ປະທານປະເທດ ອົບ​ອຸ່ນ​ຈິດ​ໃຈ​ພະ​ນັກ​ງານ​ຫລັກ​ແຫລ່ງ​ແຂວງ​ຊຽງ​ຂວາງ

SA Game

ພາບ​: laoedaily.com

​ທ່ານ ທ​ອງ​ລຸນ ສີ​ສຸ​ລິດ ປະທານປະເທດ ພົບ​ປະ​ກັບພະນັກງານຫລັກແຫລ່ງ ແຂວງຊຽງຂວາງ.

ໃນວັນທີ 23-24 ກໍລະກົດ 2021 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຊຽງຂວາງ, ເຊິງໃຫ້ກຽດຕ້ອນຮັບຂອງ ທ່ານ ບຸນຈັນ ສີວົງພັນ ເຈົ້າ ແຂວງຊຽງຂວາງ ພ້ອມດ້ວຍບັນດາການນຳຂອງແຂວງ ແລະ ບັນດາການນຳ 7 ເມືອງ ທົ່ວແຂວງຊຽງຂວາງ ໄດ້​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ, ຮັກ​ແພງ ແລະ ພ້ອມ​ພຽງ.

ການມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຊຽງຂວາງໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ໄດ້ພົບປະໂອ້ລົມພະ ນັກງານຫລັກແຫລ່ງຂອງແຂວງຊຽງຂວາງ ໄດ້ຮັບຟັງການລາຍງານສະພາບການພັດທະນາ ເສດຖະກິດ-ສັງຄົມພາຍໃນແຂວງໃຫ້ຊາບ. ໂດຍລວມແຂວງຊຽງຂວາງ ຍັງຮັກສາໄດ້ຄວາມໜັກແໜ້ນທາງດ້ານການ ເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ປະຊາຊົນຍຸທ່າງທຳມາຫາກິນ ແລະ ມີການພັດທະ ນາຂຶ້ນໄປເລື້ອຍໆ.

SA Game
ພາບ​: laoedaily.com

ແຂວງໄດ້ເອົາໃຈໃສ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງປະຈຳບ້ານ, ກຸ່ມບ້ານປັນປົກະຕິ, ສາມາດສ້າງບ້ານປ້ອມທີ່ໝັ້ນໄດ້ 12 ບ້ານ, ກຸ່ມບ້ານສູ້ຮົບລຽນຕິດໄດ້ 2 ກຸ່ມ

ຜ່ານການຕີລາຄາປະເມີນຜົນການເຊື່ອມຊຶມ-ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງອົງຄນະພັກແຂວງ ແມ່ນສາມາດເຮັດໃຫ້ເປົ້າໝາຍເຂົ້າຮ່ວມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ, ສະໜັບສະໜູນ ແລະ ຕັ້ງໜ້າປະກອບສ່ວນເຂົ້າຮ່ວມປະຕິບັກໜ້າທີ່ການເມືອງໄດ້ເປັນຢ່າງດີ ເພື່ອແນໃສ່ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ມີການຫັນປ່ຽນໃໝ່ ແລະ ຂະຫຍາຍຕົວ.

ມາຮອດປັດຈຸບັນ ການພັດທະນາເສດຖະກິດພາຍໃນແຂວງ ມີການຂະຫຍາຍຕົວດີສົມຄວນ, ສະເລ່ຍລາຍຮັບ ບັນລຸໄດ້ 1.622 ໂດລາສະຫະລັດ ຕໍ່ຄົນຕໍ່ປີ ລວມຍອດຜລິດຕະພັນພາຍໃນ 5 ປີ ບັນລຸໄດ້ 16 ພັນກວ່າຕື້ກີບ.

ວຽກງານປູກ ຝັງ-ລ້ຽງສັດ ແຂວງໄດ້ຫັນການລ້ຽງແບບທຳມະຊາດ ມາເປັນການລ້ຽງແບບຟາມ, ລ້ຽງເປັນກຸ່ມ, ລ້ຽງແບບທອມ ເຮັດໃຫ້ການລົງທຶນເຂົ້າໃສ່ເພື່ອລ້ຽງສັດໃຫຍ່ມີມູນຄ່າເຖິງ 537 ກວ່າຕື້ກີບ, ວຽກງານພັດທະ ນາຊົນະບົດ ແລະ ແກ້ໄຂຄວາມທຸກຍາກ ສາມາດລຶບລ້າງຄວາມທຸກາກໄດ້ 35 ບ້ານ, ລຶບລ້າງບ້ານທຸກຍາກໄດ້ 411 ບ້ານ ແລະ ລຶບລ້າງຄອບຄົວທຸກຍາກໄດ້ 209 ຄອບຄົວ.

ມາຮອດປັດຈຸບັນ ເຮັດໃຫ້ຍັງເຫລືອຄອບຄົວທຸກຍາກ 769 ຄອບຄົວ ກວມເອົາ 1,86% ຂອງຈໍານວນຄອບຄົວທັງໝົດທົ່ວແຂວງ.ໃນໂອກາດດັ່ງກ່າວ, ທ່ານປະທານປະເທດ ໄດ້ໃຫ້ກຽດໂອ້ລົມ ພ້ອມໃຫ້ທິດຊີ້ນຳ, ໂດຍກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ແຂວງຍັງຮັກສາໄດ້ມູນເຊື້ອຂອງການປະຕິວັດ, ດິນແດນຖານທີ່ໝັ້ນ.

ພ້ອມດຽວກັນທ່ານ ຍັງໄດ້ໃຫ້ທິດຊີ້ນຳແກ່ບັນດາການນຳຫລັກແຫລ່ງຈົ່ງໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ ໃນການຜັນຂະຫຍາຍເອົາມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກຫັນລົງສູ່ຮາກຖານໂຕຈິງ, ຖືເອົາມະຕິ 11 ເປັນຫລັກ ແລະ ເປັນແຜນລະອຽດໃນການພັດທະນາເສດຖະກິດ-ສັງຄົມ, ເພື່ອເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ ມີການຂະຫຍາຍຕົວ,

SA Game
ພາບ​: laoedaily.com

ມີການບຸກທະລຸ, ນຳໃຊ້ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນທີ່ມີ, ແບ່ງຂອດ ແລະ ຄຸ້ມຄອງການລົງທຶນເຂົ້າໃສ່ການພັດ ທະນາຢ່າງຈະແຈ້ງ, ຖືເອົາວາລະແຫ່ງຊາດ ບັນຫາການແກ້ໄຂເສດຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດມາໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ, ກ້າຮັບຄຳຕຳນິຕິຊົມຂອງໝູ່ຄະນະ ເພື່ອການປ່ຽນແປງທີ່ດີຂຶ້ນ.

ເອົາໃຈໃສ່ຕໍ່ວຽກງານການເມືອງແນວຄິດ ກັບຖັນແຖວສະມະຊິກພັກ, ພະນັກງານ, ທະຫານ, ຕຳຫລວດ ຕະຫລອດຮອດປະຊາຊົນ ໃຫ້ມີຄວາມເຂັ້ມແຂງ, ມີຄວາມຮູ້, ຄວາມສາມາດ, ຄວາມດຸໝັ່ນ, ຊອກຮູ້ຮໍ່າຮຽນນຳເອົາຄວາມຮູ້ທີ່ທັນສະໄໝເຂົ້າໃນໜ້າທີ່ວຽກງານ ເປັນແບບຢ່າງທີ່ດີໃຫ້ແກ່ປະຊາຊົນ, ເສຍສະຫລະແກ່ປະຊາຊົນ, ເຮັດເພື່ອປະຊາຊົນຢ່າງແທ້ຈີງ, ຮັກສາຄວາມສາມະຄີເປັນປຶກແຜ່ນ, ເພີ່ມທະວີເອົາໃຈໃສ່ການສະແຫວງຫາສີ່ງໃໝ່ໆ ເພື່ອນຳພາພັດທະນາປະເທດຊາດ ກໍ່ຄື ແຂວງຊຽງຂວາງ ໃຫ້ຈະເລີນຂຶ້ນໄປເລື້ອຍໆ. ຈາກນັ້ນ, ທ່ານເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມໂຄງການ ກຸ່ມຟາມງົວພັນຊີ້ນພັນນົມ ເຕັກໂນໂລຊີສູງ ຢູ່ບ້ານລາດແສນ ເມືອງຜາໄຊ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com