ຄໍາເຫັນປະ​ທານ​ປະ​ເທດ​ລາວຕໍ່ກອງປະຊຸມກ່ຽວກັບອະນາຄົດຂອງອາຊີ

SA Game

ທີມຂ່າວໂທລະພາບແຫ່ງຊາດລາວ

ທ່ານ ທອງລຸນ ສີສຸລິດ ມີຄໍາເຫັນຕໍ່ກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 28

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ໃນໂອກາດເຂົ້າຮ່ວມ ກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 28 ໃນວັນທີ 26 ພຶດສະພາ 2023 ຄັ້ງນີ້ວ່າ: ກອງປະຊຸມໄດ້ວາງຫົວຂໍ້ “ຍົກສູງບົດບາດ ຂອງອາຊີ ເພື່ອຮັບມືກັບສິ່ງທ້າທາຍຂອງໂລກ ໃນປັດຈຸບັນ” ເປັນຫົວ ຂໍ້ທີ່ແທດເໝາະກັບສະພາບການ ທີ່ທົ່ວໂລກກຳລັງຜັນແປຢ່າງສັບສົນ, ຫົວຂໍ້ນີ້ ທັງເປັນໂຈດໃຫຍ່ ເຊິ່ງພວກເຮົາທັງຫລາຍຄວນຊອກຫາຄຳຕອບ ທີ່ຊັດເຈນ ຫລື ພວກເຮົາອາດຈະສະເໜີທັດສະນະຂອງຕົນ, ຂອງປະເທດຕົນວ່າ ອາຊີມີບົດບາດ, ມີກຳລັງແຮງຫຍັງແດ່ ຕໍ່ກັບການຮັບມືກັບສິ່ງທ້າທາຍ ທີ່ກໍາລັງເກີດຂຶ້ນ ແລະ ຈະເກີດຂຶ້ນ ໃນຕໍ່ໜ້ານີ້.

ໂອກາດນີ້, ທ່ານປະທານປະເທດ ແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນຫລາຍບັນຫາສຳຄັນທີ່ເກີດຂຶ້ນໃນພາກພື້ນອາຊີ ລວມທັງວິກິດການຕ່າງໆຕ່າງໆ ທີ່ພາກພື້ນ ແລະ ໂລກກໍາລັງປະເຊີນຢູ່ໃນປັດຈຸບັນ. ພ້ອມນີ້, ທ່ານຍັງໄດ້ ມີຄຳເຫັນ ແລະ ຂໍສະເໜີບາງຂໍ້ຄິດ ເພື່ອແລກປ່ຽນສົນທະນາ ກັບບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມສຳຄັນນີ້ ດັ່ງນີ້:

ໜຶ່ງ.

ພວກເຮົາທຸກຄົນຄົງມີຄວາມເປັນຫ່ວງຕໍ່ສະພາບຄວາມເຄັ່ງຕຶງ ແລະ ຂໍ້ຂັດແຍ່ງ ແລະ ການປະທະກັນດ້ວຍກໍາລັງອາວຸດ ໃນພາກພື້ນຕ່າງໆຂອງໂລກ ທີ່ນັບມື້ນັບເພີ່ມທະວີຄວາມຮຸນແຮງຂຶ້ນ ແລະ ມີທ່າອ່ຽງເປັນໄປໄດ້ໃນການລຸກລາມໄປເປັນສົງຄາມໃຫຍ່ ທີ່ຂະຫຍາຍເປັນວົງກວ້າງ ຫລື ອາດຈະກາຍເປັນສົງຄາມໂລກໄດ້.

ນີ້ຄືຄວາມເປັນຫ່ວງກັງວົນທີ່ມີຈິງ, ເພາະວ່າມວນມະນຸດຂອງພວກເຮົາເຄີຍມີບົດຮຽນອັນເຈັບແສບມາແລ້ວ ແລະ ປະເຊີນກັບຄວາມຫາຍະນະຈາກສົງຄາມໃຫຍ່ຕ່າງໆລວມທັງສົງຄາມໂລກທັງສອງຄັ້ງ ທີ່ເກີດຂຶ້ນໃນອະດີດທີ່ຜ່ານມາ ທີ່ໄດ້ສ້າງຄວາມຫາຍະນະຕໍ່ໂລກມາແລ້ວ, ຂ້າພະເຈົ້າເຫັນວ່າ ມະນຸດຊາດພວກເຮົາ ເຖິງຈະບໍ່ສາມາດປ່ຽນແປງປະຫວັດສາດອັນເຈັບປວດນັ້ນໄດ້, ແຕ່ຢ່າງນ້ອຍ ພວກເຮົາກໍສາມາດນຳເອົາບົດຮຽນທີ່ເກີດຂຶ້ນໃນປະຫວັດສາດນັ້ນ ມາປັບປຸງປ່ຽນແປງ ແລະ ແກ້ໄຂບັນຫາທ້າທາຍທີ່ກຳລັງຜະເຊີນຢູ່ ເພື່ອສ້າງໂລກຂອງພວກເຮົາໃຫ້ມີສັນຕິພາບ ແລະ ປະຊາ ຊົນດຳລົງຊີວິດຮ່ວມກັນຢ່າງຜາສຸກໄດ້.

SA Game
ທີມຂ່າວໂທລະພາບແຫ່ງຊາດລາວ

ພາກພື້ນອາຊີຂອງເຮົາກໍ່ເຊັ່ນດຽວກັນ, ໃນອະດີດເຄີຍໄດ້ຮັບບົດຮຽນທີ່ເຈັບປວດຈາກສົງຄາມ ແລະ ຄວາມຂັດແຍ່ງ ເຊິ່ງຫລາຍຂໍ້ຂັດແຍ່ງທາງປະຫວັດສາດ ແມ່ນຍັງບໍ່ທັນໄດ້ຮັບການແກ້ໄຂ ແລະ ເປັນມູນເຫດທີ່ຈະນໍາໄປສູ່ການເກີດຄວາມຂັດແຍ່ງໃໝ່ ແລະ ເພີ່ມທະວີຄວາມຮຸນແຮງຂຶ້ນເລື້ອຍໆ.

ຕໍ່ບັນຫາດັ່ງກ່າວ, ຂ້າພະເຈົ້າເຫັນວ່າ ການແກ້ໄຂບັນຫາດ້ວຍການໃຊ້ມາດຕະການຕອບໂຕ້ດ້ວຍກໍາລັງ, ດ້ວຍການບີບບັງຄັບ, ດ້ວຍການຂວໍ້າບາດ, ລ້ອມປ່ຽວ ມີແຕ່ຈະເຮັດໃຫ້ຄວາມຂັດແຍ່ງນັ້ນບານປາຍ, ແກ້ບໍ່ຕົກ, ກ້າວໄປສູ່ເຫວເລິກແຫ່ງວິກິດການ, ນຳໄປສູ່ສົງຄາມ ແລະ ນຳມາເຊິ່ງຄວາມຫາຍະນະ ຕໍ່ມວນມະນຸດໄດ້.

ສະນັ້ນ, ການຮ່ວມກັນແກ້ໄຂບັນຫາບົນຫລັກການ ປະຊາທິປະໄຕ, ສະເໝີພາບ, ເຄົາລົບເຊິ່ງກັນ ແລະ ກັນ, ຄຳນຶງເຖິງຜົນປະໂຫຍດແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໂດຍລວມໃຫ້ແກ່ມວນມະນຸດພວກເຮົາ ແມ່ນຈະສາມາດຂ້າມຜ່ານສິ່ງທ້າທາຍ ແລະ ວິກິດການທີ່ກຳລັງປະເຊີນຢູ່ໄດ້ຢ່າງມີຄວາມຫວັງ, ເພາະບໍ່ວ່າສົງຄາມຈະນ້ອຍ ຫລື ໃຫຍ່, ໃນທີ່ສຸດກໍ່ຈະຈົບລົງດ້ວຍການຫັນໜ້າ ເຂົ້າຫາກັນ, ພົບປະເຈລະຈາຫາທາງປະນີປະນອມກັນ.

ສະນັ້ນ, ຂ້າພະເຈົ້າ ຂໍສະເໜີວ່າ ເພື່ອຫລີກລ່ຽງຄວາມເຄັ່ງຕຶງ ແລະ ການເກີດສົງຄາມ, ພາກພື້ນອາຊີ ຂອງພວກເຮົາຄວນສືບຕໍ່ມີບົດບາດສູງຂຶ້ນໃນເວທີໂລກ ເພື່ອເຊີດຊູ ແລະ ຍຶດໝັ້ນບັນດາຫລັກການ ຢູ່ຮ່ວມກັນໂດຍສັນຕິ, ເຄົາລົບນັບຖືເຊິ່ງກັນ ແລະ ກັນ, ປະຕິບັດກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ ຢ່າງເຂັ້ມງວດ, ນຳເອົາມູນເຊື້ອຂອງຄົນອາຊີ ທີ່ຮັກຫອມ ແລະ ຖະນຸຖະໜອມສັນຕິພາບ ທີ່ເປັນຕົ້ນທຶນແລ້ວນັ້ນ ເພື່ອຊຸກຍູ້ການແກ້ໄຂບັນຫາໂດຍສັນຕິວິທີ ແລະ ສະແຫວງຫາຄວາມເປັນມິດກັບທຸກປະເທດໃນໂລກ ເພື່ອສືບຕໍ່ສ້າງພາກພື້ນອາຊີຂອງພວກເຮົາ ໃຫ້ກາຍເປັນພາກພື້ນທີ່ມີການເຊື່ອມໂຍງ ແລະ ໄດ້ຮັບການພັດທະນາ ທີ່ມີຄວາມສີວິໄລຢ່າງທົ່ວເຖິງ.

ສອງ.

ເພື່ອຢາກໃຫ້ພາກພື້ນອາຊີ ສືບຕໍ່ເປັນພາກພື້ນທີ່ມີຄວາມເຂັ້ມແຂງ, ມີບົດບາດ ແລະ ອິດທິພົນໃນເວທີສາກົນໄດ້ນັ້ນ, ພວກເຮົາຕ້ອງໄດ້ຍົກສູງການຮ່ວມມືໃນລະດັບຕ່າງໆ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ດ້ວຍຄວາມຈິງໃຈ ເພື່ອຮ່ວມມືກັນບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ບັນດາປະເທດທີ່ພັດທະນາແລ້ວ ກໍຕ້ອງໄດ້ເອົາໃຈໃສ່ສືບຕໍ່ຊ່ວຍເຫລືອບັນດາປະເທດກໍາລັງພັດທະນາ ເພື່ອຫລຸດຊ່ອງຫວ່າງຄວາມແຕກໂຕນຂອງການພັດທະນາໃນປະເທດຕ່າງໆຢູ່ໃນພາກພື້ນຂອງພວກເຮົາ, ພ້ອມທັງເປີດກວ້າງການຮ່ວມມືດ້ານຕ່າງໆ ເປັນຕົ້ນ ດ້ານການເມືອງ, ເສດຖະກິດ, ສັງຄົມ, ສົ່ງເສີມດ້ານການຄ້າ ແລະ ການລົງທຶນ ໃຫ້ນັບມື້ນັບກວ້າງຂວາງຂຶ້ນໃນທຸກໆດ້ານ; ກົນໄກການຮ່ວມມືໃນຂອບຕ່າງໆ ທີ່ສ້າງຕັ້ງຂຶ້ນໃນພາກພື້ນ ຄວນແນໃສ່ເພື່ອຂັບເຄື່ອນການພັດທະນາ ແລະ ການຫລຸດຜ່ອນຄວາມທຸກຍາກ ຂອງປະຊາຊົນໃນທຸກປະເທດຢ່າງແທ້ຈິງ, ນັ້ນກໍເພື່ອນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນໃນພາກພື້ນ, ແຕ່ຫາກບໍ່ແມ່ນການສ້າງຂຶ້ນມາເພື່ອການແຊກແຊງກິດຈະການພາຍໃນຂອງກັນ ແລະ ກັນ ແຕ່ຢ່າງໃດ, ຖ້າຫາກພວກເຮົາພ້ອມກັນຢືດຖືຫລັກການການຮ່ວມມືສາກົນ ແລະ ນໍາເອົາທ່າແຮງດ້ານຕ່າງໆແຫ່ງການພັດທະນາຂອງອາຊີ ທີ່ມີຢູ່ໃນປັດຈຸບັນ ບວກໃສ່ມູນເຊື້ອອັນດີງາມທີ່ພາກພື້ນອາຊີມີມາແຕ່ອະດີດ ເຊື່ອໝັ້ນວ່າ ພາກພື້ນຂອງພວກເຮົາຈະເປັນພາກພື້ນທີ່ມີຄວາມເຂັ້ມແຂງ, ມີຄວາມຈະເລີນ ສີວິໄລ ສົມກັບທີ່ມີການຂະໜານນາມໃຫ້ພາກພື້ນອາຊີໃນໄລຍະຜ່ານມາວ່າ: “ສະຕະວັດທີ 21 ແມ່ນສະຕະວັດຂອງອາຊີ’’;

ສາມ.

ສະພາບການຂອງໂລກປັດຈຸບັນ ທີ່ໄດ້ຜັນແປໄປຢ່າງສັບສົນ ທີ່ມີລັກສະນະເຮັດໃຫ້ປະຊາຄົມໂລກວິຕົກກັງວົນ ນັ້ນແນວໃດ, ພຽງແຕ່ສັງເກດບັນດາຫົວຂໍ້ ຂອງກອງປະຊຸມສາກົນ ກ່ຽວກັບອະນາຄົດ ຂອງອາຊີ ທີ່ກຳນົດອອກມາ ແຕ່ລະປີຂອງສຳນັກໜັງສືພິມນິເກະ ເປັນຕົ້ນໃນ ປີ 2013 ພວກເຮົາສົນທະນາກັນໃນຫົວຂໍ້ :“ຄົ້ນຫາການເປັນຄູ່ຮ່ວມໃໝ່ ລະຫວ່າງໂລກ ແລະ ອາຊີ; (ສ່ວນ 3 ປີ ຕໍ່ມາຂ້າພະເຈົ້າບໍ່ໄດ້ເຂົ້າຮ່ວມ, ປີ2017 ມີຫົວຂໍ້ “ໄລຍະຂ້າມຜ່ານ ຂອງຍຸກໂລກາພິວັດ ອາຊີ ຈະກ້າວໄປແນວໃດ, ປີ 2018 ແມ່ນຫົວຂໍ້ “ສືບຕໍ່ເປີດກວ້າງອາຊີຈະເຮັດແນວໃດ ເພື່ອບັນລຸຄວາມວັດທະນາຖາວອນ ແລະ ມີສະຖຽນລະພາບ, ປີ 2019 ກັບມາສູ່ຫົວຂໍ້ “ຊອກຫາລະບຽບໃໝ່ຂອງໂລກ ເພື່ອແກ້ໄຂຄວາມວຸ່ນວາຍສັບສົນ”, ປີ 2021 ແມ່ນຫົວຂໍ້ “ສ້າງຍຸກສະໄໝ ຫລັງໂຄວິດ-19, ບົດບາດຂອງອາຊີ ໃນການຟື້ນຕົວຂອງໂລກ”, ປີ 2022 ຜ່ານມານີ້, ພວກເຮົາ ໄດ້ສົນທະນາໃນຫົວຂໍ້ “ບົດບາດໃໝ່ ຂອງອາຊີໃນໂລກ ທີ່ມີການແຕກແຍກ”ແລະ ໃນປີ 2023 ນີ້, ນິເກະ ໄດ້ນໍາເອົາຫົວຂໍ້“ຍົກສູງບົດບາດຂອງອາຊີ ເພື່ອຮັບມືກັບສິ່ງທ້າທາຍກວມໂລກໃນປະຈຸບັນ”.

SA Game
ທີມຂ່າວໂທລະພາບແຫ່ງຊາດລາວ

ທ່ານປະທານປະເທດແຫ່ງ ສປປ ລາວ ໄດ້ກ່າວອີກວ່າ: ໃນແຕ່ລະປີໂລກຂອງພວກເຮົາ ມີພັດທະນາການນັບມື້ ນັບໄປສູ່ທາງລົບ, ມີຄວາມທ້າທາຍ, ຍິ່ງມີຄວາມຫຍຸ້ງຍາກຂຶ້ນທີ່ຈະແກ້ໄຂໄດ້, ຢາກບໍ່ຢາກຖ້າຈະປະປ່ອຍສະພາບແນວນີ້ ມັນຈະມີຄວາມສ່ຽງທີ່ໂລກຈະມີຄວາມຫາຍະນະ (ຖ້າບໍ່ຖືກແກ້ໄຂ) ນີ້ຄືມູມມອງຂອງຂ້າພະເຈົ້າ ຜ່ານການຕິດຕາມສະຖານະການ ຂອງໂລກຢ່າງໃກ້ຊິດຢູ່ນີ້. ເພາະວ່າພວກເຮົາຈະເຫັນນໍາກັນວ່າ ໂລກກໍາລັງມີສອງທ່າອ່ຽງສຳຄັນ ທີ່ກົງກັນຂ້າມກັນ, ມີສອງທັດສະນະຄະຕິ ແລະ ສອງແນວຄວາມຄິດ, ສອງຍຸດທະສາດ ທີ່ແຕກຕ່າງກັນເກີດຂຶ້ນ ໃຫ້ພວກເຮົາເຫັນກັນຢ່າງຈະແຈ້ງ ເຊັ່ນ : ການແກ້ໄຂຄວາມຂັດແຍ່ງດ້ວຍການໃຊ້ກໍາລັງ ແລະ ເອົາວິທີການບັງຄັບ, ຂົ່ມຂູ່ທາງກຳລັງ. ຈາກນັ້ນກໍ່ເອົາການຂວ້ຳບາດ, ລ້ອມປ່ຽວ, ກົດດັນທາງດ້ານເສດຖະກິດ; ແຕ່ຝ່າຍໜຶ່ງ ພັດໃຊ້ຄວາມພະຍະຍາມແກ້ໄຂບັນຫາດ້ວຍທາງການເມືອງ, ການທູດ, ໃຊ້ການເປີດກວ້າງການຮ່ວມມືທາງເສດຖະ ກິດ, ການຄ້າ, ສ້າງໃຫ້ໂລກກ້າວໄປສູ່ການເປັນໂລກາພິວັດ, ສ້າງໃຫ້ມີໂລກຫລາຍຂົ້ວອຳນາດ, ສ້າງຄວາມກໍ້າເກິ່ງ ແລະ ຖ່ວງດຸນອຳນາດໃນໂລກ, ສະກັດກັ້ນ ບໍ່ໃຫ້ໄພພິບັດເກີດຂຶ້ນສູ່ໂລກຄັ້ງໃໝ່ ເຊິ່ງຫລາຍປີຜ່ານມາເຖິງປັດຈຸບັນ, ໂລກກໍາລັງກ້າວສູ່ຄວາມພັດທະນາຮອບດ້ານ, ກ້າວສູ່ຄວາມສີວິໄລຢູ່ນັ້ນ ໃຫ້ດຳລົງໄປຢ່າງທົ່ວເຖິງແກ່ທຸກໆປະເທດ ຂ້າພະເຈົ້າ ຍັງຖືວ່າ ອາຊີຂອງພວກເຮົາ ມີຄວາມສາມາດຊຸກຍູ້ ໃຫ້ຄວາມຂັດແຍ່ງ ທີ່ມີຢູ່ໃນໂລກນີ້ ໄດ້ຮັບການແກ້ໄຂດ້ວຍທາງການເມືອງ, ການທູດ, ດ້ວຍການ“ສະແຫວງຫາຈຸດຮ່ວມ ແລະ ສະຫງວນຈຸດຕ່າງ ເພື່ອກ້າວໄປສູ່ການແກ້ໄຂໃຫ້ຕ່າງຝ່າຍຕ່າງຊະນະໄດ້”. ຂ້າພະເຈົ້າໄດ້ແຕ່ຫວັງວ່າ ອາຊີຂອງພວກເຮົາກໍາລັງມີບົດບາດສູງເດັ່ນ ແລະ ຄວາມສາມາດບົ່ມຊ້ອນຫລາຍດ້ານ ດັ່ງໄດ້ກ່າວມາຂ້າງເທິງນັ້ນ ຈະໃຊ້ຄວາມພະຍາຍາມ ໃນການໃຊ້ທ່າແຮງ ທີ່ມີຢູ່ຂອງອາຊີພວກເຮົາ ສະໜອງຕອບຄວາມມຸ່ງມາດປາຖະໜາຂອງຄົນອາຊີທົ່ວທັງທະວີບ, ທັງຈະເປັນສ່ວນປະກອບອັນສຳຄັນ ເພື່ອແກ້ໄຂບັນດາຂໍ້ຂັດແຍ່ງ ທີ່ເກີດຂຶ້ນ, ກໍາລັງເປັນຢູ່ ແລະ ອາດຈະບານປາຍໄປສູ່ຄວາມຮຸນແຮງຕໍ່ໂລກທີ່ພວກເຮົາບໍ່ສາມາດຄາດຄະເນຜົນເສຍຫາຍ ທີ່ຈະນໍາມາຕໍ່ມວນມະນຸດນັ້ນ ໄດ້ໃນຕໍ່ໜ້າ.

ສປປ ລາວ ເປັນປະເທດນ້ອຍ, ຍັງຢູ່ໃນສະຖານະພາບດ້ອຍພັດທະນາ, ປະຊາຊົນລາວ ໄດ້ຜ່ານຄວາມທຸກ

ທໍລະມານ ຈາກສົງຄາມທີ່ແກ່ຍາວຫລາຍສິບປີມານັ້ນ, ຈຶ່ງເຫັນຄຸນຄ່າຂອງສັນຕິພາບ, ເອກະລາດແຫ່ງຊາດ ເປັນຢ່າງ

ດີ, ໃນເງື່ອນໄຂແຫ່ງສັນຕິພາບ ແລະ ຄວາມສະຫງົບຂອງປະເທດ, ສປປ ລາວ ມີຄວາມມານະພະຍະຍາມ ໃນການ

ພັດທະນາເສດຖະກິດ-ສັງຄົມ ຢ່າງຕັ້ງໜ້າ ເພື່ອສ້າງຄວາມຢູ່ດີກິນດີ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ, ບວກກັບການ

ສະໜັບສະໜູນ, ຊ່ວຍເຫລືອ ອັນມີປະສິດທິຜົນ ຂອງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ເຊິ່ງເປັນຄູ່ຮ່ວມພັດທະນານັ້ນ, ເຮັດໃຫ້ມີຄວາມໝັ້ນໃຈ ທີ່ຈະສາມາດຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການໃຫ້ໄດ້ ໂດຍສະເພາະການຫັນປະເທດ ທີ່ບໍ່ມີຊາຍແດນຕິດທະເລໃຫ້ເປັນປະເທດມີການເຊື່ອມໂຍງ, ເຊື່ອມຈອດກັບສາກົນ ດ້ວຍການສະໜັບສະໜູນຈາກປະເທດເພື່ອນມິດ, ພະຍະຍາມເອົາປະເທດອອກຈາກສະຖານະພາບດ້ອຍພັດທະນາໃຫ້ໄດ້ໃນອະນາຄົດ. ພ້ອມກັນນັ້ນ, ສປປ ລາວ ມີຄວາມພະຍະຍາມສູງ ໃນການປະຕິບັດພັນທະຂອງຕົນ ຕໍ່ສາກົນທີ່ຕົນເປັນພາຄີຢ່າງຈິງໃຈ ແລະ ຈະສືບຕໍ່ຮ່ວມມືກັບບັນດາປະເທດອາຊຽນ ແລະ ອາຊີ ກໍ່ຄືປະເທດນອກພາກພື້ນ ເພື່ອຍົກສູງບົດບາດຂອງອາຊີ ໃນການແກ້ໄຂບັນຫາສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນໃນພາກພື້ນ ແລະ ໃນໂລກ, ສປປ ລາວ ຈະປະຕິບັດໜ້າທີ່ການເປັນປະທານໝູນວຽນອາຊຽນ ໃນປີ 2024 ໃຫ້ມີຜົນສຳເລັດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ທີມຂ່າວໂທລະພາບແຫ່ງຊາດລາວ