ຜະລິດສື່ການຮຽນ-ການສອນແບບໃໝ່ ຜ່ານ​ສື່​ອອນ​ລາຍ

SA Game

Lao National Radio

ລາວ-ອົດສະຕຣາລີ ຮ່ວມຜະລິດສື່ການຮຽນ-ການສອນແບບໃໝ່ ຜ່ານທາງຊ່ອງທາງຢູທູບ

ເພື່່ອໃຫ້ນັກຮຽນໄດ້ມີໂອກາດນຳໃຊ້ພາສາອັງກິດ ແລະ ພັດທະນາທັກສະການປາກເວົ້າ ນັກຮຽນແມ່ນຈະໄດ້ຮັບການຊ່ວຍເຫຼືອດ້ວຍການອ່ານ ແລະ ການຂຽນ. ແຕ່ເນື່ອງຈາກວ່າ ການອອກສຽງ ແລະ ຄຳສັບໃນພາສາອັງກິດ ແມ່ນຫຍັງໃໝ່ ແລະ ເປັນສິ່ງທີ່ຍາກສຳລັບຄູຫຼາຍຄົນໃນລາວ ຄູຈຶ່ງຕ້ອງການຕົວຢ່າງໃນການສິດສອນເພື່ອອອກສຽງ ແລະ ເວົ້າຄຳສັບພາສາອັງກິດໃຫ້ຖືກຕ້ອງເພື່ອດຳເນີນການຮຽນການສອນ.

ສະ​ນັ້ນ ກະ​ຊວງ​ສືກ​ສາ​ຂອງ​ລາວ ແລະ ອົດ​ສະ​ຕາ​ລີ​ໄດ້​ສ້າງຫຼັກສູດວິຊາພາສາອັງກິດສະບັບປັບປຸງໃໝ່ຂອງຊັ້ນປະຖົມປີທີ 4 ແມ່ນໄດ້ຮັບການພັດທະນາໂດຍ ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ໄດ້ນໍາໃຊ້ ວິທີການເພື່ອການສື່ສານ ທີ່ຊ່ວຍໃຫ້ນັກຮຽນນຳໃຊ້ພາສາອັງກິດ ແລະ ສາມາດສື່ສານຕາມສະຖານະການຕົວຈິງ. ຫຼັກສູດຊັ້ນປະຖົມໃໝ່ນີ້ໄດ້ເນັ້ນໜັກໃຫ້ມີການພັດທະນາທັກສະທາງດ້ານການຟັງ ແລະ ການເວົ້າ.

SA Game
Lao National Radio

ທ່ານ ນາງ ມະໂນລີ ດົງວັນ, ຮອງຜູ້ອໍານວຍການສູນສົ່ງເສີມພາສາຕ່າງປະເທດ ໄດ້ອະທິບາຍວ່າ “ຫຼັງຈາກທີ່ນັກຮຽນໄດ້ຮຽນຄຳສັບໃໝ່, ນັກຮຽນຈະຕ້ອງໄດ້ຝຶກການນຳໃຊ້ຄຳສັບເຫຼົ່ານັ້ນເພື່ອທີ່ຈະສາມາດນຳໃຊ້ຄຳສັບໃໝ່ເຫຼົ່ານັ້ນເຂົ້າໃນການສົນທະນາ, ໃນຊີວິດຕົວຈິງຂອງເຂົາເຈົ້າ. ເພາະສະນັ້ນ, ນີ້ຈຶ່ງເປັນຊ່ອງທາງໜຶ່ງທີ່ຈະຊ່ວຍໃຫ້ຄູໄດ້ເຂົ້າເຖິງວິທີການສິດສອນເພື່ອຊ່ວຍໃຫ້ການຮຽນການສອນໄດ້ບັນລຸຕາມເປົ້າໝາຍທີ່ວາງໄວ້. ດັ່ງນັ້ນ, ເມື່ອໄດ້ເລີ່ມຕົ້ນພັດທະນາບົດຮຽນວິຊາພາສາອັງກິດຊັ້ນປ.3, ພວກເຮົາກໍ່ໄດ້ຜະລິດສື່ທີ່ເປັນຄລິບສຽງເພື່ອຊ່ວຍຄູ ແລະ ນັກຮຽນ”.

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ສ້າງ 105 ຟາຍສຽງວິຊາພາສາອັງກິດຂັ້ນ ປ.4 ທີ່ເປັນວີດີໂອ ຜ່ານຊ່ອງທາງຢູທູບວິດີໂອສຳລັບການພັດທະນາຄູ Teacher Development Videos. ຟາຍສຽງດັ່ງກ່າວ ແມ່ນເພີ່ມຕື່ມ 101 ຟາຍສຽງຂອງວິຊາພາສາອັງກິດຂັ້ນ ປ.3 ເຊິ່ງໄດ້ຜະລິດໃນປີທີ່ຜ່ານມາ. ບັນດາຟາຍສຽງແມ່ນສຽງຂອງຜູ້ທີ່ໃຊ້ພາສາອັງກິດເປັນພາສາຫຼັກ, ຫຼາກຫຼາຍອາຍຸ ແລະ ສຽງຄືເຫດການຈິງ. ເຊິ່ງບັນດາສຽງລວມມີພາກສຽງເວົ້າຂອງຄົນຜູ້ດຽວ, ສຽງຂອງບົດສົນທະນາ, ບົດເລື່ອງຕ່າງໆ, ບົດເພງ ແລະ ຕົວຢ່າງການອອກສຽງຂອງບັນດາສຽງໃໝ່.

SA Game
Lao National Radio

ທ່ານ ນາງ ມະໂນລີ ຍັງໄດ້ກ່າວຕື່ມອີກວ່າ: “ການຜະລິດຟາຍເປັນວິດີໂອຈະສາມາດຊ່ວຍຄູສາມາດຝຶກນັກຮຽນໃຫ້ສາມາດອອກສຽງໄດ້ຄືກັບສຽງຈິງ. ພວກເຂົາຈະສາມາດສອນໃຫ້ນັກຮຽນໄດ້ອອກສຽງໃນພາສາອັງກິດທີ່ມີສຽງແຕກຕ່າງກັນ ແລະ ເຮັດໃຫ້ບົດຮຽນມີຄວາມມ່ວນຊື່ນ”.

ນອກຈາກນີ້, ບັນດາຟາຍສຽງເຫຼົ່ານີ້ ທາງຂະແໜງສື່ເອເລັກໂຕຼນິກ ແລະ ການສຶກສາທາງໄກ ຂອງສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ ໄດ້ຜະລິດວິດີໂອສຳລັບການພັດທະນາຄູໃນປີ 2022 ທີ່ໄດ້ສະແດງໃຫ້ຮູ້ເຕັກນິກຄຳແນະນຳການອອກສຽງໃນພາສາອັງກິດ, ການກວດການອອກສຽງທີ່ຖືກຕ້ອງ ແລະ ການຝຶກຂຽນຕົວອັກສອນ ສຳລັບສຽງທີ່ແຕກຕ່າງກັນ ພ້ອມທັງ ບັນດາຕົວອັກສອນທີ່ນັກຮຽນໄດ້ຮຽນໃນຂັ້ນ ປ.3 ແລະ ໃນຂັ້ນ ປ.4. ວີດີໂອຍັງໄດ້ຖືກແປເປັນພາສາມືເພື່ອໃຫ້ສາມາດເຂົ້າໃຈໄດ້ສຳລັບທຸກຄົນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Lao National Radio