ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ອັດ​ຕະ​ປື

SA Game

ຂ​ປ​ລ

ນາຍົກ ຮ່ວມດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ອັດ​ຕະ​ປື ກາງສະໄໝ

ເລີ່ມແຕ່ ວັນທີ 29 ພຶດສະພາ ຫາ 1 ມິຖຸນາ 2023, ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ອັດຕະປື ກາງສະໄໝທີ XI ຈະ​ໄດ້ດຳເນີນໄປຕາມ​ເລ​ລາ​ທີ່​ກຳ​ນົດ

ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອັດຕະປື, ມີບັນດາຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະຮັບຜິດ ຊອບຂັ້ນສູນກາງ-ຂັ້ນແຂວງ, ຜູ້ແທນທີ່ມາຈາກພາກສ່ວນອ້ອມຂ້າງແຂວງ ແລະ ເມືອງເຂົ້າຮ່ວມ.

ສະຫາຍ ເລັດ ໄຊຍະພອນ ໄດ້ກ່າວເປີດກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ກາງສະໄໝທີ XI ຄັ້ງນີ້ວ່າ: ນີ້ແມ່ນເປັນການຈັດຕັ້ງປະຕິບັດຕາມກົດລະບຽບຂອງພັກ ກໍຄື ຄຳສັ່ງ, ຄຳແນະ ນຳຂອງສູນກາງພັກ ແລະ ແມ່ນການກວດກາຕີລາຄາ ແລະ ທົບທວນຄືນໝາກຜົນແຫ່ງການຊີ້ນຳ-ນຳພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ກົດລະບຽບພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດສັງຄົມ 5 ປີ ຂອງອົງຄະນະພັກແຂວງ

SA Game
ຂ​ປ​ລ

ຕະຫລອດໄລຍະແຫ່ງການນຳພາ ຈັດຕັ້ງປະຕິບັດເນື້ອແຜນການນຳພາ-ຊີ້ນຳ ຂອງອົງຄະນະພັກໃນ 2 ປີເຄິ່ງຜ່ານມາ ຢ່າງຮອບດ້ານ, ຖືກຕ້ອງ ແລະ ພາວະວິໄສ, ຊອກໃຫ້ເຫັນດ້ານຜົນສຳເລັດທີ່ຕັ້ງໜ້າໃນແຕ່ລະຂົງເຂດວຽກງານ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຍົກລະດັບ, ດັດປັບບັນດາເນື້ອໃນ, ວິທີການ, ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ.

ພ້ອມນັ້ນ, ຍັງຕີລາຄາຊອກໃຫ້ເຫັນບັນດາບັນຫາຈຸດອ່ອນ, ສາເຫດ, ທັງຊອກໃຫ້ເຫັນຢ່າງເລິກເຊິ່ງ ປັດໄຈທີ່ພົວພັນເຖິງບັນຫາດັ່ງກ່າວ ເພື່ອມີວິທີແກ້ໄຂຢ່າງຖືກຕ້ອງ, ສອດຄ່ອງ ແລະ ທັນການ ແນໃສ່ເພື່ອສ້າງ ແລະ ຍົກສູງຄວາມສາມາດນຳພາຂອງພັກ, ຄວາມເປັນແບບຢ່າງນຳໜ້າຂອງ ບັນດາສະຫາຍຄະນະບໍລິຫານງານພັກແຂວງແຕ່ລະສະຫາຍ

ສ້າງຄວາມເອກະພາບ ແລະ ຄວາມຕັດສິນໃຈສູງໃນທົ່ວອົງຄະນະພັກແຂວງ, ເຮັດໃຫ້ພັກມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ ທັງເປັນການຍົກສູງພາລະບົດບາດ ຄວາມສາມາດນຳພາຂອງ ຄະນະພັກ ໃຫ້ສົມຄູ່ກັບການເລັ່ງທວງຂອງໜ້າທີ່ການເມືອງໃນໄລຍະໃໝ່.

ກອງປະຊຸມນີ້, ໄດ້ຮັບຟັງການຜ່ານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດໍາເນີນກອງປະຊຸມ ຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ແຕ່ລະຂັ້ນ

ຜ່ານມາດຕະຖານຄະນະບໍລິຫານງານພັກແຂວງ, ສິດ ແລະ ໜ້າທີ່ຂອງຄະນະພັກດັ່ງກ່າວ, ຂໍ້ຫ້າມສຳລັບສະມາຊິກພັກ ແລະ ມີການປ່ອນບັດທາບທາມລົງຄະແນນສຽງຄວາມໄວ້ວາງໃຈ ການນຳພາລວມ, ບຸກຄົນ.

SA Game
ຂ​ປ​ລ

ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ຊີ້ນຳໃຫ້ຄະນະພັກທຸກສະຫາຍ ຕ້ອງເປັນເຈົ້າການຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ການດຳເນີນທາບທາມຄວາມໄວ້ວາງໃຈ ຕໍ່ການນຳພາລວມ ແລະ ບຸກຄົນ ໃນຄະນະບໍລິຫານງານພັກແຂວງ ເພື່ອເຮັດໃຫ້ບັນລຸຕາມຄາດໝາຍ ແລະ ເນື້ອໃນວຽກງານທີ່ກຳນົດໄວ້, ການລົງຄະແນນສຽງ ຕ້ອງພ້ອມກັນເອົາໃຈ ໃສ່ຍົກສູງຄວາມຮັບຜິດຊອບ, ມີຄວາມຈິງໃຈໃນການລົງຄະແນນຢັ່ງຫາງສຽງ, ຫລີກເວັ້ນແນວຄິດອະຄະຕິ, ສວຍໂອກາດໂຄ່ນລົ້ມໂຈມຕີ, ໃສ່ຮ້າຍປ້າຍສີ ເຊິ່ງກັນ ແລະ ກັນ

ລວມທັງທັດສະນະກໍຄືການກະທຳອື່ນທີ່ບໍ່ຖືກຕ້ອງ. ທັງນີ້ກໍເພື່ອຮັບປະກັນ ໃຫ້ຜົນການທາບທາມຄະແນນໃນຄັ້ງນີ້ ມີປະສິດພາບ ແລະ ປະສິດທິຜົນສູງ, ເຮັດໃຫ້ກອງປະຊຸມໃນຄັ້ງນີ້ ດໍາເນີນໄປຕາມວາລະ, ລະບຽບການທີ່ວາງໄວ້, ເປັນເຈົ້າການຄົ້ນຄວ້າຕີລາຄາທຸກບັນຫາໃຫ້ເລິກເຊິ່ງຈະແຈ້ງ ແລະ ຊອກໃຫ້ເຫັນດ້ານຕັ້ງໜ້າ ເພື່ອເສີມຂະຫຍາຍໃຫ້ດີຂຶ້ນເປັນກ້າວໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.