ການສະຫລຸບວຽກງານປ້ອງກັນຊາດ ຂອງກະຊວງປ້ອງກັນປະເທດ

SA Game

ຂ​ປ​ລ

​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດປະ​ຊຸມສະຫລຸບວຽກງານປ້ອງກັນຊາດ ປະຈໍາປີ 2022

ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະ ຫລຸບຕີລາຄາວຽກງານປ້ອງກັນຊາດ ປະຈໍາປີ 2022 ເເລະ ວາງທິດທາງເເຜນການ ປະຈຳປີ 2023 ໃນວັນທີ 2 ກຸມພາ 2023 ນີ້, ໂດຍມີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະນໍາ, ນາຍ ເເລະ ພົນທະຫານ ອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

ການຈັດກອງປະຊຸມຄັ້ງນີ້, ເພື່ອສັງເກດຕີລາຄາ ການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆໃນ 1 ປີຜ່ານມາ ໂດຍສະເພາະ 4 ໜ້າທີ່ໃຫຍ່ ເເລະ 26 ເເຜນງານ ທີ່ກະຊວງ ກໍຄື

ກົມກອງຕ່າງໆອ້ອມຂ້າງກະຊວງປ້ອງກັນປະເທດ ຍາດມາໄດ້ໃນປີຜ່ານມາ ເພື່ອຄວາມເປັນເອກະພາບໃນການປັບປຸງກໍ່ສ້າງກອງທັບໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ເເລະ ພ້ອມກັນຄົ້ນຄວ້າເປັນເອກະພາບໃນທິດທາງເເຜນການທີ່ຈະສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດໃນປີ 2023 ໃຫ້ມີປະສິດທີພາບ ເເລະ ປະສິດທີຜົນຫລາຍຂຶ້ນກວ່າເກົ່າ.

SA Game
ຂ​ປ​ລ

ໂອກາດດັ່ງກ່າວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນກ່າວໄຂກອງປະຊຸມບາງເນື້ອໃນສຳຄັນວ່າ: ໃນປີ 2022 ຜ່ານມາ ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກກະຊວງປ້ອງກັນປະເທດ ກໍຄື ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກແລະ ວຽກງານຈຸດສຸມຂອງກະຊວງພວກເຮົາສາມາດຍາດໄດ້ຜົນສຳເລັດໃນຫລາຍດ້ານ

ຍັງຮັບປະກັນສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງໜັກແໜ້ນ ແລະ ທົ່ວເຖິງມີຜົນສຳເລັດເປັນຢ່າງດີ, ເຮັດໃຫ້ບົດບາດອິດທິພົນຂອງຊາດລາວເຮົາ ພົ້ນເດັ່ນຂຶ້ນໃນເວທີສາກົນ ແລະ ພາກພື້ນ, ໃນນັ້ນ, ກອງທັບເຮົາໄດ້ເປັນກໍາລັງຫລັກແຫລ່ງໃນການປ້ອງກັນບັນດາວັນບຸນຕ່າງໆ ແລະ ກອງປະຊຸມສຳຄັນຕ່າງໆ ມີຄວາມສະຫງົບປອດໄພ 100% ສ້າງໄດ້ຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈຈາກການນຳພັກ, ລັດ ກໍຄື ປະຊາຊົນລາວບັນດາເຜົ່າ.

SA Game
ຂ​ປ​ລ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມຍົກສູງຈິດໃຈຄວາມເປັນເຈົ້າການ ເສີມຂະຫຍາຍປະຊາທິປະໄຕ ເເລະ ມີຄວາມຮັບຜິດຊອບໃນການເບິ່ງບັນຫາ, ຕີລາຄາສະພາບການຢ່າງພາວະວິໄສ, ຕ້ອງເບິ່ງຄືນບັນດາໜ້າວຽກທີ່ເຮັດໄດ້ ແລະ ບັນຫາທີ່ຫຍໍ້ທໍ້, ຄົງຄ້າງ ເພື່ອກຳນົດທິດທາງວຽກງານຈຸດສຸມໃນປີ 2003 ໃຫ້ແທດເໝາະກັບສະພາບຕົວຈິງຂອງກອງທັບເຮົາ, ບົນພື້ນຖານການຊຸກຍູ້ຂະບວນການປະຕິບັດໜ້າທີ່ວຽກງານໃນດ້ານຕ່າງໆດ້ວຍຈິດໃຈບຸກທະລຸ, ມີການຫັນປ່ຽນທີ່ຕັ້ງໜ້າຫລາຍຂຶ້ນ ແລະ ເກີດໝາກຜົນຕົວຈິງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.