ຜູ້​ຕິດ​ເຊື້ອ​ໂຄວິດ-19 ໃນ ສ​ປ​ປ ​ລາວ ​ປະ​ຈຸ​ບັນ​ທະ​ລຸ​ເກືອບ300ກໍ​ລະ​ນີ​ຕໍ່​ມື້

SA Game

ພາບ​: laoedaily.com

ຜູ້ຕິດເຊື້ອພະຍາດໂຄວິດ-19​ ເພີ່ມສູງເປັນສະຖິຕິໃຫມ່ໃນ ສ​ປ​ປ ລາວ.

ປະ​ຈຸ​ບັນ​ດັ່ງ​ທີ່​ຫລາຍໆ​ທ່ານ​ໄດ້​ຮູ້ ແລະ ເຫັນ​ໃນ​ແຕ່​ລະ​ມື້, ມີ​ແຮງ​ງານ​ລາວ​ທີ່​ຂ້າມ​ໄປ​ເຮັດ​ວຽກ​ຢູ່​ປະ​ເທດ​ເພືອນ​ບ້ານ​ຈ່ຳ​ນວນ​ຫລວງ​ຫລາຍ​ທີ່​ທະ​ຍອຍ​ກັນ​ກັບ​ຄືນ​ມາ​ປະ​ເທດ​ລາວ ແລະ ໃນ​ບັນ​ດາ​ຜູ້​ທີ່​ກັບ​ຄືນ​ມາ​ນັ້ນ​ຕ້ອງ​ໄດ້​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ການ​ກັກ​ຕົວ ແລະ ຍັງ​ພົບ​ຜູ້​ທີ່​ຕິດ​ພະ​ຍາດ​ລະ​ບາດ​ໂຄວິດ-19 ນີ້ ຢ່າງ​ຕໍ່​ເນື່ອງ ແລະ ນັບ​ມື້​ນັບ​ຫລາຍ​ຂື້ນ, ລ້າ​ສຸດ​ໃນ​ລະ​ຫວ່າງ​ສອງ​ສາມ​ມື້​ທີ່​ຜ່ານ​ມາ​ຕົວ​ເລກ​ທະ​ລຸກ​ວ່າ 200 ຄົນ​ຕໍ່​ມື້.

ຈາກການຖະແຫຼງຂ່າວຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ​ ແລະ​ ແກ້ໄຂການລະບາດຂອງພະຍາດ-19​ ປະຈຳວັນທີ 24 ກໍລະກົດ 2021​ ໂດຍ​ ທ່ານ​ ດຣ​ ນາງ​ ພອນປະເສີດ​ ໄຊຍະ​ມຸງຄຸນ​ ຮອງຫົວໜ້າ​ກົມ​ຄວບຄຸມ​ພະຍາດ​ຕິດຕໍ່, ກະຊວງສາທາລະນະສຸກ​ ກ່າວວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ​ ມາຮອດໃນວັນທີ 23 ກໍລະກົດ 2021 ນີ້ ມີລາຍງານຜູ້ຕິດເຊື້ອໃໝ່ ຈານວນ 278 ຄົນ ຈາກການເກັບຕົວຢ່າງກວດຫາເຊື້ອ 2.571 ຕົວຢ່າງ.

SA Game
ພາບ​: laoedaily.com

​ ນີ້ເປັນຕົວເລກລາຍງານຜູ້ຕິດເຊື້ອໃໝ່ສູງຂອງປະເທດເຮົາ ແລະ ເປັນ 3​ ມື້ ຕໍ່ເນື່ອງ ທີ່ມີຜູ້ຕິດເຊື້ອໃໝ່ກາຍ 200 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມຮອດປັດຈຸບັນ ແມ່ນ 4.​620 ຄົນ,​ ມີຈໍານວນເສຍຊີວິດ ສະສົມ 5​ ຄົນ​ ແລະ ຍັງສືບຕໍ່ປິ່ນປົວ 1.​790 ຄົນ.

ສຳລັບການກວດພົບຜູ້ຕິດເຊື້ອໃໝ່ 278 ຄົນ ຢູ່ນະຄອນຫຼວງວຽງຈັນ 4 ຄົນ, ແຂວງຈຳປາສັກ 53 ຄົນ, ສະຫວັນນະເຂດ 198 ຄົນ, ສາລະວັນ 9 ຄົນ, ບໍລິຄຳໄຊ 9​ ຄົນ​ ແລະ ຄຳມ່ວນ 5 ຄົນ​ ທັງໝົດແມ່ນແຮງງານລາວ ທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງ.

ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເຂົ້າມາຖືກຕ້ອງຕາມລະບຽບຫຼັກການ, ໄດ້ເກັບຕົວຢ່າງ ແລະ ຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນຂອງແຂວງ, ເມື່ອຜົນກວດເປັນຜົນບວກພວກກ່ຽວໄດ້ ຖືກນຳສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ຖືກກຳນົດໄວ້.

ທ່ານ​ ດຣ​ ນາງ​ ພອນປະເສີດ​ ໄຊຍະ​ມຸງຄຸນ ໃຫ້ຮູ້ຕື່ມອີກວ່າ:

ດ້ານການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນ ໃນວັນທີ​ 23​ ກໍລະກົດ​ ຜ່ານມາ ມີຜູ້ເດີນທາງຜ່ານດ່ານເຂົ້າມາ​ ສປປ​ ລາວ ທັງໝົດ 3.151 ຄົນ, ທຸກຄົນ ເດີນທາງເຂົ້າມາທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈາກັດບໍລິເວນ ຫຼື​ ໂຮງແຮມ​ ຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ຈົນຄົບ 14 ວັນຈຶ່ງຈະໄປເຄື່ອນໄຫວໄດ້ ແລະ ຮອດປັດຈຸບັນທົ່ວປະເທດມີສູນຈຳກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 49ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 8,264 ຄົນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com