ສົ່ງ​ດ່ວນ! ພາກ​ໃຕ້​ຕ້ອງ​ການ​ແພດ ແລະ ອາ​ສາ​ສະ​ໝັກ​ຈ່ຳ​ນວນ​ຫລາຍ

SA Game

ພາບ​: laoedaily.com

ຄະນະສະເພາະກິດ ສົ່ງແພດພ້ອມອາສາສະໝັກລົງຊ່ວຍແຂວງພາກໃຕ້ຮັບມືກັບໂຄວິດ-19.

ຈາກ​ທີ່​ແຮງ​ງານ​ລາວ​ທີ່​ຢູ່​ປະ​ເທດ​ເພືອນ​ບ້ານ​ຍັງ​ກັບ​ເຂົ້າ​ມາ​ລາວຢ່າງຕໍ່ເນື່ອງໃນແຕ່ລະວັນ ສະຖານະການໂຄວິດ-19 ຢູ່ປະເທດເຮົາ ການລະບາດໃນຊຸມຊົນໄດ້ຫຼຸດໜ້ອຍລົງ ແລະບໍ່ມີການລະບາດແລ້ວ ແຕ່ແຮງງານທີ່ກັບມາຈາກປະເທດໃກ້ຄຽງຍັງມີຫຼາຍ ແລະມີຜູ້ຕິດເຊື້ອຈຳນວນຫຼາຍໃນກຸ່ມນີ້ ໂດຍສະເພາະບັນດາແຂວງພາກໃຕ້ ເພື່ອເປັນການຊ່ວຍແບ່ງເບົາບັນແດາແຂວງເຫຼົ່ານັ້ນ ຄະນະສະເພາະກິດຂັ້ນສູນກາງໄດ້ມີທິດຊີ້ນຳໃຫ້ກະຊວງສາທາລະນະສຸກຮີບຮ້ອນຈັດກຳລັງຄົນ ແລະອຸປະກອນການແພດລົງຊ່ວຍເຫຼືອຢ່າງໄວທີ່ສຸດ.

ຕາມການປະຊຸມໃນຕອນເຊົ້າ ວັນທີ 23 ກໍລະກົດ 2021 ທີ່ສຳນັກງານນາຍົກລັດຖະມົນຕີ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຂັ້ນສູນກາງ ໄດ້ປະຊຸມທາງໄກ (Video Conference) ຮ່ວມກັບຄະນະສະເພາະກິດບັນດາແຂວງ ແລະ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບ ຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ COVID-19.

SA Game
ພາບ​: laoedaily.com

ທີ່ປະຊຸມແມ່ນໄດ້ມີຄຳເຫັນເນັ້ນໜັກ ໃຫ້ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຂອງຕົນ ຢ່າງສຸດຂີດ, ຮັບປະກັນໃຫ້ທິດຊີ້ນຳລວມສູນ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ທ່າແຮງຂອງທ້ອງຖິ່ນ ໃຫ້ແທດເໝາະ ກັບສະພາບຕົວຈິງ ໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ ແລະ ໄດ້ຮັບຜົນດີ.

ສຳລັບແຜນຮັບມືກັບ ກໍລະນີຕິດເຊື້ອຂອງແຮງງານລາວ ທີ່ກັບມາຈາກປະເທດໃຫ້ຄຽງ ໃຫ້ເອົາໃຈໃສ່ມາດຕະການສະເພາະໜ້າທີ່ເລັ່ງດ່ວນ ໂດຍສະເພາະ ໃຫ້ບັນດາແຂວງປັບປຸງ ແລະ ຂະຫຍາຍສູນຈຳກັດບໍລິເວນ ແລະ ສູນປິ່ນປົວ ໃຫ້ພຽງພໍກັບແຮງງານລາວທີ່ຈະເດີນທາງກັບມາ, ກວດກາຄືນສະຖານທີ່ມີຄວາມພ້ອມ ແລະ ເໝາະສົມ, ພ້ອມທັງ ໃຫ້ມີການບໍລິຫານຄຸ້ມຄອງທີ່ເປັນລະບົບ.

SA Game
ພາບ​: laoedaily.com

ພ້ອມດຽວກັນນີ້ໃຫ້ຄະນະສະເພາະກິດຂັ້ນສູນກາງ ສົມທົບກັບພາກສ່ວນກ່ຽວຂ້ອງ ຮີບຮ້ອນຈັດສົ່ງເຄື່ອງມື, ອຸປະກອນການແພດ ແລະ ຢາ, ພ້ອມທັງ ຄົ້ນຄວ້າງົບປະມານທີ່ຈຳເປັນ ໃຫ້ພຽງພໍ ແລະ ທັນການ ໃຫ້ບັນດາແຂວງ

ໂດຍສະເພາະ ແຂວງທີ່ມີຜູ້ຕິດເຊື້ອຈຳນວນຫຼາຍ ອັນສຳຄັນໃຫ້ກະຊວງສາທາລະນະສຸກ ຄົ້ນຄວ້າສົ່ງໜ່ວຍແພດ ແລະ ອາສາສະໝັກ ລົງຊ່ວຍແຂວງ ທີ່ມີແຮງງານກັບມາຈໍານວນຫຼາຍ ໃນການກວດວິເຄາະຫາເຊື້ອ ແລະ ປິ່ນປົວ, ພ້ອມທັງ ເລັ່ງສັກວັກຊີນ ໃຫ້ກຸ່ມເປົ້າໝາຍ ຕາມແຜນທີ່ວາງໄວ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com