ຄາດ​ວ່າເສດ​ຖະ​ກິດ ສ​ປ​ປ ລາວ ຈະ​ຂະ​ຫຍາຍ​ຕົວ​ອີກ​ເລັກ​ນ້ອຍໃນ​ປີ​ນີ້​

SA Game

ພາບ​: laoedaily.com.

​ຈາກ​ການ​ຄົ້ນ​ຄວ້າປີ​ນີ້ເສດຖະກິດປີນີ້ຈະຂະຫຍາຍຕົວໃນລະດັບ 4%.

ຈາກ​ການ​ຟື້ນ​ຕົວ​ຄືນ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ ແລະ ບັນ​ດາ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງທີ່ຕິດພັນກັບການສົ່ງອອກ ເຊິ່ງຄາດວ່າຈະມີຍອດສັ່ງຊື້ເພີ່ມຂຶ້ນ ແລະ ໂດຍ​ສະ​ເພາະ​ແມ່ນຂະແໜງທີ່ຕິດພັນກັບການທ່ອງທ່ຽວທີ່​ກ່ຳ​ລັງ​ເລີ່ມ​ມີ​ການ​ເໜັງ​ຕີງ, ເຊິງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຄາດເສດຖະກິດ ສປປ ລາວ ໃນປີ 2021 ຈະຂະຫຍາຍຕົວໃນລະດັບ 4%.

ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ( ສຄສຊ ) ເຜີຍແຜ່ບົດປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ 2020 ແລະ ບາງປະເດັນທີ່ຄວນເອົາໃຈໃສ່ໃນຕໍ່ໜ້າ ຂຶ້ນໃນວັນທີ 10 ກຸມພາ 2021 ຜ່ານມາທີ່ ສຄສຊ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ລັດດາວັນ ຊົງວິໄລ ຮັກສາການຫົວໜ້າສູນຄົ້ນຄວ້ານະໂຍບາຍເສດຖະກິດມະຫາພາກ ແລະ ປັບປຸງໂຄງສ້າງເສດຖະກິດ ສຄສຊ, ມີບັນດາຫົວໜ້າກົມ – ຮອງຫົວໜ້າກົມ, ນັກວິຊາການ – ພະນັກງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

SA Game
ພາບ​: laoedaily.com.

ທ່ານ ນາງ ລັດດາວັນ ຊົງວິໄລ ກ່າວວ່າ: ປີ 2020 ໄດ້ມີເຫດການທີ່ພົ້ນເດັ່ນເກີດຂຶ້ນທັງໃນພາກພື້ນ ແລະ ສາກົນ ເຊິ່ງໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງ ສປປ ລາວ ໂດຍສະເພາະຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ໄດ້ເຮັດໃຫ້ເສດຖະກິດຂອງລາວຂະຫາຍຕົວໃນລະດັບຕໍ່າສຸດໃນຮອບຫຼາຍທົດສະວັດ, ໃນສະພາບການດັ່ງກ່າວລັດຖະບານໄດ້ອອກມາດຕະການ ເພື່ອຊຸກຍູ້ເສດຖະກິດເພື່ອຫຼຸດຜ່ອນຜົນກະທົບຕ່າງໆ ແລະ ເພື່ອເປັນການສະໜອງຂໍ້ມູນທີ່ຈຳເປັນໃຫ້ພັກ ແລະ ລັດຖະບານ ໃນການຮັບມືກັບສະພາບເສດຖະກິດ ທາງສະຖາບັນພວກເຮົາກໍໄດ້ມີການຕິດຕາມເລື່ອງເສດຖະກິດມະຫາພາກເປັນປົກກະຕິ ແລະ ມີການພິມເຜີຍແຜ່ໃນແຕ່ລະປີ ເຊິ່ງປີນີ້ແມ່ນຄົບຮອບ 10 ປີ ທີ່ມີການພິມເຜີຍແຜ່.

ທ່າອ່ຽງເສດຖະກິດລາວ ປີ 2021 ຈາກ ຄວາມພະຍາຍາມຟື້ນຟູເສດຖະກິດຈາກຜົນກະທົບຂອງພະຍາດໂຄວິດ – 19 ຂອງຫຼາຍປະເທດໃນໂລກ ແລະ ຄວາມຫວັງຕໍ່ກັບການຊົມໃຊ້ວັກແຊັງປ້ອງກັນໂຄວິດ – 19 ໃນປີ 2021 ຈະເຮັດໃຫ້ເສດຖະກິດໂລກ ແລະ ພາກພື້ນ ຄາດວ່າຈະຟື້ນຕົວຄືນ, ຕາມການຄາດຄະເນກອງທຶນການເງິນສາກົນ ຫຼື IMF ເສດຖະກິດໂລກປີ 2021 ຈະຂະຫຍາຍຕົວ 5,5% ແລະ ເສດຖະກິດຂອງປະເທດຄູ່ຄ້າຫຼັກຂອງລາວ ເຊັ່ນ: ໄທ, ສປ ຈີນ, ສສ ຫວຽດນາມ ຈະຂະຫຍາຍຕົວ 2,7%, 8,1%, 6,7% ຕາມລໍາດັບ, ເຊັ່ນດຽວກັບ ສປປ ລາວ ປີ 2021 ເສດຖະກິດຄາດວ່າຈະຄ່ອຍປັບຕົວດີຂຶ້ນ ແລະ ຄາດວ່າຈະຂະຫຍາຍຕົວທີ່ລະດັບ 4%.

ຕົ້ນຕໍແມ່ນມາຈາກການຟື້ນຕົວຄືນຂອງຂະແໜງການບໍລິການ ໂດຍສະເພາະແມ່ນຂະແໜງທີ່ຕິດພັນກັບການທ່ອງທ່ຽວ ແລະ ບັນດາອຸດສາຫະກຳປຸງແຕ່ງທີ່ຕິດພັນກັບການສົ່ງອອກ ເຊິ່ງຄາດວ່າຈະມີຍອດສັ່ງຊື້ເພີ່ມຂຶ້ນ ພາຍຫຼັງມີການຜ່ອນຜັນມາດຕະການປິດເມືອງທັງຢູ່ທັງພາຍໃນ ແລະ ສາກົນ, ການປັບຕົວເຂົ້າກັບສະພາບແວດລ້ອມວິຖີຊີວິດແບບໃໝ່ ( New Normal ) ທີ່ຕ້ອງໄດ້ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ ແລະ ຫັນມາບໍລິໂພກ – ອຸປະໂພກສິນຄ້າ ແລະ ບໍລິການພາຍໃນປະເທດຫຼາຍຂຶ້ນ ໄດ້ສ້າງກາລະໂອກາດໃນການສ້າງໜໍ່ແໜງການຜະລິດອັນໃໝ່ ແລະ ຊຸກຍູ້ໃຫ້ການຜະລິດ – ບໍລິການທີ່ມີຢູ່ແລ້ວໃຫ້ປັບປຸງດີຂຶ້ນກວ່າເກົ່າ ເຊິ່ງທ່າອ່ຽງດັ່ງກ່າວຈະເປັນປັດໄຈສໍາຄັນຊ່ວຍຊຸກຍູ້ການຜະລິດໃນຂະແໜງກະສິກຳ ໂດຍສະເພາະແມ່ນການລ້ຽງສັດ ທ່າອ່ຽງທີ່ເພີ່ມຂຶ້ນຂອງຄວາມຕ້ອງການແຮງງານໃນຫຼາຍຂະແໜງການຍັງຈະຊ່ວຍສ້າງໂອກາດໃຫ້ແຮງງານທີ່ກໍາລັງວ່າງງານມີວຽກເຮັດງານທຳ ແລະ ສາມາດສ້າງລາຍຮັບໄດ້.

ພ້ອມດຽວກັນນັ້ນ, ຄວາມຕ້ອງການຂອງສາກົນຕໍ່ກັບສິນຄ້າກະສິກຳຂອງລາວ ໂດຍສະເພາະແມ່ນສິນຄ້າຂະແໜງການປູກຝັງ ຄາດວ່າຈະເພີ່ມຂຶ້ນໃນປີ 2021. ທ່າອ່ຽງທີ່ເພີ່ມຂຶ້ນຂອງລາຄາແຮ່ທາດໃນຕະຫຼາດໂລກ ຄາດວ່າຈະເປັນສິ່ງຊຸກຍູ້ໃຫ້ຂະແໜງບໍ່ແຮ່ໃນລາວເພີ່ມກຳລັງການຂຸດຄົ້ນ – ຜະລິດຂຶ້ນ ໂດຍສະເພາະແມ່ນແຮ່ຄໍາ ແລະ ທອງ. ການປັບຕົວດີຂຶ້ນຂອງບັນດາຂະແໜງທີ່ໄດ້ກ່າວມາ ຍັງຄາດວ່າຈະຊ່ວຍຊຸກຍູ້ການສົ່ງອອກສິນຄ້າ – ບໍລິການຂອງລາວໃນປີ 2021.

ນອກຈາກນັ້ນ, ນະໂຍບາຍການປ່ອຍກູ້ໃຫ້ແກ່ພາກທຸລະກິດເອກະຊົນຂະໜາດນ້ອຍ ແລະ ກາງ ( SMEs ) ທີ່ມີອັດຕາດອກເບ້ຍຕໍ່າ ຈະເປັນປັດໄຈໜຶ່ງຊຸກຍູ້ໃຫ້ແກ່ການລົງທຶນພາຍໃນເພີ່ມຂຶ້ນ, ໃນປີ 2020 ລັດຖະບານໄດ້ສະໜອງເງິນບ້ວງ ຈໍານວນ 200 ຕື້ກີບ ( ປະມານ 22 ລ້ານໂດລາ ) ໃຫ້ແກ່ກອງທຶນສົ່ງເສີມ SMEs ເຊິ່ງບ້ວງດັ່ງກ່າວຄາດວ່າຍັງສືບຕໍ່ປ່ອຍກູ້ໃນປີ 2021.

ນອກນັ້ນ, ຍັງມີບ້ວງເງິນກູ້ ຈຳນວນ 100 ລ້ານໂດລາ ຈາກທະນາຄານພັດທະນາແຫ່ງຊາດຈີນ ແລະ 40 ລ້ານໂດລາ ຈາກທະນາຄານໂລກເພື່ອສະໜັບສະໜູນ SMEs ໃຫ້ສາມາດຟື້ນຕົວພາຍຫຼັງໂຄວິດ – 19 ເຊິ່ງຄາດວ່າໃນປີ 2021 ພາຍຫຼັງທີ່ບາງເງື່ອນໄຂທີ່ສຳຄັນໃນການເຂົ້າເຖິງແຫຼ່ງທຶນດັ່ງກ່າວໄດ້ຮັບການຜ່ອນຜັນ ແລະ ເງິນທຶນສ່ວນໃຫຍ່ຄາດວ່າຈະຖືກປ່ອຍເຂົ້າໃນລະບົບເສດຖະກິດ ແລະ ຊ່ວຍສະໜັບສະໜູນການຂະຫຍາຍຕົວຂອງການຜະ ລິດ – ບໍລິການຂອງຂະແໜງການ SMEs ໃນລາວ.

ບົດລາຍງານດັ່ງກ່າວຍັງໄດ້ວິເຄາະເຖິງກາລະໂອກາດຂອງການພັດທະນາ ສປປ ລາວ ໃນຊຸມປີຕໍ່ໜ້າ ຄື:

  • ການຫັນເຂົ້າສູ່ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການສ້າງຖານຜະລິດໃນລະດັບພາກພື້ນຂອງລາວ ພວມກ້າວເຂົ້າສູ່ລວງເລິກ ເຊິ່ງເປັນໂອກາດໃນການພັກດັນການພັດທະນາໃນຕໍ່ໜ້າໃຫ້ໄວຂຶ້ນກວ່າເກົ່າ.
  • ໃນສະພາບທີ່ປະເທດເຮົາຍັງສືບຕໍ່ປິດດ່ານ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ການນໍາເຂົ້າສິນຄ້າມີຄວາມຫຍຸ້ງຍາກ ຈຶ່ງເປັນໂອກາດໃນການປັບປຸງ ແລະ ສົ່ງເສີມການຜະລິດພາຍໃນໃຫ້ມີຄວາມເຂັ້ມແຂງ ແລະ ເປັນພື້ນຖານໃຫ້ເສດຖະກິດຢ່າງແທ້ຈິງ.
  • ການດຳເນີນທຸລະກິດໄດ້ປັບປ່ຽນຕາມສະພາບແວດລ້ອມວິຖີຊີວິດແບບໃໝ່ ( New Normal ) ທີ່ມີການສົ່ງເສີມການຕະຫຼາດຜ່ານລະບົບດີຈີຕອນຫຼາຍຂຶ້ນ ເປັນໂອກາດໃຫ້ເກີດທຸລະກິດໃໝ່, ຂະຫຍາຍຕະຫຼາດສິນຄ້າໃຫ້ກວ້າງຂຶ້ນ ແລະ ຊຸກຍູ້ການແກ່ງແຍ່ງແຂ່ງຂັນປັບປຸງຄຸນນະພາບສິນຄ້າໃຫ້ດີຂຶ້ນ.

ດ້ານສິ່ງທ້າທາຍທີ່ຄວນເອົາໃຈໃສ່ ຄື:

  • ຄວາມບໍ່ແນ່ນອນກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ – 19 ຍັງມີສູງ ໂດຍສະເພາະປະເທດໃກ້ຄຽງ ( ເຊັ່ນ: ໄທ, ມຽນມາ ແລະ ຫວຽດນາມ) ທີ່ພວມປະເຊີນກັບການລະບາດຮອບໃໝ່, ເຮັດໃຫ້ ສປປ ລາວ ຍັງມີຄວາມສ່ຽງ ແລະ ສິ່ງທ້າທາຍຫຼາຍໃນການສະກັດກັ້ນ ແລະ ສ່ຽງຕໍ່ການເກີດລະບາດຮອບໃໝ່.
  • ເສດຖະກິດມະຫາພາກຍັງສືບຕໍ່ມີຄວາມບອບບາງທາງດ້ານງົບປະມານ, ດ້ານການ ເງິນ – ເງິນຕາ ແລະ ດ້ານຄັງສໍາຮອງເງິນຕາຕ່າງປະເທດ ເຊິ່ງລ້ວນແຕ່ສ້າງຄວາມກົດດັນຕໍ່ການຊຳລະໜີ້ສິນຂອງພາກລັດ ແລະ ສົ່ງຜົນຕໍ່ຄ່າເງິນກີບ ກໍຄື ຄວາມເຊື່ອໝັ້ນການຖືຄອງເງິນກີບຫຼຸດລົງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: laoedaily.com.la