ຂໍອະນຸມັດ ການຊົດເຊີຍຜູ້ໄດ້ຮັບຜົນກະທົບໂຄງການກໍ່ສ້າງທາງລົດໄຟລາວ-ຈີນ

SA Game

ພາບ​: laoedaily.com

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂໍອະນຸມັດການຊົດເຊີຍຜູ້ໄດ້ຮັບຜົນກະທົບໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ອີກ 465 ຕື້ກວ່າກີບ.

ມາ​ຮອດ​ປະ​ຈຸ​ບັນໂຄງ​ການ​ລົດ​ໄຟ​ລາວ-ຈີນ​ໄດ້​ສ້າງ​ມາ​ຈົນ​ໃກ້​ຈະ​ສຳ​ເລັດ​ແລ້ວ ແລະ ການ​ເວນ​ຄືນ​ທີ່​ດິນ ແລະ ການ​ຊົດ​ເຊີຍ​ຕ່າງໆ​ກໍ​ໄດ້​ມີ​ການ​ປະ​ຕິ​ບັດ​ໄປ​ຈ່ຳ​ນວນ​ໜຶ່ງ​ແລ້ວ, ປີ 2021 ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ສະເໜີຫາ ກະຊວງແຜນການ ແລະການລົງທຶນ ແລະກະຊວງການເງິນ ເພື່ອຂໍອະນຸມັດແຜນງົບປະມານຮັບໃຊ້ວຽກງານເວນຄືນທີ່ດິນ-ຊົດເຊີຍສິ່ງກີດຂວາງຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຈຳນວນ 465,07 ຕື້ກີບ.

ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ລາຍງານໃນກອງປະຊຸມ ຊຸກຍູ້ວຽກງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ທີ່ມີຂຶ້ນຢູ່ແຂວງ ຫຼວງພະບາງ ໃນວັນພຸດ ວັນທີ 21 ກໍລະກົດ 2021 ວ່າ: ລວມຄວາມຄືບຫນ້າທັງໝົດຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ບໍ່ເຕ່ນ ຫາ ສະຖານີວຽງຈັນໃຕ້ (ທ່ານາແລ້ງ) ລວມຄວາມຍາວ 426 ກິໂລແມັດ ມາຮອດວັນທີ 31 ພຶດສະພາ ປີ 2021 ສໍາເລັດ 92,80%.

SA Game
ພາບ​: laoedaily.com

ໄດ້ແບ່ງການກໍ່ສ້າງອອກເປັນ 2 ຊ່ວງ, ສະເພາະຄວາມຄືບຫນ້າການຈັດຕັ້ງປະຕິບັດໂຄງການ ຊ່ວງທີ 1 (409 ກິໂລແມັດ) ແຕ່ບໍ່ເຕ່ນ ຫາ ສະຖານີໂດຍສານນະຄອນຫລວງວຽງຈັນ ລວມຄວາມຍາວ 409 ກິໂລແມັດ ປະຕິບັດສໍາເລັດ 98,80% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ.

ສ່ວນຄວາມຄືບຫນ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງທີ 2 ແຕ່ສະຖານີໂດຍສານ ນະຄອນຫຼວງວຽງຈັນ ຫາ ສະຖານີສິນຄ້າວຽງຈັນໃຕ້ ທີ່ທ່ານາແລ້ງ ລວມຄວາມຍາວ 17 ກິໂລແມັດປະຕິບັດສໍາເລັດ 72% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ.

ໄດ້ເບີກຈ່າຍຄ່າຊົດເຊີຍທັງຫມົດ ຈໍານວນ 1.488,59 ຕື້ກີບ ໃຫ້ບັນດາແຂວງ ແລະນະຄອນຫຼວງວຽງຈັນ, ໃນນີ້ໄດ້ນໍາໃຊ້ບ້ວງເງິນງົບປະມານຂອງລັດຖະບານ ມູນຄ່າ 808,72 ຕື້ກີບ ແລະບ້ວງເງິນຂອງບໍລິສັດລົດໄຟລາວ-ຈີນ ມູນຄ່າ 679,87 ຕື້ກີບ.

SA Game
ພາບ​: laoedaily.com

ສໍາລັບແຜນງົບປະມານການເວນຄືນທີ່ດິນ ແລະ ຊົດເຊີຍສິ່ງກີດຂວາງຂອງໂຄງການ ປີ 2021 ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ສະເໜີຫາ ກະຊວງແຜນການ ແລະການລົງທຶນ ແລະກະຊວງການເງິນ ເພື່ອຂໍອະນຸມັດແຜນງົບປະມານຮັບໃຊ້ວຽກງານເວນຄືນທີ່ດິນ-ຊົດເຊີຍສິ່ງກີດຂວາງຂອງໂຄງການຈຳນວນ 465,07 ຕື້ກີບ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com