ປ່ຽນ​ຜູ້​ບໍ​ລິ​ຫານ​ໃໝ່ ມອບ- ຮັບໜ້າທີ່ ກະຊວງ ພະລັງງານ ແລະ ບໍ່ແຮ່

SA Game

ຂ​ປ​ລ

ພິ​ທີ່ ມອບ- ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່

ໃນວັນທີ 3 ກຸມພາ 2023 ໄດ້​ມີພິທີມອບ-ຮັບທີ່ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລະຫວ່າງ ທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ (ຜູ້ເກົ່າ) ແລະ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງ ພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ (ຜູ້ໃໝ່)

ໂດຍມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ.

ໃນພິທີ ທ່ານ ວີສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານບັນດານິຕິກຳທີ່ກ່ຽວຂ້ອງເປັນຕົ້ນແມ່ນຄຳສັ່ງຂອງກົມການເມືອງສູນກາງພັກ, ລັດຖະດໍາລັດຂອງປະທານປະເທດ, ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງການນຳຂັ້ນສູງຢູ່ກະຊວງພະລັງງານ ແລະ ບໍ່ແຮ່

SA Game
ຂ​ປ​ລ

ໃນນີ້ໄດ້ຕົກລົງຍົກຍ້າຍ ທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ,

ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄປຮັບໜ້າທີ່ໃໝ່ຢູ່ແຂວງສາລະວັນ ແລະ ຍົກຍ້າຍ, ແຕ່ງຕັ້ງ ທ່ານ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສາລະວັນ ມາຮັບໜ້າທີ່ໃໝ່ເປັນເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຜູ້ໃໝ່.

ໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການນໍາພາ-ຊີ້ນຳຂອງຄະນະພັກ, ຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ໃນໄລຍະ 2 ປີຜ່ານມານ ພາຍໃຕ້ການນຳພາຂອງ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຜູ້ເກົ່າ ຊຶ່ງໄດ້ພ້ອມກັບໝູ່ຄະນະ ແລະ ພະນັກງານ, ລັດຖະກອນ, ກຳມະກອນ ບຸກບືນສູ້ຊົນ, ສຸມສະຕິປັນຍາ, ເຫື່ອແຮງ, ຜ່ານຜ່າຄວາມຫຍຸ້ງຍາກເຮັດສຳເລັດໜ້າທີ່ການເມືອງ ອັນມີກຽດ.

ພ້ອມນີ້, ທ່ານຍັງໄດ້ຊີ້ໃຫ້ເຫັນວ່າ: ການຍົກຍ້າຍ, ສັບຊ້ອນບ່ອນປະຈຳ ການຂອງການນຳຂັ້ນສູງ ແມ່ນກົດເກນ, ຂໍ້ກໍານົດ ແລະ ກົດລະບຽບຂອງພັກເຮົາທີ່ໄດ້ຈັດຕັ້ງປະຕິບັດເປັນປະຈໍາ ແລະ ປົກກະຕິ.

SA Game
ຂ​ປ​ລ

ພ້ອມທັງໄດ້ຊີ້ນໍາໃຫ້ ຜູ້ທີ່ຮັບການແຕ່ງຕັ້ງໃໝ່ ແລະ ຜູ້ທີ່ຖືກຍົກຍ້າຍ ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງ ເພື່ອເຮັດຫລ້ອນໜ້າທີ່ທີ່ພັກ, ລັດ ມອບໝາຍໃຫ້, ເຄື່ອນໄຫວ ແລະ ຈັດຕັ້ງປະຕິ ບັດໜ້າທີ່ຂອງຕົນ ຕາມນະໂຍບາຍ, ລັດຖະທໍາມະນູນ ແລະ ກົດໝາຍຂອງລັດຢ່າງເຄັ່ງຄັດ, ເຕົ້າໂຮມຄວາມສາມັກ ຄີພາຍໃນໃຫ້ແໜ້ນແຟ້ນ ແລະ ນໍາພາການເຄື່ອນໄຫວວຽກງານຕາມຫລັກການຂອງພັກ ຢ່າງເຂັ້ມງວດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.