ຕ້ອງ​ຂະ​ຫຍາຍ! ສະ​ຖານ​ທີ່​ ແລະ ສູນ​ປີ່ນ​ປົວໂຄວິດ-19 ອາດ​ບໍ່​ພຽງ​ພໍ

SA Game

ກົມປະຊາສຳພັນ ຫສນຍ

ຄະນະສະເພາະກິດ ປະຊຸມປຶກສາຫາລື ຂະຫຍາຍສູນຈຳກັດບໍລິເວນ ແລະ ສູນປິ່ນປົວ ໃຫ້ແຮງງານລາວທີ່ຈະເດີນທາງກັບບ້ານ.

ໃນຕອນເຊົ້າ ວັນທີ 23 ກໍລະກົດ 2021 ທີ່ສຳນັກງານນາຍົກລັດຖະມົນຕີ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຂັ້ນສູນກາງ ໄດ້ປະຊຸມທາງໄກ (Video Conference) ຮ່ວມກັບຄະນະສະເພາະກິດບັນດາແຂວງ ແລະ ນະຄອນຫຼວງວຽງຈັນ.

ໂດຍການເປັນປະທານ ຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ COVID-19.
ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຟັງການລາຍງານສະພາບການລະບາດ, ການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ຢູ່ບັນດາແຂວງ, ຂໍ້ສະດວກ, ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດຕົວຈິງ, ແລະ ປຶກສາຫາລືແຜນຮັບມືໃນຕໍ່ໜ້າ ໂດຍສະເພາະ ອັນທີ່ຈຳເປັນ ແລະ ຮີບດ່ວນທີ່ສຸດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດດັ່ງກ່າວ ມີຄວາມໂລ່ງລ່ຽນ, ວ່ອງໄວ, ທັນສະພາບການ, ມີປະສິດທິພາບ ແລະ ປະສິດທິຜົນ.

SA Game
ກົມປະຊາສຳພັນ ຫສນຍ

ກອງປະຊຸມ ໄດ້ຮັບຟັງການລາຍງານ ຈາກຄະນະສະເພາະກິດນະຄອນຫຼວງວຽງຈັນ ແລະ ບັນດາແຂວງ, ຫຼັງຈາກນັ້ນ ທ່ານປະທານກອງປະຊຸມ ໄດ້ສະຫຼຸບສັງລວມ ເນື້ອໃນຂອງກອງປະຊຸມຄັ້ງນີ້, ພ້ອມທັງ ມີຄຳເຫັນເນັ້ນໜັກ ໃຫ້ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເອົາໃຈໃສ່ຕື່ມບາງດ້ານ.

ເປັນຕົ້ນ ໃຫ້ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຂອງຕົນ ຢ່າງສຸດຂີດ, ຮັບປະກັນໃຫ້ທິດຊີ້ນຳລວມສູນ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ທ່າແຮງຂອງທ້ອງຖິ່ນ ໃຫ້ແທດເໝາະ ກັບສະພາບຕົວຈິງ ໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ ແລະ ໄດ້ຮັບຜົນດີ.

ສຳລັບແຜນຮັບມືກັບ ກໍລະນີຕິດເຊື້ອຂອງແຮງງານລາວ ທີ່ກັບມາຈາກປະເທດໃກ້ຄຽງ ໃຫ້ເອົາໃຈໃສ່ມາດຕະການສະເພາະໜ້າທີ່ເລັ່ງດ່ວນ ໂດຍສະເພາະ ໃຫ້ບັນດາແຂວງປັບປຸງ ແລະ ຂະຫຍາຍສູນຈຳກັດບໍລິເວນ ແລະ ສູນປິ່ນປົວ ໃຫ້ພຽງພໍກັບແຮງງານລາວທີ່ຈະເດີນທາງກັບມາ, ກວດກາຄືນສະຖານທີ່ມີຄວາມພ້ອມ ແລະ ເໝາະສົມ, ພ້ອມທັງ ໃຫ້ມີການບໍລິຫານຄຸ້ມຄອງທີ່ເປັນລະບົບ; ໃຫ້ຄະນະສະເພາະກິດຂັ້ນສູນກາງ ສົມທົບກັບພາກສ່ວນກ່ຽວຂ້ອງ ຮີບຮ້ອນຈັດສົ່ງເຄື່ອງມື, ອຸປະກອນການແພດ ແລະ ຢາ, ພ້ອມທັງ ຄົ້ນຄວ້າງົບປະມານທີ່ຈຳເປັນ ໃຫ້ພຽງພໍ ແລະ ທັນການ ໃຫ້ບັນດາແຂວງ ໂດຍສະເພາະ ແຂວງທີ່ມີຜູ້ຕິດເຊື້ອຈຳນວນຫຼາຍ; ໃຫ້ກະຊວງສາທາລະນະສຸກ ຄົ້ນຄວ້າສົ່ງໜ່ວຍແພດ ແລະ ອາສາສະໝັກ ລົງຊ່ວຍແຂວງ ທີ່ມີແຮງງານກັບມາຈໍານວນຫຼາຍ ໃນການກວດວິເຄາະຫາເຊື້ອ ແລະ ປິ່ນປົວ, ພ້ອມທັງ ເລັ່ງສັກວັກຊີນ ໃຫ້ກຸ່ມເປົ້າໝາຍ ຕາມແຜນທີ່ວາງໄວ້; ໃຫ້ບັນດາແຂວງ ພາກກາງ ແລະ ພາກໃຕ້ ໂດຍສະເພາະ ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ ປະສານກັບແຂວງເຊິ່ງໜ້າຂອງປະເທດໃກ້ຄຽງ ກ່ຽວກັບການແຮງງານທີ່ຈະເດີນທາງກັບມາ ເພື່ອວາງແຜນຮັບມືໄດ້ຊັດເຈນ.

ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ອົງການປົກຄອງທ້ອງຖິ່ນ ເພີ່ມທະວີໂຄສະນາເຜີຍແຜ່ ແນວທາງນະໂຍບາຍ ຂອງພັກ-ລັດ ກໍຄືກົດໝາຍ ແລະ ລະບຽບການ ກ່ຽວກັບແຮງງານ ໃຫ້ແກ່ແຮງງານລາວທີ່ກັບມາຈຳກັດບໍລິເວນໃນສູນ ເພື່ອໃຫ້ເຂົາເຈົ້າຮັບຮູ້, ເຂົ້າໃຈ, ຄົ້ນຄິດ, ຕັດສິນໃຈ ຊອກວຽກເຮັດງານທຳ ຢູ່ພາຍໃນປະເທດ ຫຼື ໄປອອກແຮງງານຢູ່ຕ່າງປະເທດແບບຖືກກົດໝາຍ;

ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເກັບກຳຂໍ້ມູນ ແລະ ຂຶ້ນທະບຽນແຮງງານທີ່ກັບມານັ້ນ ໃຫ້ລະອຽດຊັດເຈນ ເພື່ອເປັນບ່ອນອີງໃນ ການຝຶກສີມືແຮງງານ ແລະ ປະສານກັບຂະແໜງການ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບັນດາຫົວໜ່ວຍແຮງງານ, ໂຄງການລົງທຶນ ໃນການຈັດຫາວຽກເຮັດງານທຳໃຫ້ແຮງງານເຫຼົ່ານັ້ນໃນຕໍ່ໜ້າ; ໃຫ້ໜ່ວຍງານງົບປະມານ ແລະ ພະລາທິການ ເອົາໃຈໃສ່ການປະຕິບັດນະໂຍບາຍອຸດໜູນພິເສດ ໃຫ້ເຈົ້າໜ້າທີ່, ແພດໝໍ ແລະ ອາສາສະໜັກ; ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ນຳເອົາຄຳຖະແຫຼງ ຂອງທ່ານນາຍົກລັດຖະມົນຕີ ໃນວັນທີ 20 ກໍລະກົດ ທີ່ຜ່ານມາ ແລະ ແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 829/ຫສນຍ, ລົງວັນທີ 19 ກໍລະກົດ 2021 ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ ແລະ ໃຫ້ໄດ້ຮັບຜົນດີ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ກົມປະຊາສຳພັນ ຫສນຍ.