ຈັດກອງປະຊຸມວ່າດ້ວຍການຮ່ວມມືສອງຝ່າຍຕຳຫຼວດລາວ-ກຳປູເຈຍ

SA Game

Lao National Radio

ປ້ອງກັນຄວາມສະ ຫງົບຮອບດ້ານຕຳຫຼວດລາວ-ກຳປູເຈຍ ຈັດກອງປະຊຸມຮ່ວມມືສອງຝ່າຍປີ 2023

ລະຫວ່າງ ວັນທີ 18-20 ມີນາ 2023, ໂດຍຕອບສະໜອງຕາມຄໍາເຊີນຂອງ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ແຫ່ງ ຣາຊະ ອານາຈັກກຳປູເຈຍ ນໍາໂດຍ ສົມເດັດ ກຼໍລາໂຮມ ຊໍ ເຄັງ ຮອງນາຍົກລັດຖະ ມົນ ຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍບັນດາຄະນະຜູ້ແທນຂັ້ນສູງ, ໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ

ພ້ອມທັງ ເຂົ້າຮ່ວມກອງປະຊຸມ ວ່າດ້ວຍການຮ່ວມມືສອງຝ່າຍ ປະຈຳປີ 2023 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະ ຊວງພາຍໃນກໍາປູເຈຍ ຢ່າງເປັນທາງການໃນວັນທີ 19 ມີນາ 2023; ເຊິ່ງພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢູ່ທີ່ກະຊວງປ້ອງກັນຄວາມສະຫງົບ ໂດຍການຕ້ອນຮັບຂອງທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ.

SA Game
Lao National Radio
ຈາກນັ້ນ, ພົນເອກ ວິໄລ ຫຼ້າຄໍາຟອງ ແລະ ສົມເດັດ ກຼໍລາໂຮມ ຊໍ ເຄັງ ກໍໄດ້ເຂົ້າຮ່ວມເປັນປະທານກອງປະຊຸມ ວ່າດ້ວຍການຮ່ວມມືສອງຝ່າຍ ປະຈໍາປີ 2023; ໂດຍມີບັນດາຄະນະຜູ້ແທນຂັ້ນສູງ ຈາກກະຊວງປ້ອງກັນຄວາມສະຫງົບລາວ, ບັນດາຄະນະຜູ້ແທນຂັ້ນສູງ ຈາກກະຊວງພາຍໃນ ກຳປູເຈຍ; ພ້ອມດ້ວຍການນຳຈາກແຂວງທີ່ມີຊາຍຕິດຈອດກັນຂອງສອງປະເທດ ເຊັ່ນ:
ແຂວງຈໍາປາສັກ ແລະ ແຂວງອັດຕະປື ຂອງ ສປປ ລາວ ແລະ ແຂວງສະຕຶງແຕຣງ, ແຂວງຣັດຕະນະຄີລີ ແລະ ແຂວງພະວິຫານ ຂອງຣາຊະອານາຈັກກໍາປູເຈຍ ເຂົ້າຮ່ວມ.

ກອງປະຊຸມວ່າດ້ວຍການຮ່ວມມືສອງຝ່າຍໃນຄັ້ງນີ້, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ແລະ ຄະນະຜູ້ແທນຂັ້ນສູງກະຊວງພາຍໃນກຳປູເຈຍ ໄດ້ພ້ອມກັນທົບທວນຄືນ ແລະ ຕີລາຄາສະພາບ ແລະ ຜົນສໍາເລັດການພົວພັນຮ່ວມມືລະຫວ່າງສອງຝ່າຍ ໃນການຈັດຕັ້ງປະຕິບັດແຜນການຮ່ວມມື ຕາມບົດບັນທຶກວ່າດ້ວຍການຮ່ວມມືສອງຝ່າຍ ທີ່ລັດຖະມົນຕີຂອງທັງສອງກະຊວງໄດ້ລົງນາມຮ່ວມກັນໃນປີ 2021 ຜ່ານມາ; ພ້ອມທັງ ຮ່ວມກັນປຶກສາຫາລື ແລະ ຮັບຮອງເອົາແຜນການຮ່ວມມືລະຫວ່າງສອງກະຊວງ ໃນປີ 2023.

ເຖິງແມ່ນວ່າໃນປີ 2022 ຜ່ານມາ ທັງສອງຝ່າຍຈະບໍ່ໄດ້ມີການຈັດຕັ້ງປະຕິດບັດທຸກກິດຈະກຳ ທີ່ໄດ້ກໍານົດໄວ້ຢູ່ໃນບົດບັນທຶກການຮ່ວມມື ລະຫວ່າງສອງກະຊວງ ທີ່ສອງລັດຖະມົນຕີໄດ້ລົງນາມໃນເດືອນພະຈິກ 2021 ຜ່ານລະບົບກອງປະຊຸມທາງໄກ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ຄະນະຜູ້ແທນຂັ້ນສູງທັງສອງຝ່າຍ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ເນື້ອໃນຈິດໃຈ ແລະ ການຮ່ວມມືທີ່ດີ ລະຫວ່າງເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນທຸກລະດັບ ໂດຍສະເພາະແມ່ນບັນດາແຂວງຊາຍແດນຂອງສອງປະເທດ

ສໍາລັບການຮ່ວມມືໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການແກ້ໄຂບັນຫາຕ່າງໆ ດ້ວຍຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນແລະກັນ ປະກອບສ່ວນສໍາຄັນເຂົ້າໃນການເສີມສ້າງສາຍພົວພັນແບບບ້ານໃກ້ເຮືອນຄຽງ. ກອງປະຊຸມໄດ້ຕີລາຄາສະພາບການຮ່ວມມືທີ່ຍັງປະຕິບັດບໍ່ທັນໄດ້ ແລະ ເຫັນວ່າ ທັງສອງຝ່າຍຍັງຕ້ອງໄດ້ເພີ່ມມະວີໃນການປະຕິບັດໃຫ້ເປັນຮູບປະທໍາຫຼາຍຂຶ້ນ ເຊັ່ນ: ການຢ້ຽມຢາມແລກປ່ຽນປະສົບການຂອງກົມກອງວິຊາສະເພາະ, ການປະຊຸມພົບປະລະຫວ່າງທ້ອງຖິ່ນ, ການຝຶກອົບຮົມບຸກຄະລາກອນ, ການສຶກສາອົບຮົມປະຊາຊົນທີ່ດໍາລົງຊີວິດຢູ່ລຽບຕາມຊາຍແດນຂອງສອງປະເທດໃຫ້ຮ່ວມກັນຈັດຕັ້ງປະຕິບັດກົດໝາຍກໍຄືລະບຽບການເຂົ້າ-ອອກເມືອງຂອງສອງປະເທດ.

ພ້ອມດຽວກັນນີ້, ຄະນະຜູ້ແທນຂັ້ນສູງທັງສອງຝ່າຍ ຍັງໄດ້ຮ່ວມກັນພິຈາລະນາ ແລະ ຕົກລົງເປັນເອກະພາບກັນຮັບຮອງເອົາແຜນການຕ່າງໆ ທີ່ທັງສອງກະຊວງຈະສືບຕໍ່ຮ່ວມມືກັນຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບຮອບດ້ານ ໃນປີ 2023 ເປັນຕົ້ນແມ່ນການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ການຮ່ວມມືໃນການກວດກາ ແລະ ຄວບຄຸມຢາເສບຕິດ, ການຮ່ວມມືດ້ານການຕ້ານການຄ້າມະນຸດ, ການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ແລະ ການຂ້າມຊາຍແດນ
ການຮ່ວມມືໃນການສະກັດກັ້ນ ແລະ ຕ້ານອາຊະຍາກໍາທາງໂທລະຄົມ ແລະ ຄອມພິວເຕີ, ການຮ່ວມມືແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ, ການຮ່ວມມືດ້ານການກໍ່ສ້າງກໍາລັງ ແລະ ການຮ່ວມມືດ້ານອື່ນໆ ເພື່ອໃຫ້ມີຄວາມຖືກຕ້ອງ, ສອດຄ່ອງ ກັບແນວທາງການຕ່າງປະເທດຂອງສອງປະເທດ ແລະ ເຮັດໃຫ້ໝາກຜົນຂອງການພົວພັນຮ່ວມມືລະຫວ່າງສອງກະຊວງໃນຕໍ່ໜ້ານີ້ ສາມາດຮັບປະກັນໃຫ້ສອງປະເທດ ຄືລາວ ແລະ ກຳປູເຈຍ ມີຄວາມສະຫງົບ, ປອດໄພ ແລະ ສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການສ້າງສາພັດທະນາ ທັງສອງປະເທດ.
SA Game
Lao National Radio

ໃນໂອກາດດຽວກັນນີ້, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີ ລັດງ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ສົມເດັດ ກຼໍລາໂຮມ ຊໍ ເຄັງ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງພາຍໃນ ແຫ່ງ ຣາຊະ ອານາຈັກກໍາປູເຈຍ

ກໍໄດ້ລົງນາມໃນບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແລະ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກກໍາປູເຈຍ ປະຈໍາປີ 2023 ເພື່ອເປັນບ່ອນອີງໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ຂອງທັງສອງກະຊວງ ຮ່ວມມືກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດຕາມຄາດໝາຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Lao National Radio