ເມືອງລະມາມ ຕັ້ງ​ເປົ້າ​ສ້າງ​ລາຍ​ຮັບ​ໃຫ້​ໄດ້​ຫລາຍກວ່າ 760 ຕື້​ກີບ

SA Game

ຂປລ.

​ຕັ້ງ​ເປົ້າປີ 2023 ​ຂອງເມືອງລະມາມ ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານ ແລະ ຄຸ້ມຄອງລາຍຈ່າຍ

ວັນທີ 17 ມີນາ ຜ່ານມາ, ຈາກການລາຍງານຈາກ ທ່ານ ຄໍາປານ ພິມມະເສນ ວ່າການຫົວໜ້າຫ້ອງການ-ການເງິນເມືອງລະມາມ ໃນກອງປະຊຸມສະຫລຸບວຽກງານການເງິນທົ່ວເມືອງລະມາມປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023.  ການເງິນເມືອງລະມາມ ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 7,60 ຕື້ກີບ ແລະ ຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນລະດັບ 29,49 ຕື້ກີບ.

ພ້ອມທັງສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍທີ່ຕິດພັນກັບວຽກງານການເງິນ ດ້ວຍຫລາຍຮູບແບບໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ; ສືບຕໍ່ຊຸກຍູ້ຫົວໜ່ວຍທຸລະກິດທີ່ມີເງື່ອນ ໄຂໃຫ້ເຂົ້າສູ່ລະບົບອາກອນມູນຄ່າເພີ່ມ; ປັບປຸງກົນໄກການເກັບລາຍຮັບພາສີທີ່ດິນໃຫ້ເໝາະສົມ; ປະຕິ ບັດມາດຕະການປະຢັດ ແລະ ຕ້ານການຟຸມເຟືອຍ; ສ້າງຄວາມເຂັ້ມແຂງ ແລະ ການເພີ່ມຂຶ້ນຂອງລາຍຮັບງົບປະມານແຫ່ງລັດໃຫ້ເປັນຮູບປະທໍາ; ສູ້ຊົນເກັບລາຍຮັບເຂົ້າງົບປະມານຕາມຖານທີ່ມີໃຫ້ຄົບຖ້ວນ ແລະ ຄຸ້ມຄອງລາຍຈ່າຍໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

SA Game
ຂປລ.

ພ້ອມນີ້, ທ່ານຍັງຍົກໃຫ້ເຫັນການເຄື່ອນໄຫວວຽກງານປະຈໍາປີ 2022 ຕິດພັນກັບການປະຕິບັດວາລະແຫ່ງຊາດ, ປະຕິບັດມາດຕະການປະຢັດ-ຕ້ານການຟຸມເຟືອຍ, ຕ້ານການຮົ່ວໄຫລລາຍຮັບງົບປະມານ, ຄຸ້ມຄອງລາຍຈ່າຍໃຫ້ຖືກຕ້ອງສອດຄ່ອງຕາມສາລະບານໂຕເລກແຜນງົບປະມານປະຈໍາປີ; ຊຸກຍູ້ຫົວໜ່ວຍວິສາຫະກິດເຂົ້າໃນລະບົບຄຸ້ມຄອງອາກອນແບບທັນສະໄໝ (Tax Ris)ໄດ້ 397 ຫົວໜ່ວຍ; ນໍາໃຊ້ລະບົບອອກເລກປະຈໍາຕົວຜູ້ເສຍອາກອນບຸກຄົນ (TIN) ເພື່ອເປັນພື້ນຖານໃນການເກັບອາກອນລາຍໄດ້ຈາກບຸກ ຄົນທົ່ວໄປ ແລະ ຈາກທຸລະກໍາດີຈິຕອນໄດ້ 64 ລະຫັດ.

ໃນປີ 2022 ຜ່ມານມາ, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 5,02 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 126% ທຽບໃສ່ປີ 2021 ເພີ່ມຂຶ້ນ 10%. ໃນນີ້, ລາຍຮັບຈາກອາກອນປົກກະຕິ 2,75 ຕື້ກີບ ເທົ່າກັບ 135%; ລາຍຮັບທີ່ດິນ 520 ລ້ານກີບ ເທົ່າກັບ 79%; ລາຍຮັບຄ່າທໍານຽມ 60 ລ້ານກີບ ເທົ່າກັບ 75%; ລາຍຮັບຄ່າບໍລິການ 350 ລ້ານກີບ ເທົ່າກັບ 100% ແລະ ລາຍຮັບຈາກການຄຸ້ມຄອງຊັບສິນແຫ່ງລັດ 1,34 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 149%. ສ່ວນລາຍຈ່າຍປະຕິບັດໄດ້ 33,29 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 99% ທຽບໃສ່ປີ 2021 ເພີ່ມຂຶ້ນ 6% ເປັນຕົ້ນ ແມ່ນຈ່າຍເງິນເດືອນ 22,53 ຕື້ກີບ; ເງິນນະໂຍບາຍ 2,19 ຕື້ກີບ; ເງິນບໍລິຫານ 2,49 ຕື້ກີບ; ເງິນດັດສົມສົ່ງເສີມ 1,21 ຕື້ກີບ; ເງິນລົງທຶນ 4,72 ຕື້ກີບ ແລະ ອື່ນໆ 150 ລ້ານກີບ.

SA Game
ຂປລ.

ໂອກາດນີ້, ທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ ແລະ ທ່ານ ຄໍາໄລ ປັນຍາຄູນ ຮອງເຈົ້າເມືອງລະມາມ, ຜູ້ຊີ້ນໍາຂົງເຂດເສດຖະກິດຂັ້ນເມືອງ ໄດ້ມີຄໍາເຫັນໂອ້ລົມຊີ້ນໍາຫລາຍບັນ ຫາໃຫ້ຂະແໜງການເງິນເມືອງ ເອົາໃຈໃສ່ປະຕິບັດ ເປັນຕົ້ນ ສືບຕໍ່ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕໍ່ການເຄື່ອນໄຫວວຽກງານໃນປີຜ່ານມາ

ໂດຍຖືເອົາການສຶກສາອົບການເມືອງແນວຄິດ ໃຫ້ສະ ມາຊິກພັກ, ພະນັກງານ-ລັດຖະກອນຢ່າງເປັນປົກກະຕິ, ຕໍ່ເນື່ອງ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ເພີ່ມທະວີການປະຕິບັດມາດຕະການປະຢັດ ແລະ ຕ້ານການຟຸມເຟືອຍ; ປັບປຸງກົນໄກການເຮັດວຽກ, ອັດຊ່ອງຫວ່າງການຮົ່ວໄຫລຂອງລາຍຮັບ, ເກັບລາຍຮັບເຂົ້າງົບປະມານໄດ້ຕາມເປົ້າໝາຍ ແລະ ແຜນການທີ່ວາງໄວ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ