ສະມາຊິກສະພາແຫ່ງຊາດຢ້ຽມ​ຢາມ​ເຮັດ​ວຽກ​ຢູ່​ແຂວງ​ໄຊ​ສົມ​ບູນ

SA Game

ຂປລ

​ແຂວງ ໄຊສົມບູນ ຕ້ອນ​ຮັບຮອງປະທານກຳມາທິການ ວຽກສະມາຊິກສະພາແຫ່ງຊາດ

ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ທ່ານ ວຽງແກ້ວ ວັນນະຈັກ ຮອງປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ພ້ອມຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ວັນທີ 25 ເມສາ ຜ່ານມາ, ໂດຍການຕ້ອນຮັບຂອງ ທ່ານ ແດງ ປະທຸມທອງ ປະທານສະພາປະຊາຊົນແຂວງ ພ້ອມຄະນະ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທັງນີ້, ກໍເພື່ອຕິດຕາມ-ກວດກາ ແລະ ຊຸກຍູ້ ການກຳນົດແຜນການສ້າງພະນັກງານນຳພາ-ຄຸ້ມຄອງ ໃນຂົງເຂດສະພາ ໂດຍສະເພາະ ການກຳນົດສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະ ຊາຊົນແຂວງ ໃນຊຸດຕໍ່ໄປ, ເພື່ອຮັບປະກັນໃນການເກັບກຳຂໍ້ມູນດ້ານຕ່າງໆ ໃນການສ້າງຄູ່ມືການເລືອກຕັ້ງ ເພື່ອເປັນຂໍ້ມູນພື້ນຖານ ແລະ ບ່ອນອີງໃນການສັງລວມລາຍງານ ຕໍ່ຄະນະປະຈຳສະພາແຫ່ງຊາດພິຈາລະນາ

SA Game
ຂປລ

ແລະ ມີທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ກໍຄື ການຈັດຕັ້ງປະຕິບັດພາລະໜ້າທີ່ຂອງສະພາປະຊາຊົນຂັ້ນແຂວງ ໃນຖານະທີ່ເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ ແລະ ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ, ເພື່ອຮັບປະກັນທາງດ້ານຮູບການ, ວິທີການ, ຂັ້ນຕອນການດຳເນີນ, ການກະກຽມວຽກງານທາງດ້ານບໍລິຫານ ແລະ ພິທີການຮັບໃຊ້ການດຳເນີນກອງປະຊຸມດັ່ງກ່າວ ໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ທັນການ ແລະ ມີຜົນສຳເລັດຕາມຄາດໝາຍ.

ນອກຈາກນີ້, ກໍເພື່ອຮັບປະກັນໃຫ້ແກ່ ການເຄື່ອນໄຫວຂອງກຳມາທິການ ວຽກງານສະມາຊິກສະພາແຫ່ງຊາດ ທີ່ລົງມາເຄື່ອນໄຫວເກັບກຳຂໍ້ມູນວຽກງານບຸກຄະລາກອນ ແລະ ອື່ນໆ ໃຫ້ມີຄວາມສະດວກ ເພື່ອກະກຽມການເລືອກຕັ້ງສະມາຊິກສະພາ ຢູ່ແຂວງໄຊສົມບູນ ໃຫ້ບັນລຸຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍ ທີ່ວາງໄວ້.

SA Game
ຂປລ

ໂອກາດນີ້, ທ່ານຮອງປະທານກຳມາທິການ ວຽກງານສະມາຊິກສະພາແຫ່ງຊາດ ພ້ອມຄະນະ ກໍໄດ້ເຂົ້າຢ້ຽມຢາມ ແລະ ພົບປະກັບ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ເພື່ອລາຍງານຈຸດປະສົງຂອງການລົງມາເຄື່ອນໄຫວ ແລະ ເຮັດວຽກ ໃນຄັ້ງນີ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.