມາຊິກແມ່ຍິງ ສາມາດຮັບຮູ້ເຂົ້າໃຈ; ເອົາໃຈ ໃສ່ປຸກລະດົມ, ຊຸກຍູ້ໃຫ້ສະມາຊິກຜູ້ທີ່ມີເງື່ອນໄຂສ້າງລາຍຮັບ ໂດຍສະເພາະແມ່ນການປູກຝັງ, ລ້ຽງ ສັດ, ຕໍ່າຫູກ, ຄ້າຂາຍຍ່ອຍ, ເຮັດອາຫານ ແລະ ດໍາເນີນທຸລະກິດທີ່ຖືກຕ້ອງຕາມກົດໝາຍ ເພື່ອແກ້ໄຂເສດຖະກິດຄອບຄົວ ໃຫ້ໄດ້ຮັບການພັດທະນາດີຂຶ້ນ; ເອົາໃຈໃສ່ຕໍ່ວຽກງານການຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນ 3 ດີ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜັ້ນ ແລະ ຂະບວນການແຂ່ງຂັນອົງການຈັດຕັ້ງມະຫານຊົນອື່ນໆ. ພ້ອມກັນນັ້ນ ຍັງໄດ້ຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ.

ໂອກາດນີ້, ທ່ານ ຄຳໄຫລ ສີປະເສີດ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງສະຫະພັນແມ່ຍິງ ທີ່ສາມາດຍາດໄດ້ໃນໄລຍະຜ່ານມາ ແລະ ທ່ານ ໄດ້ເນັ້ນໃຫ້ສະມາຊິກແມ່ຍິງ ສນຊ ຈົ່ງເອົາໃຈໃສ່ຝຶກຝົນຕົນເອງຢູ່ສະເໝີ ໃນການສຶກສາຮຽນຮູ້, ຄຸນສົມບັດທີ່ເປັນມູນເຊື້ອອັນງົດງາມຂອງແມ່ຍິງລາວ ແລະ ສະແຫວງຫາສິ່ງໃໝ່ໆ

ໃຫ້ພັດທະນາອົງການຈັດຕັ້ງຂອງຕົນ ໃຫ້ໜັກແໜ້ນເຂັ້ມແຂງ; ຕັ້ງໜ້າປະກອບ ສ່ວນເຂົ້າໃນ 2 ວາລະແຫ່ງຊາດ ເຊິ່ງຖືວ່າແມ່ນໜ້າທີ່ຂອງພວກເຮົາແຕ່ລະຄົນ; ສົມທົບແໜ້ນກັບອົງການຈັດຕັ້ງກໍາມະບານ ແລະ ຊາວໜຸ່ມ ສູນກາງແນວລາວສ້າງຊາດ ໃນການສ້າງຂະບວນການ ແລະ ຈັດກິດຈະກໍາຕ່າງໆ; ຮ່ວມກັນສ້າງການຫັນປ່ຽນແກ້ໄຂຄວາມຫຍຸ້ງຍາກ, ສ້າງລາຍຮັບທີ່ຖືກຕ້ອງຕາມລະບຽບກົດໝາຍ ເພື່ອສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ

SA Game
ຂປລ.

ໂດຍການຂຸດຄົ້ນທ່າແຮງຂອງແຕ່ລະຄອບຄົວ; ສະມາຊິກສະຫະພັນແມ່ຍິງ ຕ້ອງສະແດງອອກໃຫ້ເຫັນຄຸນລັກສະນະລວມຂອງຊາດ ແລະ ແມ່ຍິງລາວໃນການສະແດງອອກດ້ານພຶດຕິກໍາ, ມາລະຍາດ, ຄຸນສົມບັດ, ສ້າງຄວາມສາມັກຄີປອງດອງໃຫ້ເປັນປຶກແຜ່ນແໜ້ນໜາ ຂອງເອື້ອຍນ້ອງແມ່ຍິງ ແລະ ໃຫ້ມີຄວາມຊ່ວຍເຫລືອເຊິ່ງກັນ ແລະ ກັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ