ຜູ້ແທນຂັ້ນສູງສູນກາງແນວໂຮມ ລາວ-ຫວຽດນາມ ພົບປະສອງຝ່າຍ

SA Game

ຂປລ

ປະ​ຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ລາວ-ຫວຽດນາມທີ່ໂຮງແຮມ Melia ຮ່າໂນ້ຍ

 ໃນວັນທີ 25 ເມສາ 2023 ນີ້, ໄດ້​ມີພິທີພົບປະສອງຝ່າຍ ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ພົບປະກັບຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ນໍາໂດຍ ທ່ານ ໂດ ວັນ ຈຽນ, ເລຂາທິການສູນກາງພັກກອມມູນິດຫວຽດນາມ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ ທີ່ໂຮງແຮມ Melia ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ.

ການພົບປະຄັ້ງນີ້, ທັງສອງຝ່າຍໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ຢ່າງສະໜິດສະໜົມ, ຕີລາຄາສູງຕໍ່ຜົນຂອງການພົວພັນຮ່ວມມື ໄລຍະຜ່ານມາໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍບົດບັນທຶກການຮ່ວມມືຂອງສອງອົງການ ທີ່ໄດ້ລົງນາມຮ່ວມກັນ ໃນວັນທີ 26 ກໍລະກົດ 2022 ທີ່ນະຄອນຫລວງວຽງຈັນ ເຊິ່ງມີເນື້ອໃນສຳຄັນທີ່ຈະພ້ອມກັນປະຕິບັດ 10 ຂໍ້ ທີ່ຕ້ອງເຮັດຮ່ວມກັນ ໃນໄລຍະປີ 2022-2027

SA Game
ຂປລ

ໃນໄລຍະ 09 ເດືອນຜ່ານມາ ສອງອົງການແນວໂຮມສາມາດປະຕິບັດໄດ້ 04 ຂໍ້ແລ້ວ, ຖືວ່າໄດ້ຜັນຂະຫຍາຍໄວສົມຄວນ ແລະ ຂໍ້ທີ່ປະຕິບັດໄດ້ດີກວ່າໝູ່ແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງ ລະຫວ່າງ ສອງອົງການ ແລະ ສະໜັບສະໜູນໃຫ້ບັນດາກົມ, ວິຊາການຂອງສອງຝ່າຍ ໄດ້ແລກປ່ຽນ ແລະ ແບ່ງປັນບົດຮຽນນໍາກັນ, ການຈັດພິທີຍ້ອງຍໍ ແລະ ມອບຫລຽນໄຊ ຂອງ ພັກ-ລັດຖະບານ ສສ ຫວຽດນາມ ໃຫ້ແກ່ກໍາມະການ ແລະພະນັກງານສູນກາງແນວລາວສ້າງຊາດ ເນື່ອງໃນໂອກາດສະເຫລີມສະຫລອງປີສາມັກຄີພິເສດ ລາວ-ຫວຽດນາມ ຢ່າງສົມກຽດ, ສຳເລັດການຈັດກອງປະຊຸມເສີມສ້າງຊາຍແດນມິດຕະພາບ ຢູ່ແຂວງສະຫວັນນະເຂດ ແລະ ເຄື່ອນໄຫວກິດຈະກໍາຢູ່ແຂວງຄໍາມ່ວນ ແລະ ຜົນສຳເລັດອື່ນໆ ອີກຈຳນວນໜຶ່ງ

ພ້ອມນີ້, ທັງສອງຝ່າຍ ໄດ້ພ້ອມກັນວາງແຜນວຽກຈຸດສຸມຂອງການຮ່ວມມືຂອງສອງອົງການ ໃນປີ 2023; ນອກຈາກນີ້, ໄດ້ແລກປ່ຽນບົດຮຽນ ທີ່ຄະນະຜູ້ແທນຝ່າຍລາວມີຄວາມສົນໃຈເປັນຕົ້ນແມ່ນ ວຽກງານຕິດຕາມ, ກວດກາຂອງອົງການແນວໂຮມ, ບົດຮຽນ ແລະ ປະສົບການໃໝ່ຂອງອົງການແນວໂຮມປະເທດຊາດຫວຽດນາມ ໃນວຽກງານຂົນຂວາຍພີ່ ນ້ອງເຊື້ອຊາດຫວຽດນາມຢູ່ຕ່າງປະເທດ ແລະ ການປຸກລະດົມໃຫ້ຊາວກະສິກອນປະຕິບັດແນວທາງຂອງພັກ ໃນການສ້າງສະຕິເປັນເຈົ້າຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

SA Game
ຂປລ

ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ຕາງໜ້າຄະນະຜູ້ແທນ ກ່າວອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດທີ່ຫາຍາກ ແລະການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນສອງອົງການແນວໂຮມພວກເຮົາ ໃຫ້ນັບມື້ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະສວຍສົດງົດງາມຕະຫລອດໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.