ທ່ານ ບົວສອນ ບຸບຜາວັນ ຢ້ຽມ​ຢາມ​ການ​ນຳຫຼັກ​ແຫຼ່ງ​ຂອງ​ຊຽງ​ຂວາງ

SA Game

ອະດີດນາຍົກລັດຖະມົນຕີ ທ່ານ​ບົວ​ສອນ ບຸບ​ຜາ​ວັນ ເຄື່ອນໄຫວຢ້ຽມຢາມແຂວງຊຽງຂວາງ.

ເນື່ອງ​ໃນ​ໂອ​ກາດ​ອັນ​ດີ, ທ່ານ ບົວສອນ ບຸບຜາວັນ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມການນຳຫລັກແຫລ່ງຂອງແຂວງຊຽງຂວາງ ໃນລະຫ່ວາງວັນທີ 4-6 ກຸມພາ 2022 ຜ່ານມານີ້, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ.

ໂອກາດດັ່ງກ່າວ, ທ່ານ ບົວສອນ ບຸບຜາວັນ ໄດ້ເນັ້ນໜັກໃຫ້ການນຳຫລັກແຫລ່ງຂອງແຂວງ ເອົາໃຈໃສ່ ຮັດແໜ້ນຄວາມສາມັກຄີພາຍໃນ-ພາຍນອກ ແລະ ມະຫາຊົນ, ປັບປຸງລະບອບແບບແຜນວິທີເຮັດວຽກ ໂດຍຖືເອົາການເຮັດວຽກລວມສູນປະຊາທິປະໄຕ, ຄົ້ນຄ້ວາຮ່ຳຮຽນເອົາແນວທາງຂອງພັກ, ລະບອບແຜນການ ແລະ ເຜີຍແຜ່ແນວທາງຈັດຕັ້ງປະຕິບັດ, ລະບອບກວດກາການຈັດຕັ້ງປະຕິບັດ, ລະບອບສະຫລຸບຖອດຖອນບົດຮຽນ ແບບແຜນວິທີເຮັດວຽກເນັ້ນແບບແຜນຮ່ຳຮຽນແນວທາງປ່ຽນແປງໃໝ່

SA Game
ຂ​ປ​ລ

ແບບແຜນເຮັດວຽກມີຄຸນນະພາບ ມີປະສິດທິຜົນ, ແບບແຜນການປະສານສົມທົບກົມກຽວ, ແບບແຜນອີງໃສ່ມະຫາຊົນ ມະຫາຊົນເຂົ້າຮ່ວມ, ແບບແຜນຮູ້ປະສານສົມທົບ ການນຳພາໝູ່ຄະນະ ແລະ ຫົວໜ້າ, ແບບແຜນຫັນລົງກໍ່ສ້າງຮາກຖານ, ແບບແຜນກຳແໜ້ນຂໍ້ມູນຂ່າວສານ. ນອກນີ້ໃຫ້ກຳແໜ້ນທີ່ຕັ້ງຈຸດພິເສດ ທ່າແຮງບົ່ມຊ້ອນ ທ່າແຮງໄດ້ປຽບ, ກາລະໂອກາດ ແລະ ສິ່ງທ້າທາຍ, ກຳນົດວິໄສທັດ ສະພາບແວດລ້ອມທີ່ດີ, ນະໂຍບາຍການລົງທຶນ ກົນໄກ ສະ ດວກ ວ່ອງໄວ ແລະ ໂປ່ງໄສ, ຄວາມປອດໄພ, ການບໍລິຫານຈັດການການພັດທະນາ, ພັດທະນາຊັບພະຍາກອນມະນຸດ, ຊັບພະຍາກອນທຳມະຊາດ ແລະ ເຕັກໂນໂລຊີ, ປັດໄຈສະໜັບສະໜູນການລົງທຶນ ໂດຍຖືເອົາການຕະຫລາດແບ່ງປັນ, ຕະຫລາດທ້ອງຖິ່ນ, ຕະ ຫລາດຕາມສັນຍາ, ຕະຫລາດນັດ ວາງສະແດງສິນຄ້າ, ຕ້ອງປັບໂຄງສ້າງເສດຖະກິດໂດຍປັບຕາມຂະແໜງການ, ປັບໂຄງສ້າງເສດຖະກິດແຕກໂຕນ, ປັບພາກສ່ວນເສດຖະກິດ, ປັບເສດຖະກິດຮ່ວມມືກັບປະຊາຊົນ.

SA Game
ຂ​ປ​ລ

ໃນໂອກາດ ລົງຢ້ຽມຢາມແຂວງຊຽງຂວາງໃນຄັ້ງນີ້, ທ່ານ ບົວສອນ ບຸບຜາວັນ ຍັງໄດ້ຢ້ຽມຢາມການກໍ່ສ້າງອາຄານ ດູດນົມງົວ ຂອງບໍລິສັດພັດທະນາກະສິກຳລາວ-ຍີປຸ່ນ ຈຳ ກັດ ຢູ່ເມືອງຜາໄຊ, ຢ້ຽມຢາມໂຮງງານຜະລິດ ເຈຍຫີນອ່ອນ ບໍລິສັດແຈງຫົງກໍ່ສ້າງຂົວ-ທາງຈຳກັດ ຢູ່ບ້ານນາຫອຍ ເມືອງແປກ, ຊົມວິວຕົວເມືອງໂພນສະຫັວນ, ທົ່ງໄຫຫີນ 1 ແລະ ວັດໄຫຫີນມີໄຊຍະຣາມ, ເບິ່ງການກໍ່ສ້າງພະເຈົ້າອົງຫລວງປະທານພອນ ຢູ່ບ້ານໂພນທອງ ເມືອງແປກ, ຢ້ຽມຢາມໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຍອດງື່ມ ພາວເວີ ຈຳກັດ, ສາງນ້ຳມັນເຊື້ອໄຟ ບໍລິສັດເອັດເຄຄໍເປີເຣຊັ່ນ ຈຳກັດຜູ້ດຽວ ທີ່ບ້ານຍອດງື່ມ ເມືອງແປກ ຕື່ມອີກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂປລ.