ກະຊວງການເງິນຈັດກອງປະຊຸມຄະນະບໍລິຫານງານພັກ ຄັ້ງທີ 4 ສະໄໝທີ III

SA Game

ຂປລ

ກະ​ຊວງ​ການ​ເງິນ​ຈັດກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກກະຊວງການເງິນ.

 ຄະນະບໍລິຫານງານພັກ ກະຊວງການເງິນ ໄດ້ດຳເນີນກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກ ກະຊວງການເງິນ ຄັ້ງທີ 4 ສະໄໝທີ III ໃນລະຫວ່າງວັນທີ 9-11 ມັງກອນ 2023 ນີ້, ໂດຍການເປັນປະທານຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ, ມີສະຫາຍຮອງເລຂາ ຄະນະບໍລິຫານງານພັກກະ ຊວງ, ຄະນະປະຈຳພັກ, ກຳມະການພັກ, ເລຂາຄະນະພັກ, ເລຂາໜ່ວຍພັກຮາກຖານ, ພ້ອມພະນັກ ງານ-ສະມາຊິກພັກເຂົ້າຮ່ວມ.

ໂອກາດນີ້, ສະຫາຍບຸນໂຈມ ອຸບົນປະເສີດ ໄດ້ມີຄຳເຫັນຕໍ່ກອງປະຊຸມບາງຕອນສຳຄັນ ວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ຊຶ່ງຈະໄດ້ມີການສະຫລຸບຕີລາຄາຄືນການຊີ້ນຳໆພາ, ຜ່ານຮ່າງບົດສຳຫລວດ, ການຈັດຕັ້ງປະຕິບັດແຜນງານຕ່າງໆ ກໍຄືການຊີ້ນຳໆພາຂອງອົງຄະນະພັກກະ ຊວງ, ເຊື່ອມຊຶມ, ລົງເລິກ, ເອກະສານສຳຄັນຂອງພັກ.

SA Game
ຂປລ

ພ້ອມນັ້ນ, ສະຫາຍເລຂາຄະນະພັກບໍລິຫານງານພັກກະຊວງ ໄດ້ຍົກໃຫ້ເຫັນບັນຫາຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆຈາກພາຍໃນ ແລະ ພາກພື້ນ ທີ່ສົ່ງຜົນກະທົບຕໍ່ເສດຖະກິດຂອງລາວ ເວົ້າສະເພາະແມ່ນບັນຫາອັດຕາເງິນເຟີ້ ແລະ ລາຄານໍ້າມັນເຊື້ອໄຟທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນກໍ່ຄືພະນັກງານ-ລັດຖະກອນທົ່ວປະເທດ, ລວມທັງສົ່ງຜົນກະທົບຕໍ່ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ.

ໃນປີ 2023 ເປັນປີທີ່ມີການສະສົມບັນຫາທີ່ໜັກໜ່ວງທີ່ສຸດ ຂອງຂະແໜງການເງິນໃນຫລາຍດ້ານເປັນຕົ້ນ: ແມ່ນການແບກຫາບພາລະໜີ້ສິນ ສາທາລະນະ ທັງພາຍໃນ ແລະ ຕ່າງປະເທດ ຕ້ອງແກ້ໄຂ,ການຄວບຄຸມລາຄາສິນຄ້າ, ແກ້ໄຂຄ່າຄອງຊີບໃຫ້ແກ່ພະນັກງານ-ລັດຖະກອນທົ່ວປະເທດ. ແຕ່ເຖິງຢ່າງ ໃດກໍຕາມ ພາຍໃຕ້ການຊີ້ນຳໆພາຂອງພັກ ແລະ ລັດໃນໄລຍະຜ່ານມາ ແມ່ນສາມາດແກ້ໄຂບັນຫາ ທັງປະຄັບປະຄອງໃຫ້ຢູ່ໃນຈັງຫວະທີ່ດີໄວ້ໄດ້, ສາມາດຮັກສາໄດ້ຄວາມສະຫງົບໂດຍພື້ນຖານ, ຮັກສາໄດ້ຄວາມໝັ້ນທ່ຽງຂອງເສດຖະກິດແຫ່ງຊາດ. ພັກ ແລະ ລັດ ແມ່ນຈະໄດ້ສືບຕໍ່ຮັກສາການເຕີບໂຕຂອງ ຈີດີພີໃຫ້ໄດ້ 4,5%, ສູ້ຊົນເກັບລາຍຮັບໃຫ້ໄດ້ຕາມລະດັບຄາດໝາຍ, ຍູ້ແຮງການຜະລິດພາຍໃນເພື່ອທົດແທນການນຳເຂົ້າສິນຄ້າຈາກພາຍນອກ ແລະ ບັນຫາອື່ນໆ.

SA Game
ຂປລ

ເຖິງຢ່າງໃດກໍຕາມ ຕໍ່ກັບບັນດາສິ່ງທ້າທາຍຂໍ້ຫຍຸ້ງຍາກດັ່ງກ່າວ, ກະຊວງການເງິນ ໄດ້ມີກົນໄກວິ ທີທາງອອກທີ່ດີ ໂດຍກຳນົດແຜນງານຢ່າງລະອຽດຢ່າງຍືນຍົງ ໃນການຮັບມືກັບບັນຫາຕ່າງໆ ໂດຍພາຍໃຕ້ການຊີ້ນຳໆພາຢ່າງໃກ້ຊິດຂອງ ພັກ ແລະ ລັດ ເຊື່ອແນ່ວ່າສະມາຊິກພັກ-ພະນັກງານ ກະຊວງການເງິນ ຈະສາມາດຜ່ານຜ່າບັນຫາຂໍ້ຫຍຸ້ງຍາກ ແລະ ອຸປະສັກຕ່າງໄປໄດ້ ເພື່ອພ້ອມກັນກ້າວໄປສູ່ການ ຈັດຕັ້ງປະຕິບັດວຽກງານໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ.