ປັບ​ປຸງ​ໃຫ້ວ່ອງໄວ ຍຸຕິທຳ ແລະ ໂປ່ງໃສໃນ​ການ​ຮ່ວມ​ມື ອອປສ-ປກສ

SA Game

ຂ​ປ​ລ

ອອປສ-ປກສ ຮ່ວມມືການປະສານງານກັນ ເພື່ອ​ຄວາມໂປ່ງໃສ ແລະ ວ່ອງໄວ ຍຸຕິທຳ

ຄວາມ​ໂປງ​ໃສ​ຕ້ອງ​ມີ​ໃນ​ການ​ປະ​ຕິ​ບັດ​ການ​ຂອງ ອອ​ປ​ສ ແລະ ປກ​ສ, ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກົມຕຳຫລວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ໄດ້ດຳເນີນກອງປະຊຸມ ເພື່ອສືບຕໍ່ຮ່ວມມືການປະສານງານ ໃນການປະຕິບັດໜ້າທີ່ວຽກງານໃຫ້ມີຄວາມໜັກແໜ້ນ, ວ່ອງ ໄວ ແລະ ທັນກັບສະພາບໃນຍຸກປັດຈຸບັນໃນທ້າຍອາທິດທີ່ຜ່ານມາ.

ທັງສ້າງກົນໄກປະສານສົມທົບໃນການຈັດຕັ້ງປະຕິບັດກົດໝາຍໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ ໃຫ້ມີຄວາມເປັນເອກະພາບ, ກົມກຽວ ເພື່ອຊຸກຍູ້ເຊິ່ງກັນ ແລະ ກັນ ໃນການປະຕິບັດຕາມສິດ ແລະ ໜ້າທີ່ຂອງຕົນ, ຍົກສູງຄວາມຮັບຜິດຊອບຂອງພະນັກງານທັງສອງພາກສ່ວນ ໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນ ໃຫ້ມີຄວາມເປັນເອກະພາບ, ຍຸຕິທຳ, ໂປ່ງໄສ ແລະ ສາມາດກວດກາໄດ້.

SA Game
ຂ​ປ​ລ

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບການ ຕິດຕາມກວດກາການປະຕິບັດກົດໝາຍຢູ່ສະຖານທີ່ກັກຕົວ, ກັກຂັງ, ສູນດັດສ້າງ ແລະ ຄ້າຍດັດສ້າງ ຂອງບັນດາແຂວງ, ນະຄອນຫລວງວຽງຈັນ,ຄ້າຍຄຸມຂັງຂອງພາກ ທີ່ຂຶ້ນກັບການຄຸ້ມຄອງຂອງກົມຕຳຫລວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ຈາກທ່ານ ຮອງຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງ ໄດ້ຜ່ານຮ່າງບົດບັນທຶກຮ່ວມມື ລະຫວ່າງ ກົມຕິດຕາມກວດກາຄ້າຍຄຸມຂັງ – ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກົມຕໍາຫລວດຄຸມຂັງ – ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ເພື່ອສຶບຕໍ່ການປະສານງານໃນການຕິດຕາມກວດກາຄ້າຍຄຸມຂັງດັດສ້າງ, ວຽກງານຄຸມຂັງ ເປັນວຽກງານໜື່ງທີ່ມີ ຄວາມສຳຄັນ ຊຶ່ງຜ່ານມາການປະຕິບັດກົດໝາຍ ໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ສູນດັດສ້າງ ຄ້າຍດັດສ້າງ ກໍເຫັນວ່າມີການຈັດຕັ້ງປະຕິບັດທີ່ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແຕ່ເນື່ອງຈາກສະພາບປັດຈຸບັນ ທາງດ້ານ ເສດຖະກິດ-ສັງຄົມມີການຜັນແປ ຊຶ່ງເປັນສາເຫດພາໃຫ້ມີປາກົດການຫຍໍ້ທໍ້ຂອງສັງຄົມ ເກີດມີການກະທໍາຜິດ ແລະ ມີນັກໂທດເພີ່ມຂຶ້ນ, ອີກດ້ານໜຶ່ງເພື່ອເຮັດໃຫ້ການປະສານງານລະຫວ່າງ ອົງການໄອຍະການປະຊາຊົນ ແລະ ກະຊວງປ້ອງກັນຄວາມສະຫງົບ

SA Game
ຂ​ປ​ລ

ກອງປະຊຸມ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຂັນທະວີ ວິໄລສັກ ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ ແລະ ທ່ານ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫລວດຄຸມຂັງ-ດັດສ້າງ ກະຊວງ ປກສ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ. ພ້ອມທັງ ມີການແລກປ່ຽນຄໍາຄິດຄໍາເຫັນເຂົ້າໃສ່ເນື້ອໃນບົດບັນທຶກ ເພື່ອໃຫ້ມີຄວາມສົມບູນຖືກຕ້ອງ ແລະ ສອດຄ່ອງກັບຄວາມເປັນຈິງ, ກ່ອນການລົງນາມເຊັນບົດບັນທຶກຮ່ວມ ເພື່ອເປັນນິຕິກຳນຳໃຊ້ໄດ້ຢ່າງເປັນທາງການ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ແລະ ເປັນທິດທາງໃນການແກ້ໄຂບັນຫາໃຫ້ມີປະສິດທິຜົນສູງຂຶ້ນເລື້ອຍໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອອປສ