ທູດໄທ ປະຈຳ ລາວຢ້ຽມຢາມ ແລະ ປຶກສາຫາລືອົງການກາແດງລາວ

SA Game

ຂປລ.

ອົງການກາແດງ ຕ້ອນຮັບທູດໄທ ປະຈຳ ລາວ​ ຫາ​ລືການພັດທະນາວຽກງານກາແດງ

ທ່ານ ພູທອນ ເມືອງປາກ ປະທານອົງການກາແດງ ແຫ່ງຊາດລາວ ໄດ້ຕ້ອນຮັບທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວໃນວັນທີ 13 ມີນາ 2023, ທີ່ນະຄອນຫລວງວຽງຈັນ, ເປັນການເຂົ້າພົບປະຢ້ຽມຢາມ ແລະ ປຶກສາຫາລື ໃນການພັດທະນາວຽກງານກາແດງ.

ໃນໂອກາດນີ້, ທ່ານ ພູທອນ ເມືອງປາກ ໄດ້ສະແດງຄວາມຍິນດີຕ້ອນຮັບ ຕໍ່ການຢ້ຽມຢາມໃນຄັ້ງນີ້ ແລະ ຕີ ລາຄາສູງ ຕໍ່ສາຍພົວພັນສອງຊາດທີມີມາແຕ່ຍາວນານ, ໃນໄລຍະຜ່ານມາ ທາງຣາຊະອານາຈັກໄທ ກໍຄືສະພາກາຊາດໄທ ກໍໄດ້ໃຫ້ການຊ່ວຍເຫລືອ ອົງການກາແດງແຫ່ງຊາດລາວ ໃນຫລາຍດ້ານເຊັ່ນ:

ການຊ່ວຍເຫລືອບັນເທົາທຸກໃຫ້ຜູ້ປະສົບໄພພິບັດ, ການແລກປຽນວີຊາການ, ການຢ້ຽມ ຢາມການນຳກາແດງ ແລະ ການຊ່ວຍເຫລືອດ້ານອື່ນໆ. ການຢ້ຽມຢາມຄັ້ງນີ້ ເປັນການເພີ້ມທະວີຮັດແຫນ້ນສາຍພົວພັນທັງສອງຊາດທີ່ມີມາແລ້ວນັ້ນໃຫ້ດີຍີ່ງໆຂື້ນ.

SA Game
ຂປລ.

ໃນໂອກາດດຽວກັນ, ທ່ານ ນາງ ມໍລະກົດ ສີສະຫວັດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານປະທານອົງການກາແດງ ແຫ່ງຊາດລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານປະທານ ທີ່ໄດ້ຊອກຫາທຶນຮອນງົບປະມານ ມາຊ່ວຍເຫລືອປະຊາຊົນລາວ ໂດຍສະເພາະຜູ້ທຸກຍາກຂາດເຂີນ.

ໃນໄລຍະຜ່ານມາ ທາງສະພາກາຊາດໄທ ກໍໄດ້ໃຫ້ການຊ່ວຍເຫລືອ ອົງການກາແດງແຫ່ງຊາດລາວ ໃນວຽກງານຕ່າງໆ, ສຳລັບວຽກງານການບໍລິຈາກເລືອດ ເຫັນວ່າມີຄວາມສຳຄັນທີ່ສຸດ ສັງເກດເຫັນວ່າເລືອດບໍ່ພຽງພໍ ເຊຶ່ງທາງພວກຂ້າພະເຈົ້າພ້ອມທີ່ຈະເປັນກະບອກສຽງໃນການປຸກລະດົມຂົນຂວາຍຜູ້ບໍລິຈາກເລືອດ ແລະ ສະ ໜອງແຫລ່ງທຶນ ໃນອະນາຄົດໃຫ້ແກ່ອົງການກາແດງແຫ່ງຊາດລາວ.

SA Game
ຂປລ.

ພ້ອມກັນນັ້ນ, ຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບການຈັດສັນລະບົບສາງ ເພື່ອໃຫ້ມີຄວາມເປັນລະ ບົບ ແລະ ພ້ອມທີ່ຈະໃຫ້ການຊ່ວຍເຫລືອໃນດ້ານບຸກຄະລາກອນ ໃຫ້ຮູ້ເຖິງຫລັກການ ໃນການເກັບຮັກສາເຄື່ອງ, ສຳລັບວຽກງານຂົນຂວາຍ ຊອກຫາແຫລ່ງທຶນຕ້ອງໄດ້ມີການໂຄສະນາພາລະບົດບາດ ຂອງອົງການກາແດງແຫ່ງ ຊາດລາວອອກ ໃຫ້ສັງຄົມຮັບຮູ້ໄດ້ຢ່າງກ້ວາງຂວາງຂຶ້ນກວ່າເກົ່າ ໂດຍສະເພາະບັນດານັກທຸລະກິດ, ບໍລິສັດຫ້າງຮ້ານຕ່າງໆ ຢູ່ໃນ ສປປ ລາວ ເພື່ອໃຫ້ເຂົາເຈົ້າປະກອບສ່ວນໃນວຽກງານມະນຸດສະທຳ ຂອງອົງການກາແດງແຫ່ງຊາດລາວ ຕາມທິດຊີ້ນຳຂອງທ່ານ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ວິທະຍຸແຫ່ງຊາດ